ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການແຂ່ງກິລາ ຄາຣາເຕໂດໃນງານມະຫາກຳກິລາແຫ່ງ ຊາດ ຄັ້ງທີ XI ຫຼື ຊຽງຊວາງ ເກມໄດ້ສໍາເລັດລົງຢ່າງເປັນທາງການ ໃນວັນທີ 9 ທັນວາ 2022 ນີ້ພາຍຫຼັງທີ່ດໍາເນີນການແຂ່ງຂັນມາເປັນເວລາ 2 ວັນ ຊຶ່ງມີການຊີງໄຊທັງໝົດ 12 ຫຼຽນຄໍາ, 12 ຫຼຽນເງິນ ແລະ 24 ຫຼຽນທອງ ລວມທັງໝົດ 48 ຫຼຽນ, ມີນັກກິລາເຂົ້າຮ່ວມ 68 ຄົນ, ຍິງ 36 ຄົນມາຈາກ ປະກອບມີ 1 ນະຄອນຫຼວງວຽງຈັນ, 1 ກະຊວງປ້ອງກັນປະເທດ ແລະ 7 ແຂວງຄື: ແຂວງຊຽງຂວາງ ເຈົ້າພາບ, ແຂວງວຽງຈັນ, ແຂວງຫຼວງພະບາງ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ແຂວງສາລະວັນ ແລະ ແຂວງເຊກອງ.
ຜົນການແຂ່ງຂັນ ແຂວງຊຽງຂວາງເຈົ້າພາບ ຄອງຫຼຽນຄຳ ອັນດັບ 1 ໄດ້ໄປ 3 ຫຼຽນຄຳ, 4 ຫຼຽນເງິນ, 3 ຫຼຽນທອງ ລວມ 10 ຫຼຽນ , ອັນດັບ 2 ເປັນຂອງແຂວງຄຳມ່ວນ ແລະ ນະຄອນຫຼວງວຽງຈັນ ໄດ້ພາກສ່ວນລະ 2 ຫຼຽນຄໍາ 6 ຫຼຽນທອງ ລວມພາກສ່ວນລະ 8 ຫຼຽນ, ແຂວງສາລະວັນໄດ້ 2 ຫຼຽນຄໍາ, ກະຊວງປ້ອງກັນປະເທດໄດ້ 1 ຫຼຽນຄໍາ 4 ຫຼຽນເງິນ 2 ຫຼຽນທອງ ລວມ 7 ຫຼຽນ, ແຂວງຫຼວງພະບາງໄດ້ 1 ຫຼຽນຄໍາ 2 ຫຼຽນເງິນ 1 ຫຼຽນທອງ,ແຂວງເຊກອງໄດ້ 1 ຫຼຽນຄຳ, 1 ຫຼຽນເງິນ , 4 ຫຼຽນທອງ ລວມ 6 ຫຼຽນ , ແຂວງສະຫວັນນະເຂດໄດ້ 1 ຫຼຽນເງິນ, 1 ຫຼຽນທອງ ລວມ 2 ຫຼຽນ ແລະ ແຂວງວຽງຈັນໄດ້ 1 ຫຼຽນທອງ
Cr: ສູນຂ່າວ