ສື່ຕ່າງປະເທດ: ຊ່ຽວຊານອາເມລິກາທີ່ເຂົ້າຮ່ວມວຽກງານຂອງສະຖາບັນຄົ້ນຄວ້າເຊື້ອໄວຣັດນະຄອນອູຮັ້ນກ່າວວ່າ”ເຊື້ອໄວຣັດແຜ່ລະບາດອອກຈາກຫ້ອງທົດລອງແມ່ນເປັນໄປບໍ່ໄດ້”
ເວັບໄຊອາເມລິກາ ບິສນິສອິນໄຊ(BUSINESS INSIDE)ລາຍງານໃນວັນທີ 2 ພຶດສະພານີ້ວ່າ, ທ່ານນາງໂຈນາ ມັສເຊັດ ຜູ່ຊ່ຽວຊານດ້ານພະຍາດຕິດແປດຂອງມະຫາວິທະຍາໄລແຄລີຟໍເນຍ ດາວິສ ທີ່ເຄີຍໃຫ້ການການຝຶກຮົມຕໍ່ພະນັກງານສະຖາບັນຄົ້ນຄວ້າເຊື້ອໄວຣັດຂອງນະຄອນອູຮັ້ນເຫັນວ່າ, ເຊື້ອໄວຣັດສາຍພັນໃໝ່ໃນຄັ້ງນີ້ເປັນໄປບໍ່ໄດ້ທີ່ຈະແຜ່ລະບາດອອກຈາກຫ້ອງທົດລອງ ເຊິ່ງຕົ້ນຕໍມີສາເຫດຈາກ 4 ດ້ານຕໍ່ໄປນີ້ຄື:
ໜຶ່ງ, ຕົວຢ່າງຂອງຫ້ອງທົດລອງບໍ່ຄືກັນກັບເຊື້ອໄວຣັດສາຍພັນໃໝ່, ເຊິ່ງທິມງານຂອງທ່ານນາງຊືເຈິ້ງລີ້ ຊ່ຽວຊານສະຖາບັນຄົ້ນຄວ້າເຊື້ອໄວຣັດນະຄອນອູຮັ້ນເມື່ອໄດ້ກວດກາຕໍ່ລຳດັບແຊນເຊື້ອໄວ້ຣັດສາຍພັນໃໝ່ແລ້ວໄດ້ກວດຄືນບົດບັນທຶກຂອງສະຖາບັນໃນຫຼາຍປີມານີ້ ແລ້ວຢືນຢັນວ່າ, ຜົນການ ກວດຕໍ່ລຳດັບແຊນຂອງເຊື້ອໄວ້ຣັດສາຍພັນໃໝ່ນີ້ບໍ່ຄືກັນກັບຕົວຢ່າງເຊື້ອໄວຣັດອື່ນໆທີ່ໄດ້ຈາກເຈຍທີ່ບັນທຶກໄວ້ໃນຫ້ອງທົດລອງ. ທ່ານນາງມັດເຊັດກ່າວວ່າ ຕົນເອງເຄີຍລົມກັບທ່ານນາງຊືເຈິ້ງລີ້ໃນຫວ່າງບໍ່ດົນມານີ້ ໂດຍທ່ານນາງຊືເຈິ້ງລີ້ກ່າວວ່າບໍ່ເຄີຍກວດເຫັນເຊື້ອໄວຣັດສາຍພັນໃໝ່ແບບນີ້ກ່ອນເກີດພະຍາດໃນຄັ້ງນີ້.
ສອງ, ຫ້ອງທົດລອງໄດ້ປະຕິບັດຕາມສັນຍາກ່ຽວກັບຄວາມປອດໄພທີ່ເຂັ້ມງວດທີ່ສຸດ. ໂດຍທ່ານນາງມັດເຊັດແນະນຳໃຫ້ຮູ້ວ່າ, ຕົວຢ່າງທີ່ກວດເອົາຈາກເຈຍນັ້ນຈະຖືກເກັບໄວ້ໃນຫຼອດແກ້ວທີ່ອັດແຈບແລ້ວຖືກແຊ່ແຂງໄວ້ໃນ ອີໂດຼແກັນທາດແຫຼວ, ເມື່ອຖືກດັບເຊື້ອແລ້ວຈິ່ງສົ່ງໄປຫ້ອງທົດລອງ, ແລ້ວນັກຄົ້ນຄວ້າຈະເອົາຕົວຢ່າງນີ້ໄວ້ຢູ່ໃນຕູ້ເຢັນທີ່ມີອຸນຫະພູມລົບ 80 ອົງສາ. ເຊິ່ງນັກຄົ້ນຄວ້າເວລາເຮັດວຽກນີ້ ຈະໃສ່ຊົບມືຫຼາຍຊັ້ນ, ແຫວ່ນຕາປ້ອງກັນ, ຊຸດປ້ອງກັນຕົວແລະຜ້າປິດປາກທາງການແພດ. ທ່ານນາງມັດເຊັດກ່າວວ່າ, ແຕ່ລະຂັ້ນຕອນເຮັດວຽກຂອງສະຖາບັນຄົ້ນຄວ້າໄວຣັດນະຄອນອູຮັ້ນບໍ່ມີຈຸດບົກຜ່ອງໃດໆເລີຍ.
ສາມ, ເຊື້ອໄວຣັດສາຍພັນໃໝ່ນີ້ຖືເປັນເຊື້ອໄວຣັດໃໝ່ສຸດທີ່ສາມາດຕິດແປດຢູ່ນຳ ຮ່າງກາຍມະນຸດແລະ ສັດ. ມີບົດລາຍງານສະແດງໃຫ້ເຫັນວ່າ, ພະຍາດຕິດແປດທີ່ເກີດໃໝ່ແຕ່ລະ4 ຢ່າງໃດແມ່ນມີ 3 ຢ່າງແມ່ນມາຈາກ ສັດ, ເຊິ່ງເຊື້ອໄວຣັດສາຍພັນໃໝ່ໃນຄັ້ງນີ້ເປັນເຊື້ອໄວຣັດທີ່ເຮັດໃຫ້ມະນຸດກັບສັດຕິດຕໍ່ຮ່ວມກັນປະເພດທີ 7 ນັບແຕ່ສັດຕະວັດແລ້ວນີ້ເປັນຕົ້ນມາ. ສະນັ້ນ ເຊື້ອໄວຣັດໃນຄັ້ງນີ້ແມ່ນມີຄວາມອາດເປັນໄປໄດ້ສູງທີ່ສຸດທີ່ແມ່ນ ສັດຕິດຕໍ່ໃສ່ ມະນຸດ, ພະຍາດອີໂປລາ ແລະ SARS ກໍ່ແມ່ນແຜ່ລະບາດຈາກ ສັດຄືກັນ.
ສຸດທ້າຍ, ຄົນທຳມະດາຈະຕິດເຊື້ອພະຍາດຈາກສັດທີ່ເປັນນັ້ນງ່າຍກວ່ານັກຄົ້ນຄວ້າ.ໂດຍທ່ານນາງມັດເຊັດກ່າວວ່າ, ຖ້ຳຫຼືປ່າທີ່ ເຈຍດຳລົງຊີວິດຢູ່ນັ້ນເປັນບ່ອນທີ່ອັນຕະລາຍທີ່ສຸດ,ໃນເວລານັກຄົ້ນຄວ້າຂອງຫ້ອງທົດລອງເຊື້ອໄວຣັດນະຄອນອູຮັ້ນເຮັດວຽກຢູ່ໃນປ່າແມ່ນໄດ້ໃສ່ຊຸດປ້ອງກັນຕົວເປັນຢ່າງດີ. ແຕ່ຖ້າແມ່ນນັກທ່ອງທ່ຽວຫຼືນາຍພານ ແມ່ນອາດຈະຕິດກັບເຊື້ອໄວຣັດໂຕສັດທີ່ເປັນນັ້ນ ໄດ້ງ່າຍກວ່າ,ແລະມີຄວາມສ່ຽງສູງກວ່າ. ທ່ານນາງມັດເຊັດຍັງເຫັນວ່າ,ການທີ່ກ່າວວ່າ “ເຊື້ອໄວຣັດຖືກລະບາດອອກຈາກຫ້ອງທົດລອງ”ອາດຈະກະທົບຕໍ່ຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງນັກຄົ້ນຄວ້າຈີນ-ອາເມລິກາແລະຈະກະທົບຕໍ່ການຮ່ວມມືດ້ານວິທະຍາສາດລະຫວ່າງສອງປະເທດ.