ວັນທີ 10 ມັງກອນ 2020 ນີ້ ຢູ່ທີສະໂມສອນເມືອງເງິນ ແຂວງ ໄຊຍະບູລີ ທາງຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງເງິນ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດຕັ້ງຝຶກອົບຮົມໂຄສະນາ ເຜີຍແຜ່ ແລະ ປູກຈິດສຳນຶກຄວາມປອດໄພຕາມທາງຫຼວງ ໃຫ້ແກ່ພະນັກງານ-ລັດຖະກອນ ທົ່ວເມືອງເງິນ.
ທ່ານ ສົມເດດ ຄຳພາ ກຳມະການພັກເມືອງ ຫົວໜ້າ ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ເມືອງເງິນ ກໍ່ໃຫ້ກຽດຂື້ນເຜີຍແຜ່ກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງ ເລກທີ 188/ນຍ ລົງວັນທີ 3 ກໍລະກົດ 2007 ແລະ ທ່ານຍັງໄດ້ຍົກໃຫ້ເຫັນ 5 ຫຼັກພື້ນຖານການຂັບຂີ່ປອດໄພ, ການນຳໃຊ້ລົດ, ການກວດສະພາບເຕັກນິກລົດກ່ອນອອກເດີນທາງທຸກຄັ້ງ, ການນຳໃຊ້ສັນຍານ, ອັນຕະລາຍຈາກການນຳໃຊ້ລົດທີ່ບໍ່ຖືກຕ້ອງ, ຂໍ້ຫ້າມ ແລະ ການປັບໄໝຜູ້ລ່ວງລະເມີດ, ເພື່ອແນໃສ່ເຮັດໃຫ້ພະນັກງານ,ລັດຖະກອນ,ໄດ້ຮັບຮູ້ເຂົ້າໃຈກົດໜາຍວ່າດ້ວຍການຈໍລະຈອນທາງບົກ, ເຮັດໃຫ້ຜູ້ຂັບຂີ່ພາຫານະຕາມທ້ອງຖະໜົນຫຼວງໄດ້ມີຄວາມປອດໄພຫຼາຍຂຶ້ນ ຈາກນັ້ນ ທ່ານ ຮ້ອຍໂທ ຈັນແກ້ວ ເທບປັນຍາ ຫົວໜ້າກອງຕຳຫຼວດຈະລາຈອນ ກອງບັນຊາການ ປກສ ເມືອງເງິນ ກໍ່ໄດ້ຂຶ້ນອະທິບາຍ ເຄື່ອງໝາຍປ້າຍຈະລາຈອນ ທັງ 7 ປະເພດຄື:
- ປ້າຍເຕືອນອັນຕະລາຍ
- ປ້າຍຫ້າມ
- ປ້າຍກຳນົດ
- ປ້າຍແນະນຳເສັ້ນທາງ
- ປ້າຍບອກສິດ
- ປ້າຍເພີ່ມ
- ປ້າຍບອກສະຖານທີ່
ພ້ອມທັງແນະການໃຊ້ລົດ-ໃຊ້ຖະໜົນ ການຄາດເຂັມຄັດນິລະໄພ, ໃສ່ໝວກກັນກະທົບ, ແລະ ອື່ນໆ ເພື່ອໃຫ້ຖືກຕາມກົດຈະລາຈອນ ແລະ ຄວາມປອດໄພ ຂອງຜູ້ຂັບຂີ່ ອີກດ້ວຍ.
ໂດຍ: ອິນແປງ ແຫວນຄຳ