ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຫວ່າງມໍ່ໆມານີ້, ຈີນໄດ້ປະກາດສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານກັບອາຊຽນ. ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 25 ພະຈິກນີ້, ທ່ານນາງຊູ້ຢຸ້ຍຖິງ ໂຄສົກກະຊວງການຄ້າຈີນກ່າວວ່າ: 10 ເດືອນຂອງປີນີ້, ຍອດມູນຄ່າການຄ້າລະຫວ່າງຈີນແລະອາຊຽນໄດ້ບັນລຸເຖິງ 703,3 ຕື້ໂດລາສະຫະລັດ, ເພີ່ມ ຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາ, ຍອດມູນຄ່າການຄ້າລະຫວ່າງສອງຝ່າຍໃນໝົດປີຈະສ້າງສະ ຖິຕິໃໝ່ໃນປະຫວັດສາດ.
ທ່ານນາງຊູ້ຢຸ້ຍຖິງກ່າວວ່າ: ມາຮອດປັດ ຈຸບັນ, ນັບລວມແລ້ວ, ຍອດມູນຄ່າການລົງ ທຶນລະຫວ່າງຈີນແລະອາຊຽນມີເກືອບ 300 ຕື້ໂດລາສະຫະລັດ. ໃນໄລຍະຕໍ່ໄປ, ກະຊວງການຄ້າຈີນຈະຮ່ວມກັບອາຊຽນ ເພື່ອຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນລະຫວ່າງຜູ້ນຳສອງຝ່າຍໃນຂົງເຂດເສດຖະກິດການຄ້າ ຢ່າງຮອບດ້ານ, ເລີ່ມກໍ່ສ້າງເຂດການຄ້າເສລີຈີນ-ອາຊຽນສະບັບ 3.0, ຈັບມືກັນເພື່ອສ້າງສາຍພົວພັນເສດຖະກິດການຄ້າຈີນ-ອາຊຽນທີ່ກວມລວມ, ທັນສະໄໝ, ຮອບດ້ານ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນເພື່ອສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ.