ການໃຫ້ເດັກນ້ອຍເຮັດວຽກຢູ່ບັນດາຫົວໜ່ວຍບໍລິການທີ່ຕິດພັນກັບການທ່ອງທ່ຽວ ຊຶ່ງເປັນການເຂົ້າຂ່າຍການນໍາໃຊ້ແຮງງານເດັກຢູ່ ສປປ ລາວ ຍັງປະກົດໃຫ້ເຫັນໃນຫລາຍຮູບແບບ ແລະ ຮຽກຮ້ອງໃຫ້ໃຫ້ທຸກພາກສ່ວນກ່ຽວຂ້ອງພ້ອມກັນເອົາໃຈໃສ່ແກ້ໄຂບັນຫານີ້ຮ່ວມກັນໃຫ້ດີຂຶ້ນກວ່າເກົ່າ.
ທ່ານ ນາງ ດາລານີ ພົມມະວົງສາ, ຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ສໍາພາດວ່າ: ໃນໄລຍະຜ່ານມາ, ເຖີງວ່າຍັງບໍ່ມີຕົວເລກຊີ້ບອກທີ່ຊັດເຈນກ່ຽວກັບການນໍາໃຊ້ແຮງງານເດັກ ກໍຕາມ, ແຕ່ໃນສະພາບຕົວຈິງ ຍັງພົບເຫັນເດັກນ້ອຍຈໍານວນຫນຶ່ງທີ່ເຮັດວຽກຕິດພັນກັບສະຖານທີ່ບໍລິການທ່ອງທ່ຽວ ເປັນຕົ້ນ: ສະຖານບັນເທີງ, ຮ້ານອາຫານ, ສະຖານທີ່ພັກແຮມ, ສະຖານທີ່ທ່ອງທ່ຽວ ແລະ ຂາຍເຄື່ອງຫັດຖະກໍາ, ຕາມສະຖານທີ່ຕ່າງໆ ມີເດັກນ້ອຍອາຍຸຕໍ່າກ່ວາ 18 ປີ ຈໍານວນບໍ່ຫນ້ອຍເຂົ້າໄປບໍລິການເສີບເຄື່ອງດື່ມໃນຮ້ານບັນເທີງ, ເດັກນ້ອຍທີ່ອອກຈາກໂຮງຮຽນ ໄປເລາະຂາຍເຄື່ອງຫັດຖະກໍາຕາມສະ ຖານທີ່ທ່ອງທ່ຽວ, ຕາມສະ ຖານທີ່ພັກແຮມ ແລະ ຕາມຕະຫລາດກາງຄືນ ຊຶ່ງຖືວ່າເຂົ້າຂ່າຍການນໍາໃຊ້ແຮງງານເດັກ ເພາະຖືວ່າເຮັດວຽກໃນສະ ຖານທີ່ທີ່ເປັນອັນຕະ ລາຍ ແລະ ມີຄວາມສ່ຽງຕໍ່ສຸຂະພາບຂອງເດັກ ທັງເປັນການລົບກວນຊີວິດໃນໄວຮຽນຂອງເຂົາເຈົ້າ.
ທ່ານ ນາງ ດາລານີ ພົມມະວົງສາ ໃຫ້ຮູ້ຕື່ມວ່າ: ສໍາລັບການຄຸ້ມຄອງການນໍາໃຊ້ແຮງງານເດັກໃນຂະແໜງການທ່ອງທ່ຽວໃນໄລຍະຜ່ານມາ ນອກຈາກອີງໃສ່ບັນດາກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງຂອງລາວ ຍັງອີງໃສ່ບັນດານິຕິກໍາ ຂອງສາກົນທີ່ ສປປ ລາວ ໄດ້ໃຫ້ສັດຕະຍາບັນຮ່ວມ ຄື: ສົນທິສັນຍາຂອງອົງການແຮງງານສາກົນ ເລກທີ 138 ວ່າດ້ວຍອາຍຸຕ່ໍາສຸດຂອງການເຮັດວຽກ ແລະ ສົນທິສັນຍາ 182 ວ່າດ້ວຍການຫ້າມ ແລະ ດໍາເນີນການລຶບລ້າງທັນທີ ການ ນໍາໃຊ້ແຮງງານເດັກໃນຮູບ ແບບທີ່ໂຫດຮ້າຍທາລຸນ. ນອກຈາກນີ້ ກົມຄຸ້ມຄອງການທ່ອງທ່ຽວ ໄດ້ແຕ່ງຕັ້ງຄະນະຮັບ ຜິດຊອບເພື່ອເຄື່ອນໄຫວກວດກາການນໍາໃຊ້ແຮງງານເດັກໃນຂະແໜງທ່ອງ ທ່ຽວເປັນປົກກະຕິ, ລວມເຖີງຮ່ວມກັບພາກສ່ວນກ່ຽວຂ້ອງເຄື່ອນໄຫວກວດກາເມື່ອມີລາຍງານກ່ຽວກັບບັນຫາການນໍາໃຊ້ແຮງງານເດັກໃນຂະແໜງທ່ອງທ່ຽວ.
ນອກຈາກນີ້ ສໍາລັບປີ 2021 ນີ້ ໂດຍໄດ້ຮັບການສະໜັບສະໜູນຈາກອົງການແຮງງານສາກົນ ປະຈໍາລາວ ຂະ ແຫນງການທ່ອງທ່ຽວ ພວມສຸມໃສ່ການສ້າງເຄື່ອງ ມືໂຄສະນາ ແລະ ເຜີຍແຜ່ປູກຈິດສໍານຶກໃຫ້ແກ່ຫົວຫນ່ວຍທຸລະກິດບໍລິການໃນຂະແຫນງການທ່ອງທ່ຽວຢູ່ແຂວງເປົ້າຫມາຍ ຄື: ບໍ່ແກ້ວ, ແຂວງວຽງຈັນ, ສະຫວັນນະເຂດ ແລະ ຈໍາປາສັກ. ຈຸດປະສົງຂອງກິດຈະກໍາດັ່ງກ່າວ ເພື່ອໃຫ້ຄວາມຮູ້ຄວາມເຂົ້າ ໃຈແກ່ຜູ້ປະກອບການໃນຂະແຫນງການທ່ອງທ່ຽວກ່ຽວກັບແຮງງານເດັກ, ໄພມືດທີ່ມາກັບການທ່ອງທ່ຽວ, ການມີສ່ວນຮ່ວມໃນການປ້ອງກັນ ແລະ ກົນໄກການຮ່ວມມື, ການລາຍງານ ເພື່ອປົກປ້ອງຊ່ວຍເຫລືອ ຜູ້ຖືກເຄາະຮ້າຍ ແລະ ອື່ນໆ.
ຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ກ່າວຢໍ້າວ່າ: ວຽກງານການຕ້ານການນໍາໃຊ້ແຮງງານເດັກ ແມ່ນຫນ້າທີ່ຂອງທຸກຄົນໃນສັງຄົມ ທີ່ຕ້ອງຮ່ວມແຮງຮ່ວມໃຈກັນ. ໃນຂະແຫນງການທ່ອງທ່ຽວ ປະກອບມີພາກລັດ, ພາກທຸລະກິດ ແລະ ປະຊາຊົນທ້ອງຖິ່ນ ແລະ ຄູ່ຮ່ວມພັດທະນາ ຊຶ່ງຕ້ອງໄດ້ເຮັດພາລະບົດບາດຫນ້າທີ່ຂອງຕົນ ແລະ ປະສານສົມທົບກັນ ແຫນ້ນ ໂດຍເລີ່ມຈາກການໃຫ້ຜູ້ມີສ່ວນຮ່ວມດັ່ງກ່າວ ມີຄວາມຮູ້ ແລະ ເຂົ້າໃຈກ່ຽວກັບແຮງງານເດັກ, ເຊື່ອມຊຶມແນວທາງນະໂຍບາຍ, ລະ ບຽບກົດຫມາຍທີ່ກ່ຽວຂ້ອງ, ພ້ອມກັນນໍາເອົາເນື້ອໃນຈິດໃຈວຽກງານຕ້ານການນໍາໃຊ້ແຮງງານເດັກ ໄປເຜີຍແຜ່ໃຫ້ກວ້າງຂວາງໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ອື່ນໆ.
Loading...