ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນບ່າຍ ວັນທີ 28 ທັນວາ 2021 ທີ່ກະຊວງສາທາລະນະສຸກ ລັດຖະບານຍີ່ປຸ່ນໄດ້ມອບອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາ ເເລະຂົນສົ່ງວັກຊີນໃຫ້ແກ່ ກະຊວງສາທາລະນະສຸກ. ອຸປະກອນດັ່ງກ່າວປະກອບມີ: ຕູ້ແຊ່ແຂງເພື່ອເກັບຮັກສາວັກຊີນ ເເລະ ແທ່ງນໍ້າແຂງທຽມຈຳນວນ 208 ຕູ້, ຕູ້ເຢັນ 480 ຕູ້, ພ້ອມອາໄຫຼ່, ກ່ອງຂົນສົ່ງວັກຊີນ 500 ກ່ອງ, ກ່ອງເຢັນຈຳນວນ 100 ກ່ອງ ແລະແທ່ງນໍ້າແຂງທຽມຈຳນວນ 10,000 ແທ່ງ, ເຊີ່ງເເມ່ນການຊ່ວຍເຫຼືອຈາກຍີ່ປຸ່ນໂດຍຜ່ານອົງການຢູ່ນິເຊັບ ມູນຄ່າ ທັງໝົດ 913,141ໂດລາ.
ນີ້ ເເມ່ນເປັນສ່ວນໜຶ່ງຂອງໂຄງການທີ່ລັດຖະບານຍີ່ປຸ່ນພວມຈັດຕັ້ງປະຕິບັດເພື່ອສະໜັບສະໜູນ ສປປ ລາວ ໃນການເສີມສ້າງຄວາມເຂັ້ມແຂງໃຫ້ເເກ່ລະບົບຄວາມເຢັນສຳລັບການເກັບຮັກສາ ເເລະຂົນສົ່ງວັກຊີນເພື່ອເປັນການປະກອບສ່ວນເຂົ້າໃນວຽກງານການຮັບມືກັບພະຍາດໂຄວິດ-19, ເຊິ່ງນອນຢູ່ໃນໂຄງການຊ່ວຍເຫລືອທັ້ງໝົດ 1.100.000 ໂດລາສະຫະລັດ. ນອກຈາກການຈັດຊື້ອຸປະກອນລະບົບຄວາມເຢັນເເລ້ວ, ຈໍານວນທຶນທີ່ເຫຼືອ ຈະນໍາໃຊ້ເຂົ້າວຽກງານສົ່ງເສີມລະບົບຄວາມເຢັນຢູ່ ລາວໃນອະນາຄົດ.
ທ່ານດຣ.ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ກ່າວວ່າ: “ກະຊວງສາທາລະນະສຸກ ຂໍສະແດງຄວາມຂອບໃຈຕໍ່ລັດຖະບານຍີ່ປຸ່ນສຳລັບການສະໜັບສະໜູນອຸປະກອນລະບົບຄວາມເຢັນໃນຄັ້ງນີ້. ໂດຍການເສີນສ້າງຄວາມເຂັ້ມແຂງໃຫ້ກັບລະບົບຄວາມເຢັນເພື່ອເກັບຮັກສາ ເເລະຂົນສົ່ງວັກຊີນປ້ອງກັນພະຍາດ ໂຄວິດ-19, ພວກເຮົາກໍ່ຈະສາມາດຜັນຂະຫຍາຍວຽກງານການຊັກວັກຊີນໃຫ້ສາມາດເຂົ້າເຖິງຈຳນວນປະຊາກອນໄດ້ຫຼາຍຂື້ນໃນໄລຍະການແຜ່ລະບາດຂອງພະຍາດດັ່ງກ່າວ.”
ນອກຈາກອຸປະກອນລະບົບຄວາມເຢັນເເລ້ວ, ລັດຖະບານຍີ່ປຸນຍັງໄດ້ມອບວັກຊີນປ້ອງກັນພະຍາດ ໂຄວິດ-19 AstraZeneca ຈຳນວນ 320,200 ໂດສ໌ ໃຫ້ແກ່ກະຊວງສາທາລະນະສຸກ ເຊີ່ງວັກຊີນເຫຼົ່ານີ້ໄດ້ມາຮອດ ສປປ ລາວ ໃນວັນທີ 23 ທັນວາ 2021.
ທ່ານໂຄບາຢາຊິເຄນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາສປປ ລາວ, ກ່າວວ່າ: “ການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນໃນຄັ້ງນີ້ ສະແດງເຖິງມິດຕະພາບ ເເລະ ຄວາມສາມັກຄີ ລະຫວ່າງປະເທດຍີ່ປຸ່ນແລະ ສປປ ລາວ ເຊິ່ງໃນເວລາອັນທ້າທາຍນີ້ ອຸປະກອນລະບົບຄວາມເຢັນເເມ່ນມີຄວາມສຳຄັນຫຼາຍຕໍ່ຂະບວນການສັກວັກຊີນ, ດັ່ງນັ້ນພວກເຮົາຮູ້ສຶກເປັນກຽດທີໄດ້ສະໜອງອຸປະກອນຕ່າງໆເຊັນ: ຕູ້ແຊ່ແຂງເພື່ອເກັບຮັກສາວັກຊີນໃຫ້ເເກ່ ສປປ ລາວ ເພື່ອຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການສັກວັກຊີນໃນປະເທດ. ນອກນີ້, ພວກເຮົາຍັງພູມໃຈທີ່ໄດ້ໃຫ້ການສະໜັບສະໜູນວັກຊີນປ້ອງກັນພະຍາດໂຄວິດ-19ຈຳນວນ 320,200ໂດສ໌ ໃຫ້ແກ່ ສປປ ລາວ, ຂ້າພະເຈົ້າຫວັງຢ່າງຢີ່ງວ່າວັກຊີນ ເເລະອຸປະກອນເຫຼົ່ານີ້ຈະເປັນການປະກອບສ່ວນອັນສຳຄັນໃນຂະບວນການສັກວັກຊີນໃນ ສປປ ລາວ.”
ທ່ານນາງLeotes Helin, ວ່າການແທນຜູ້ຕາງໜ້າອົງການຢູນີເຊບປະຈຳ ສປປ ລາວ, ກ່າວວ່າ:“ອົງການຢູນີເຊບ ນອກຈາກຈະໃຫ້ການສະໜັບສະໜູນວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວເເລ້ວ, ຍັງມີຄວາມພາກພຸມໃຈເປັນຢ່າງຍິ່ງທີ່ໄດ້ໃຫ້ການສະໜັສະໜູນແກ່ກະຊວງສາທາລະນະສຸກ ໃນການຍົກລະດັບຂີດຄວາມສາມາດຂອງລະບົບຄວາມເຢັນເພື່ອເກັບຮັກສາ ເເລະຂົນສົ່ງວັກຊີນໃນ ສປປ ລາວ ພ້ອມທັງໃຫ້ການແນະນຳທາງດ້ານວີຊາການອີກດ້ວຍ. ອົງການຢູນີເຊບຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບກະຊວງສາທາລະນະສຸກ ແລະຄູ່ຮ່ວມພັດທະນາຂອງພວກເຮົາເພື່ອຮັບປະກັນການເຂົ້າເຖິງວັກຊີນປ້ອງກັນພະຍາດ ໂຄວິດ-19 ຢ່າງເທົ່າທຽມ ໃນ ສປປ ລາວ.”