ວັນທີ 12 ພະຈິກ 2021, ກະຊວງສາທາລະນະສຸກ ໄດ້ຮັບອຸປະກອນການແພດທີ່ຈໍາເປັນ ລວມມູນຄ່າຫຼາຍກວ່າ 600.000 ໂດລາສະຫະລັດ ໂດຍການຊ່ວຍເຫຼືອລ້າຂອງລັດຖະບານຍີ່ປຸ່ນ ເພື່ອຕອບໂຕ້ກັບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ເຊິ່ງອົງການສະຫະປະຊາຊາດເພື່ອການບໍລິການໂຄງການ (UNOPS) ເປັນຜູ້ດໍາເນີນການຈັດຊື້ໃນຄັ້ງນີ້. ເຄື່ອງຊ່ວຍເຫຼືອປະກອບມີ: ເຄື່ອງຈັກຜະລິດອົກຊີແຊນ 100 ເຄື່ອງ, ອຸປະກອນຕິດຕາມຄົນເຈັບພ້ອມລໍ້ 100 ໜ່ວຍ ແລະ ເຄື່ອງດູດຂີ້ສະເຫຼດ 100 ເຄື່ອງ.
ອຸປະກອນດັ່ງກ່າວ ພວມຖືກແຈກຢາຍໄປໃຫ້ໂຮງໝໍແຂວງ, ໂຮງໝໍຊູມຊົນ ແລະ ໂຮງໝໍພາກສະໜາມ ໃນຂອບເຂດທົ່ວປະເທດ ເຊິ່ງຄາດວ່າ ຈະຈັດສົ່ງສໍາເລັດ ພາຍໃນກາງເດືຶອນທັນວານີ້. ອຸປະກອນເຫຼົ່ານັ້ນ ແມ່ນມີຄວາມຈໍາເປັນ ສໍາລັບບັນດາແພດໝໍດ່ານໜ້າ ໃນການປິ່ນປົວຄົນເຈັບ ທີ່ຕິດພະຍາດໂຄວິດ-19 ໂດຍສະເພາະໃນກໍລະນີທີ່ມີອາການຮຸນແຮງ.
ພະນະທ່ານ ເຄນິຈິ ໂກບາຢາຊິ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສປປ ລາວ ກ່າວວ່າ: “ຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຫຼາຍກວ່າ 19 ລ້ານໂດລ້າສະຫະລັດ ໃນການສະກັດກັ້ນ ແລະ ຕອບໂຕ້ກັບການລະບາດ ຂອງພະຍາດໂຄວິດ-19 ແລະ ຍັງໄດ້ສະໜອງວັກຊີນກັນພະຍາດໂຄວິດຈໍານວນ 600.000 ໂດສ ໃນເດືອນສິງຫາທີ່ຜ່ານມາ. ອຸປະກອນການແພດ ທີ່ພວກເຮົາໄດ້ສະໜອງໃຫ້ໃນຄັ້ງນີ້ ຄາດວ່າ ຈະໄປເຖິງສະຖານບໍລິການທາງການແພດຕ່າງໆ ລວມທັງເຂດຫ່າງໄກສອກຫລີກ ທີ່ພວມປະເຊີນກັບຄວາມສ່ຽງ ແລະ ມີຂໍ້ຈໍາກັດໃນຫຼາຍໆດ້ານ”.
ພະນະທ່ານ ເຄນິຈິ ກ່າວຕື່ມວ່າ: “ການຊ່ວຍເຫຼືອນີ້ ເປັນຕົວບົ່ງບອກເຖິງຄວາມມຸ່ງມາດປາຖະໜາ ຂອງຍີ່ປຸ່ນ ໃນການຊ່ວຍເຫຼືອ ສປປ ລາວ ແກ້ໄຂສະຖານະການໂຄວິດ-19 ພາຍໃນປະເທດ. ພວກເຮົາຫວັງຢ່າງຍິ່ງວ່າ ອຸປະກອນທີ່ມອບໃຫ້ ຈະສາມາດປິ່ນປົວ ແລະ ຊ່ວຍຊີວິດປະຊາຊົນລາວ ຜູ້ທີ່ໄດ້ຮັບຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ”.
ທ່ານ ສຈ. ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີວ່າການກະຊວງສາທາລະນະສຸກ ຕາງໜ້າລັດຖະບານ ສປປ ລາວ ກ່າວສະແດງຄວາມຂອບໃຈວ່າ: “ພວກເຮົາຮູ້ສຶກຍົກຍ້ອງ ແລະ ຊາບຊຶ້ງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ກໍຄື ອົງການ UNOPS ສໍາລັບການສະໜັບສະໜູນຢ່າງຕໍ່ເນື່ອງ ໃນການແກ້ໄຂບັນຫາພະຍາດໂຄວິດ-19 ໃນ ສປປ ລາວ. ການປະກອບສ່ວນໃນຄັ້ງນີ້ ສະແດງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມື ລະຫວ່າງສອງຊາດພວກເຮົາ”.
ທ່ານກ່າວຕື່ມວ່າ: “ເຄື່ອງຊ່ວຍເຫຼືອນີ້ ຈະຊ່ວຍໃຫ້ພະນັກງານແພດໝໍ ສາມາດປິ່ນປົວຄົນເຈັບທີ່ຕິດໂຄວິດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລັດຖະບານ ໃນການຕອບໂຕ້ກັບການລະບາດຂອງພະຍາດໂຄວິດ-19 ເພື່ອນໍາໄປສູ່ການມີຈໍານວນຜູ້ປິ່ນປົວຫາຍຂາດຫຼາຍຂຶ້່ນ”.
ທ່ານ ນາງ ແຄໂຣລາຍ ສະປາຍເກວສ໌ກີ, ຜູ້ຈັດການໂຄງການ ປະຈໍາອົງການ UNOPS ກ່າວວ່າ:“ການສະໜອງອຸປະກອນຊ່ວຍເຫຼືອໃນຄັ້ງນີ້ ເປັນຕົວຢ່າງອັນລ່າສຸດ ຂອງຄໍາໝັ້ນສັນຍາຂອງອົງການ UNOPS ທີ່ມີຕໍ່ປະຊາຊົນລາວ ແລະ ການຮັດແໜ້ນການຮ່ວມມື ກັບລັດຖະບານຍີ່ປຸ່ນ. ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ, ອົງການພວກເຮົາ ແລະ ລັດຖະບານຍີ່ປຸ່ນ ໄດ້ປະສົບຄວາມສໍາເລັດໃນການເຮັດວຽກຮ່ວມກັນ ເພື່ອສົ່ງ-ມອບອຸປະກອນການແພດ ທີ່ສາມາດກູ້ຊີວິດຄົນເຈັບ ໃຫ້ແກ່ປະເທດຕ່າງໆໃນທົ່ວໂລກ”.
Loading...