ນາງ ເກດມະນີ ວິໄລສອນ ປະຈຸບັນຢູ່ບ້ານເມືອງຫານ, ເມືອງຫົງສາ, ແຂວງໄຊຍະບູລີ, ເປັນຄອບຄົວຕົວແບບໃນການລ້ຽງໝູເປັນສິນຄ້າ ໄດ້ເລົ່າສູ່ຟັງວ່າ: ພາຍໃນຄອບຄົວຂອງຂ້າພະເຈົ້າມີຈໍານວນພົນ 5 ຄົນ, ຍິງ 4 ຄົນ, ມີແຮງງານຕົ້ນຕໍ 2 ແຮງງານ, ໂດຍປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ແລະ ການປຸກລະດົມຊຸກຍູ້ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຕິດພັນກັບຄວາມຮຽກຮ້ອງຕ້ອງການຂອງການບໍລິໂພກຊີ້ນໝູ ເປັນຈໍານວນຫຼາຍໃນແຕ່ລະວັນ, ແຕ່ພາຍໃນເມືອງ ຫົງສາ ແມ່ນບໍ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການ, ຈໍາຕ້ອງໄດ້ນຳໝູເຂົ້າຈາກຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດເປັນຈຳນວນຫຼາຍ, ເພາະວ່າເມືອງ ຫົງສາ ເປັນເມືອງທີ່ມີໂຄງການຂະໜາດໃຫຍ່ຕັ້ງຢູ່ ກໍ່ຄືໂຮງງານໄຟຟ້າຫົງສາ ເຊິ່ງມີພະນັກງານຈຳນວນຫຼາຍເຮັດວຽກຢູ່ໂຮງງານດັ່ງກ່າວ, ດັ່ງນັ້ນຈຶ່ງໄດ້ເລີ່ມລ້ຽງໝູແຕ່ທ້າຍປີ 2011-2012 ເປັນຕົ້ນມາ ໂດຍໄດ້ນໍາເອົາໝູນ້ອຍຈໍານວນໜຶ່ງເຂົ້າມາລ້ຽງເປັນໝູຂຸນຊີ້ນຂາຍ ເຫັນວ່າໄດ້ຂາຍດີ ແລະ ມີກຳໄລ, ແຕ່ວ່າການຊອກຫາໝູນ້ອຍມາລ້ຽງແຕ່ລະຄັ້ງ ແມ່ນມີຄວາມຫຍຸງຍາກ ບໍ່ໄດ້ຕາມຄວາມຕ້ອງການ ແລະ ກຳນົດເວລາ ເຮັດໃຫ້ການລ້ຽງບໍ່ຕໍ່ເນື່ອງ, ຈົນມາຮອດປີ 2013 ນາງ ເກດມະນີ ວິໄລສອນ ຈຶ່ງໄດ້ເພາະພັນໝູນ້ອຍເອງ, ເນື່ອງຈາກລາຄາໝູນ້ອຍແມ່ນມີລາຄາສູງ ແລະ ບໍ່ສາມາດຕອບສະໜອງໃຫ້ແກ່ຜູ້ລ້ຽງໝູຊີ້ນໄດ້, ໂດຍໄດ້ຊອກຫາວິທີເພາະພັນໝູນ້ອຍ ຈາກຄົນຮູ້ຈັກ ຜູ້ທີ່ເຄີຍລ້ຽງຜ່ານມາ ແລະ ສຶກສານໍາສື່ຕ່າງໆເຊັ່ນ: ປື້ມຕຳລາ, ວາລະສານ ແລະ ອິນເຕີເນັດຕ່າງໆ ໂດຍສະເພາະແມ່ນ ຄີບແນະນຳການລ້ຽງໝູຈາກອິນເຕີເນັດ, ເບື້ອງຕົ້ນແມ່ນໄດ້ນຳແມ່ພັນພໍ່ພັນ ເຂົ້າມາລ້ຽງຈຳນວນ 10 ໂຕ ເພື່ອເພາະພັນເອົາລູກໝູ (ໝູນ້ອຍ) ຂາຍໃຫ້ກັບຜູ້ລ້ຽງໝູຊີ້ນພາຍໃນເມືອງ ເຫັນວ່າມີຜົນກຳໄລຫຼາຍຂື້ນ ແລະ ໝູນ້ອຍກໍ່ບໍ່ພໍຂາຍ, ຈົນມາຮອດທ້າຍປີ 2014 ຈຶ່ງໄດ້ເພີ່ມພໍ່ແມ່ພັນຂຶ້ນຕື່ມເປັນ 30 ໂຕ ແຕ່ກໍ່ຍັງບໍ່ພໍຂາຍ ເນື່ອງຈາກວ່າ ຂ້າພະເຈົ້າໄດ້ຊອກຫາຕະຫຼາດໃນການຕອບສະໜອງໝູນ້ອຍເພີ່ມຂຶ້ນ ໂດຍສະເພາະແມ່ນຕ່າງເມືອງ ຕ່າງແຂວງເຊັ່ນ: ເມືອງຮຸນ, ເມືອງໄຊ ແຂວງ ອຸດົມໄຊ, ຈາກນັ້ນເລີ່ມແຕ່ທ້າຍປີ 2017 ເປັນຕົ້ນມາ ຈົນເຖິງປະຈຸບັນແມ່ນໄດ້ເພີ່ມພໍ່, ແມ່ພັນຂຶ້ນເປັນ 80 ກວ່າໂຕ ພ້ອມທັງລ້ຽງໝູຊີ້ນເພີ່ມຂຶ້ນ ໂດຍການເອົາໝູນ້ອຍທີ່ຕົນເອງຜະລິດໄດ້ ມາຕໍ່ຍອດສ້າງກຳໄລເພີ່ມ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວເພີ່ມຂື້ນ, ປະຈຸບັນມີໝູຊີ້ນທັງໝົດ ນັບແຕ່ນ້ຳໜັກ 15 ກິໂລຂຶ້ນໄປ ທີ່ເອົາລົງຄອກຂຸນ ມີ 500 ກວ່າໂຕ ສາມາດຕອບສະໜອງ ຫຼື ຂາຍປ້ອນຕະຫຼາດປະມານ 80-100 ໂຕຕໍ່ເດືອນ, ສ້າງລາຍຮັບໃຫ້ແກ່ຄອບຄົວ ຫຼັງຫັກຄ່າໃຊ້ຈ່າຍຕ່າງໆແລ້ວຈະໄດ້ກຳໄລຢູ່ປະມານ 20 ລ້ານກວ່າກີບຕໍ່ເດືອນ, ນອກຈາກນີ້ ຍັງໄດ້ລ້ຽງປາ ແລະ ສັດປີກອີກຈຳນວນໜຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວນັບມື້ດີຂຶ້ນເທື່ອລະກ້າວ.
ນາງ ເກດມະນີ ວິໄລສອນ ຍັງໃຫ້ຮູ້ຕື່ມອີກວ່າ: ຂໍ້ສະດວກໃນການລ້ຽງໝູແມ່ນພັກ-ລັດກໍ່ຄືຫ້ອງການກະສິກຳ ແລະ ປ່າໄມ້ໃຫ້ການຊຸກຍູ້ສົ່ງເສີມ, ແນະນຳ ແລະ ອຳນວຍຄວາມສະດວກດ້ານຕ່າງໆເປັນຢ່າງດີ, ສາມາດຜະລິດແນວພັນ ຫຼື ໝູນ້ອຍລ້ຽງຂຸນເອງ ເຮັດໃຫ້ຕົ້ນທຶນການຜະລິດຫຼຸດລົງ,ສາມາດປະສົມອາຫານດ້ວຍຕົນເອງ ເຮັດໃຫ້ຕົ້ນທຶນອາຫານຫຼຸດລົງ, ມີສະຖານທີ່ເໝາະສົມ ແລະ ປະສົບການໃນການລ້ຽງໝູ.
ນັກຂ່າວ: ຫ້ອງວ່າການແຂວງ ໄຊຍະບູລີ
ໂດຍ: ອຸ່ນເຮືອນ ໂພທິລັກ