ໃນຂະນະທີ່ຫຼາຍຂົງເຂດວຽກງານກຳລັງມີຄວາມຄືບໜ້າໃນລະດັບທີ່ດີ, ຂອບວຽກດ້ານນະໂຍບາຍທີ່ກ່ຽວຂ້ອງກັບວຽກເຮັດງານທຳສີຂຽວ ພາຍໃນສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ASEAN) ຈຳເປັນຕ້ອງໄດ້ຮັບການສ້າງຄວາມເຂັ້ມແຂງເພີ່ມເຕີມ ເພື່ອການເຕີບໂຕທາງດ້ານວຽກເຮັດງານທຳສີຂຽວ ເພື່ອບັນລຸທ່າແຮງຂອງ ASEAN ຢ່າງເຕັມສ່ວນ ໂດຍອີງຕາມ ບົດລາຍງານຮ່ວມກັນລະຫວ່າງ ASEAN ແລະ ອົງການແຮງງານສາກົນ ທີ່ໄດ້ຖືກເຜີຍແຜ່ໃນມື້ນີ້ (9 ກໍລະກົດ 2021).
ຜົນກນສຶກສາລະດັບພາກພື້ນ ກ່ຽວກັບຄວາມພ້ອມດ້ານນະໂຍບາຍວຽກເຮັດງານທຳສີຂຽວ ຢູ່ໃນ ASEAN ຈະຊ່ວຍໃນການສ້າງຂອບວຽກຄວາມພ້ອມດ້ານນະໂຍບາຍ ແລະ ຈະຖືກນຳໃຊ້ ເພື່ອປະເມີນ 10 ປະເທດສະມາຊິກຂອງ ASEAN[1].
ວຽກເຮັດງານທຳສີຂຽວ ແມ່ນວຽກເຮັດງານທຳທີ່ມີຄຸນຄ່າ ໃນຂະແໜງການ ແລະ ກິດຈະກຳທາງເສດຖະກິດ ທີ່ປະສອບສ່ວນຕໍ່ກັບການອະນຸລັກ ແລະ ການຟື້ນຟູສິ່ງແວດລ້ອມ ທີ່ຢູ່ໃນຂະແໜງການດັ້ງເດີມ ເຊັ່ນ: ກະສິກຳ ແລະ ການຜະລິດ ແລະ ຂະແໜງການສີຂຽວທີ່ເກີດຂຶ້ນໃໝ່ ເຊັ່ນ: ພະລັງງານທົດແທນ ແລະ ການນຳໃຊ້ພະລັງງານຢ່າງມີປະສິດທິຜົນ.
ຜົນການສຶກສາພົບວ່າ ມີຄວາມພ້ອມດ້ານນະໂຍບາຍກ່ຽວກັບວຽກເຮັດງານທຳສີຂຽວໃນລະດັບສູງ ໃນທົ່ວ ASEAN ໃນຂົງເຂດຕ່າງໆ ເຊັ່ນ: ການເຊື່ອມໂຍງການວາງແຜນການພັດທະນາທີ່ເປັນມິດຕໍ່ສິ່ງແວດລ້ອມ ໂດຍຮັບຮູ້ຄວາມຈຳເປັນທີ່ຈະຕ້ອງມີຍຸດທະສາດສະເພາະຂະແໜງການ ແລະ ການດັດແກ້ບັນດາກິດຈະກຳການພັດທະນາທັກສະ ແລະ ການຝຶກອົບຮົມ.
ຂົງເຂດທີ່ມີຄວາມພ້ອມໜ້ອຍທາງດ້ານນະໂຍບາຍທີ່ກ່ຽວຂ້ອງກັບເສດຖະກິດທີ່ເປັນມິດຕໍ່ສິ່ງແວດລ້ອມ ລວມມີ ການສ້າງນະໂຍບາຍດ້ານຕະຫຼາດແຮງງານ, ການປົກປ້ອງທາງສັງຄົມ ລວມໄປເຖິງສຸຂະພາບ ແລະ ຄວາມປອດໄພໃນການປະກອບອາຊີບ.
“ໃນຂະນະທີ່ມີຫຼາຍຢ່າງທີ່ຈະຕ້ອງໄດ້ເຮັດ, ASEAN ກໍໄດ້ມີຄວາມຄືບໜ້າໃນລະດັບທີ່ດີ ໃນການສ້າງເງື່ອນໄຂສະພາບແວດລ້ອມດ້ານນະໂຍບາຍທີ່ສະໜັບສະໜຸນການເຕີບໂຕທາງດ້ານວຽກເຮັດງານທຳສີຂຽວ. ການອອກແບບ ແລະ ການຈັດຕັ້ງປະຕິບັດການປະສົມປະສານນະໂຍບາຍທີ່ເໝາະສົມ ແມ່ນເປັນສິ່ງໃໝ່ ສຳລັບຜູ້ວາງນະໂຍບາຍໃນທົ່ວໂລກ ແລະ ໂດຍອີງໃສ່ບົດລາຍງານນີ້ ASEAN ໄດ້ລະບຸບັນດາໜ້າວຽກທີ່ສຳຄັນ ແລະ ຈຳເປັນ ເພື່ອຮັບປະກັນການປະສົມປະສານນະໂຍບາຍທີ່ມີປະສິດທິພາບໄດ້ເກີດຈັດຕັ້ງປະຕິບັດ,” ກ່າວໂດຍ ທ່ານ Dr Cristina Martinez, ຊ່ຽວຊານອາວຸໂສດ້ານວຽກເຮັດງານທຳສີຂຽວ ຂອງອົງການແຮງງານສາກົນ ສຳລັບພາກພື້ນອາຊີ ແລະ ປາຊີຟິກ.
ການປະສົມປະສານນະໂຍບາຍ ເພື່ອສົ່ງເສີມທັກສະສີຂຽວ ແລະ ການຫັນສູ່ວຽກເຮັດງານທຳສີຊຽວຢ່າງເທົ່າທຽມ ເປັນເລື່ອງທີ່ກວ້າງ ແລະ ກວມເອົາຫຼາຍຂົງເຂດຫຼາຍລະດັບ. ນະໂຍບາຍ ເປັນສິ່ງທີ່ຈຳເປັນ ເພື່ອຮັບປະກັນການສ້າງວຽກເຮັດງານທີ່ຂຽວໃຫ້ໄດ້ຫຼາຍທີ່ສຸດ ແລະ ກຳລັງແຮງງານໄດ້ຮັບການຝຶກທັກສະ ແລະ ມີຄວາມພ້ອມຕໍ່ກັບການຈ້າງງານໃນຂົງເຂດວຽກເຮັດງານທຳສີຂຽວນີ້. ນອກຈາກນີ້, ນະໂຍບາຍຕ້ອງຮັບປະກັນວ່າ ແຮງງານທີ່ຢູ່ໃນອຸດສາຫະກຳດ້ານຕ່າງໆທີ່ອາດຈະໄດ້ຮັບຜົນກະທົບຈາກຄວາມພະຍາຍາມໃນການສ້າງວຽກເຮັດງານທຳສີຂຽວ ໄດ້ຮັບການສະໜັບສະໜຸນ ແລະ ໂອກາດ ສຳລັບການພັດທະນາທັກສະ ແລະ ການຝຶກອົບຮົມ ເພື່ອໃຫ້ພວກເຂົາເຈົ້າສາມາດຫັນສູ່ການຈ້າງງານໃໝ່ຢ່າງມີປະສິດທິພາບ.
ບົດລາຍງານດັ່ງກ່າວໄດ້ເວົ້າເຖິງວຽກສຳຄັນທີ່ໄດ້ຈັດຕັ້ງປະຕິບັດໂດຍ ASEAN ແລະ ສະໜອງຄຳແນະນຳໃຫ້ແກ່ບັນດາປະເທດສະມາຊິກ ເພື່ອຍົກລະດັບຄວາມພ້ອມດ້ານນະໂຍບາຍຂອງຕົນ.
ຄຳແນະນຳເຫຼົ່ານີ້ ລວມມີ ການເຮັດວຽກກ່ຽວກັບ ການໃຫ້ຄຳນິຍາມທົ່ວໄປ ແລະ ໃຊ້ໄດ້ ຂອງວຽກເຮັດງານທຳສີຂຽວ ພ້ອມດຽວກັນກັບ ການສ້າງໂອກາດສຳລັບການສົນທະນາ ໂດຍຜ່ານກອງປະຊຸມກ່ຽວກັບວຽກເຮັດງານທຳສີຂຽວ ໃນ ASEAN ລະຫວ່າງພາກສ່ວນທີ່ກ່ຽວຂ້ອງ ເພື່ອປຶກສາຫາລື, ລະບຸ ແລະ ແລກປ່ຽນ ກ່ຽວກັບວິທີການປະຕິບັດທີ່ດີ ໃນການພັດທະນາທັກສະສີຂຽວ.
ບົດລາຍງານດັ່ງກ່າວຍັງໄດ້ແນະນຳໃຫ້ມີ ການລະບຸປັດໄຈສະໜັບສະໜຸນການສ້າງຍຸດທະສາດສະເພາະຂະແໜງການ ລວມໄປເຖິງ ການເບິ່ງກົນໄກທາງດ້ານການສະໜອງທຶນ, ສິ່ງຈູງໃຈພາກເອກະຊົນ ແລະ ສຸຂະພາບ ແລະ ຄວາມປອດໄພໃນການປະກອບອາຊີບ (OSH). ການຄາດຄະເນ ແລະ ການປະເມີນ ຜົນສະທ້ອນຕໍ່ກັບການປົກປ້ອງທາງສັງຄົມ ທີ່ກ່ຽວຂ້ອງກັບການບັນລຸການຫັນສູ່ວຽກເຮັດງານທຳສີຂຽວຢ່າງເທົ່າທຽມ ກໍໄດ້ຖືກແນະນຳເຊັ່ນດຽວກັນ.
ນອກຈາກນີ້, ບົດລາຍງານດັ່ງກ່າວ ຍັງໄດ້ກ່າວເຖິງການຈັດຕັ້ງປະຕິບັດ ຖະແຫຼງການ ASEAN ກ່ຽວກັບການສົ່ງເສີມວຽກເຮັດງານທຳສີຂຽວ ເພື່ອການເຕີບໂຕຂອງປະຊາຄົມອາຊຽນ ຢ່າງເທົ່າທຽມ ແລະ ກວມລວມ ປີ 2018. ຖະແຫຼງການດັ່ງກ່າວໄດ້ເປັນບາດກ້າວສຳຄັນສຳລັບ ASEAN ໃນການສົ່ງເສີມ ແລະ ການໃຫ້ບູລິມະສິດແກ່ວຽກເຮັດງານທຳສີຂຽວ. ບັນດາປະເທດສະມາຊິກ ASEAN ສາມາດໄດ້ຮັບຜົນປະໂຫຍດຈາກໂອກາດໃນການຫັນສູ່ວຽກເຮັດງານທຳສີຂຽວຢ່າງເທົ່າທຽມ ເພື່ອຄວາມຍືນຍົງຂອງສິ່ງແວດລ້ອມ, ໂດຍສະເພາະ ແມ່ນຂະແໜງການ ແລະ ອາຊີບສະເພາະ ທີ່ກ່ຽວຂ້ອງກັບການຫັນປ່ຽນດ້ານພະລັງງານ ເຊັ່ນ: ລົມ, ຄື້ນ ແລະ ພະລັງງານນໍ້າຂຶ້ນ-ນໍ້າລົງ; ພະລັງງານທົດແທນ ສຳລັບການຜະລິດ, ການກໍ່ສ້າງ ແລະ ການຕິດຕັ້ງ; ການຂະຫຍາຍອຸດສາຫະກຳທາງດ້ານສິ່ງແວດລ້ອມ; ການຂົນສົ່ງສີຂຽວ, ແລະ ຂະແໜງການກໍ່ສ້າງສີຂຽວ.
ພາກພື້ນ ASEAN ເປັນໜຶ່ງໃນພາກພື້ນທີ່ອາດຈະເກີດມີໄພພິບັດເກີດຂຶ້ນຫຼາຍທີ່ສຸດໃນໂລກ ໂດຍສະເພາະມີຄວາມບອບບາງຕໍ່ກັບຜົນກະທົບທາງດ້ານດິນຟ້າອາກາດທີ່ຮຸນແຮງ. ໂດຍລວມແລ້ວ, ອາຊີ ຈະໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ ຈາກການສ້າງວຽກເຮັດງານທຳສີຂຽວໃໝ່ ເຊິ່ງອົງການແຮງງານສາກົນ ຄາດຄະເນວ່າ ຈະມີການສ້າງວຽກເຮັດງານທຳ 14 ລ້ານຕໍາແໜ່ງ ພາຍໃນປີ 2030 ເພື່ອຊົດເຊີຍການສູນເສຍວຽກຈາກການຫຼຸດຜ່ອນອຸດສາຫະກຳທີ່ປ່ອຍອາຍກອກບອນ ຢູ່ຕາເວັນອອກກາງ ແລະ ອາຟຣິກາ ເຊັ່ນດຽວກັບ ຢູ່ໃນພາກພື້ນອາຊີ.
ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່ ທ່ານ Steve Needham, ຜູ້ຮັບຜິດຊອບວຽກງານການສື່ສານ, ສຳນັກງານອົງການແຮງງານສາກົນ ປະຈຳພາກພື້ນອາຊີ ແລະ ປາຊີຟິກ ທີ່