ລະຫວ່າງວັນທີ 17- 20 ພຶດສະພາ 2022 ນີ້ ອົງການກາແດງແຫ່ງຊາດລາວ ໄດ້ຈັດຊຸດອົບຮົມ ກ່ຽວກັບການຄຸ້ມຄອງຄວາມສ່ຽງໄພພິບັດ ແລະ ການປະເມີນຄວາມຕ້ອງການ ໃຫ້ແກ່ພະນັກງານກາແດງ ແລະ ພາກສ່ວນກ່ຽວຂອງພາຍໃນແຂວງຫົວພັນ ໂດຍການເປັນປະຂອງທ່ານ ຮສ. ດຣ. ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ທ່ານ ຄຳສີ ຜິວວິໄລ ຫົວໜ້າອົງການກາແດງແຂວງຫົວພັນ ພ້ອມດ້ວຍ ສຳມະນາກອນຈາກພະແນກການອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 32 ຄົນ.
ການຝຶກອົບຮົມໃນຄັ້ງນີ້ ແນ່ໃສໃຫ້ພະນັກງານກາແດງແຂວງ ແລະພາກສ່ວນກ່ຽວຂ້ອງຮັບຮູ້ ແລະເຂົ້າໃຈກຽ່ວກັບວຽກງານກາແດງ ເຊິ່ງໄດ້ນຳເອົາບົດຮຽນ ກ່ຽວກັບປະຫວັດຄວາມເປັນມາຂອງກາແດງ,ຂະບວນການກາແດງ, 7 ຫຼັກການພື້ນຖານຂອງກາແດງ, ການຄຸ້ມຄອງໄພພິບັດ, ກົນໄກການຄຸ້ມຄອງໄພພິບັດຢູ່ ສປປ ລາວ, ຄວາມຮູ້ພື້ນຖານຂອງການຄຸ້ມຄອງໄພພິບັດ, ສາຍພົວພັນການປ່ຽນແປງດິນພ້າອາກາດ ແລະ ການເກີດໄພພິບັດ, ການປົກປ້ອງການໃຊ້ຄວາມຮຸນແຮງໃນເວລາເກີດເຫດສຸກເສີນ, ການປະເມີນຄວາມສ່ຽງ, ການມອດໄພ, ການປະເມີນຄວາມຕ້ອງການ ແລະ ໄດ້ຈຳລອງເຫດການ ເພື່ອປະຕິບັດຕົວຈິງ; ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ພະນັກງານອົງການກາແດງ ແລະ ພາກສ່ວນທີ່ກ່ຽວຂອ້ງ ໃຫ້ມີຄວາມຮູ້, ຄວາມເຂົ້າໃຈ ແລະ ຄວາມສາມາດໃນວຽກງານຄຸ້ມຄອງຄວາມສ່ຽງໄພພິບັດ, ແລະເຂົ້າໃຈກ່ຽວກັບການເກັບກຳຂໍ້ມູນຫຼັງເກີດໄພພິບັດ, ສາມາດເກັບກຳຂໍ້ມູນ ແລະ ປະເມີນຄວາມຕ້ອງການພາຍຫຼັງເກີດໄພພິບັດໄດ້ ແນໃສ່ເພື່ອຫຼຸດຜ່ອນຄວາມເສຍຫາຍໃນເວລາເກີດໄພພິບັດ ແລະ ສາມາດຕອບສະໜອງຄວາມຕ້ອງການ, ໃຫ້ການຊ່ວຍເຫຼືອແກ່ຜູ້ປະສົບໄພພິບັດໃຫ້ຖືກຕາມຄວາມຕ້ອງການ ແລະ ທັນເວລາ.
ພ້ອມດຽວກັນນີ້ ທ່ານ ຮສ.ດຣ.ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ຍັງໄດ້ເຜີຍແຜ່ ກົດໝາຍວ່າດ້ວຍວຽກງານກາແດງລາວ, ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກາແດງແຫ່ງຊາດລາວ, ພາລະບົດບາດຂອງອົງການກາແດງແຫ່ງຊາດລາວ, ອົງການກາແດງແຂວງ, ສາຍພົວພັນວຽກງານ ລະຫວ່າງອົງການກາແດງແຫ່ງຊາດລາວ ກໍຄືອົງການກາແດງແຂວງ ກັບບັນດາອົງການປະສານສົບທົບຂັ້ນຕ່າງໆ, ແລະຮຽກຮ້ອງໃຫ້ສຳມະນາກອນຈົ່ງສືບຕໍ່ເຜີຍແຜ່ຄວາມຮູ້ທີ່ໄດ້ຮັບໄປສູ່ກົມກອງ, ຂະແໜງການຂອງຕົນ ແລະ ຊຸມຊົນ, ປະກອບສ່ວນເຂົ້າເປັນອາສາສະໝັກຂອງກາແດງຕາມເງື່ອນໄຂຕົວຈິງເພື່ອຊ່ວຍເປັນກຳລັງໃນການຈັດຕັ້ງປະຕິບັດວຽກງານມະນຸດສະທຳ, ເພື່ອເຮັດໃຫ້ວຽກງານກາແດງ ກໍຄືພາລະບົດບາດໃນການຊ່ວຍເຫຼືອເພື່ອນມະນຸດ ສາມາດຈັດຕັ້ງປະຕິບັດໄດ້ເປັນຢ່າງດີ ແລະ ມີປະສິດທິຜົນ.
ໂດຍ: ນັກຂ່າວກາແດງລາວ


