ໃນລະຫວ່າງວັນທີ 15-17 ມີນາ 2022ນີ້ ອົງການກາແດງແຫ່ງຊາດລາວໄດ້ຈັດຝຶກອົບຮົມວຽກງານຄຸ້ມຄອງບໍລິຫານ ແລະການວາງແຜນໃຫ້ພະນັກງານກາແດງລາວຂື້ນທີ່ເມືອງວັງວຽງ ແຂວງວຽງຈັນ. ໂດຍການເຂົ້າຮ່ວມຂອງທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ມີຜູ້ຕາງໜ້າຈາກສະຫະພັນກາແດງ ແລະຊີກວົງເດືອນແດງສາກົນປະຈຳລາວ, ໂດຍມີ ສໍາມະນາກອນເຂົ້າຮ່ວມເກືອບ 30 ຄົນ, ໂດຍສໍາມະນາກອນໄດ້ຮຽນຮູ້ ແລະ ເຂົ້າໃຈ ກ່ຽວກັບພື້ນຖານການຄຸ້ມຄອງບໍລິຫານ ແລະ ການສ້າງແຜນການ, ສ້າງຄວາມຮູ້, ຄວາມສາມາດ ແລະ ປະສົບການ ໃນການວາງແຜນ ເພື່ອເປັນພື້ນຖານ ໃນການຈັດຕັ້ງປະຕິບັດ ກິດຈະກຳ ຂອງໂຄງການຕ່າງໆ ໃຫ້ແກ່ພະນັກງານ, ຜູ້ຮັບຜິດຊອບໂຄງການ ເພື່ອເປັນການພັດທະນາ ແລະ ຈັດຕັ້ງປະຕິບັດ ວຽກງານໃຫ້ໄດ້ຮັບຜົນດີຍິ່ງຂຶ້ນ.
ໂອກາດໂອ້ລົມຕໍ່ພິທີປິດກອງປະຊຸມ ທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການຈັດຊຸດອົບຮົມໃນຄັ້ງນີ້ ພ້ອມທັງເນັ້ນໜັກໃຫ້ຜູ້ທີ່ເຂົ້າຮ່ວມ ຈົ່ງໄດ້ນຳໃຊ້ຄວາມຮູ້,ຄວາມສາມາດທີ່ໄດ້ຮຽນມາ ໝູນໃຊ້ເຂົ້າໃນວຽກງານຕົວຈິງເປັນຕົ້ນຕ້ອງກວດກາຄືນແຜນການຈັດຕັ້ງປະຕິບັດວຽກງານໃນພະແນກການຂອງຕົນ, ກະກຽມຮ່າງແຜນການປະຈຳປີ ຕາມແຜນການທີ່ວາງໄວ້.
ຊຸດອົບຮົມໃນຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ(IFRC)