ເວລາ 6 ໂມງ 52 ນາທີຂອງວັນທີ 14 ພຶດສະພາ 2022, ຍົນໂດຍສານໃຫຍ່ C919 ເບີ B-001J ໄດ້ບິນຈາກສະໜາມບິນຜູຕົ່ງຊຽງໄຮ ແລະລົງຈອດຢ່າງປອດໄພໃນເວລາ 9 ໂມງ 54 ນາທີ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ:ຍົນໂດຍສານໃຫຍ່ C919 ລຳທຳອິດທີ່ບໍລິສັດການຄ້າເຮືອບິນຂອງຈີນໃກ້ຈະມອບໃຫ້ລູກຄ້າແຫ່ງທຳອິດ ໄດ້ສຳເລັດການທົດລອງບິນເທື່ອທຳອິດຢ່າງຈົບງາມ.
ບໍລິສັດການຄ້າເຮືອບິນຈີນແຈ້ງໃຫ້ຮູ້ວ່າ: ໃນໄລຍະການບິນເປັນເວລາ 3 ຊົ່ວໂມງ 2 ນາທີ,ນັກບິນແລະນັກວິສາວະກອນທີ່ເຂົ້າຮ່ວມການທົດລອງບິນໄດ້ປະສານງານເປັນຢ່າງດີ ໂດຍໄດ້ສຳເລັດໜ້າທີ່ທຸກລາຍທີ່ກຳນົດໄວ້,ສະພາບການບິນແລະພາລະບົດບາດຂອງຍົນໂດຍສານດີຫຼາຍ. ປັດຈຸບັນ,ການທົດລອງບິນເພື່ອໄດ້ຮັບໃບອະນຸຍາດແລະວຽກງານກະກຽມມອບຮັບເຮືອບິນດັ່ງກ່າວກຳລັງດຳເນີນໄປຢ່າງມີລະບຽບ.
ວັນທີ 1 ມີນາປີ 2021,ບໍລິສັດການບິນຕາເວັນອອກແລະບໍລິສັດການຄ້າເຮືອບິນຈີນໄດ້ເຊັນສັນຍາຈັດຊື້ເຮືອບິນໃຫຍ່ C919 ຢູ່ທີ່ນະຄອນຊຽງໄຮ້. ຫຼັງຈາກນຳເຂົ້າ5ລຳງວດທຳອິດແລ້ວ, ຈະຖືຊຽງໄຮ້ເປັນບ່ອນບໍລິການຕົ້ນຕໍ.
Loading...