ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄດ້ປິດລົງຢ່າງເປັນທາງການ ໃນຕອນບ່າຍ ວັນທີ 16 ກັນຍາ 2022 ນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ມີທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ, ມີບັນດາທ່ານການນຳພັກ-ລັດຂັ້ນສູງ, ບັນດາລັດຖະມົນຕີ, ຫົວໜ້າອົງການອ້ອມຂ້າງສູນກາງ, ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພັນຄຳ ວິພາວັນ ໄດ້ຂຶ້ນລາຍງານຫຍໍ້ ກ່ຽວກັບຜົນຂອງການດໍາເນີນກອງປະຊຸມ ໃນໄລຍະໜຶ່ງວັນເຄິ່ງຜ່ານມາ ໃຫ້ທ່ານປະທານປະເທດໄດ້ຮັບຊາບ. ຈາກນັ້ນ, ໃນກອງປະຊຸມໄດ້ຈັດພິທີຍ້ອງຍໍບຸກຄົນ ແລະ ກົມກອງທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ.
ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດປະດັບຫຼຽນນາມມະຍົດວິລະຊົນແຮງງານ ໃຫ້ ທ່ານ ເກຍ ອູ໋ສິດທິເດດ ເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ, ພ້ອມທັງປະດັບຫຼຽນນາມມະຍົດນັກພັດທະນາດີເດັ່ນແຫ່ງຊາດ ໃຫ້ແກ່ ທ່ານ ສາຍສະໝອນ ກວານເມືອງຈັນ ປະທານທີ່ປຶກສາສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກສາຍໄຍສຳພັນ ແລະ ທ່ານ ນາງ ສົງບັນດິດ ຍົດໝັ້ນຄົງ ຜູ້ອຳນວຍການ ບໍລິສັດ ທົ່ງລະຫາສິນ. ໃນຂະນະທີ່ ທ່ານ ພັນຄໍາ ວິພາວັນ ໄດ້ໃຫ້ກຽດປະດັບຫຼຽນໄຊແຮງງານ ຊັ້ນ I ໃຫ້ 14 ກົມກອງ ແລະ ປະດັບຫຼຽນໄຊແຮງງານ ຊັ້ນ I ໃຫ້ບຸກຄົນ 17 ທ່ານ.
ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າຄະນະຊີ້ນໍາລະດັບຊາດກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຂຶ້ນສະເໜີເນື້ອໃນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນທົ່ວປະເທດ ແຕ່ນີ້ຫາປີ 2025 ວ່າ: ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ IX ແນໃສ່ນໍາພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2026 ດ້ວຍການປຸກລະດົມມະຫາຊົນ ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຢູ່ທຸກຂົງເຂດວຽກງານຢ່າງຕັ້ງໜ້າ ປຸກລະດົມພົນລະເມືອງລາວທຸກຄົນ ທຸກການຈັດຕັ້ງຂອງພັກ, ຂອງລັດ, ອົງການຈັດຕັ້ງມະຫາຊົນ ແລະ ທຸກພາກສ່ວນເສດຖະກິດ ທັງພາກລັດ ແລະ ເອກະຊົນ ເຂົ້າຮວມຢ່າງແຂງແຮງ ແລະ ກວ້າງຂວາງ ເພື່ອແຂ່ງຂັນກັນສ້າງຂະບວນການ ກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ສ້າງເງື່ອນໄຂນໍາພາປະເທດຊາດ ພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ໃຫ້ເປັນຂະບວນການຟົດຟື້ນ ຕໍ່ເນື່ອງ ຮັບປະກັນສູ້ຊົນປະຕິບັດ ສອງໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບ ຄໍາຂວັນທີ່ວ່າ: “ຮັກຊາດ ແລະ ພັດທະນາ ບົນຈິດໃຈສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອກ້າວສູ່ຈຸດໝາຍສັງຄົມນິຍົມ”.