ໃນວັນທີ 26 ເມສາ 2022 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປະດັບຫຼຽນກາ ແລະ ໃບຍ້ອງຍໍ ໃຫ້ບຸກຄົນ ແລະ ກົມກອງລວມໝູ່ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແຕ່ບໍ່ເຕັນ-ນະຄອນຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັ່ງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຊີ້ນຳວຽກງານກວດກູ້ ແລະ ທຳລາຍລະເບີດໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ມີສະຫາຍ ພົນຈັດຕະວາ ວຽງໄຊ ໄຊສະໝອນ ຄະນະພັກອົງການກົມໃຫ່ຍ ຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ຄະນະຊີ້ນຳວຽກງານກວດກູ້ ແລະ ທຳລາຍລະເບີດໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ມີຄະນະຮັບຜິດຊອບ, ບັນດາບໍລິສັດ, ໜ່ວຍງານ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ສົມຈິດ ຄຸນນະວົງ ຫົວໜ້າພະແນກນະໂຍບາຍ ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຂື້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການມອບໃບຍ້ອງຍໍລັດຖະບານ, ອີງຕາມກົດໝາຍວ່າດ້ວຍລັດຖະບານ ແຫ່ງ ສປປ ລາວ ສະບັບເລກທີ 04/ສພຊ ລົງວັນທີ 8 ພະຈິກ 2016, ໝວດທີ 2 ຂໍ້ 6 ມາດຕາ 12, ອີງຕາມການສະເໜີຂອງກະຊວງປ້ອງປະເທດປະກັນ ສະບັບເລກທີ 5774/ກປທ ລົງວັນທີ 24 ທັນວາ 2020, ອີງຕາມການຄົ້ນຄວ້ານຳສະເໜີຂອງກະຊວງພາຍໃນ ສະບັບເລກທີ 33/ພນ ລົງວັນທີ 20 ມັງກອນ 2021, ນາຍົກລັດຖະມົນຕີ ອອກດຳລັດ ມອບໃບຍ້ອງຍໍລັດຖະບານ ໃຫ້ບຸກຄົນ ແລະ ກົມກອງລວມໝູ່ ຈຳນວນ 14 ສະຫາຍ ແລະ 2 ກົມກອງ ທີ່ມີຜົນງານດີເດັ່ນ, ປະກອບສ່ວນໃນການປະຕິບັດໜ້າທີ່ກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແຕ່ບໍ່ເຕັນ-ນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາ ໄດ້ຮັບຜົນສຳເລັດ, ຜົນງານດັ່ງກ່າວ ເປັນການປະກອບສ່ວນອັນສຳຄັນ ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໃຫ້ກຽດດັບຫຼຽນກາ ແລະ ໃບຍ້ອງຍໍຄັ້ງນີ້, ໂດຍແມ່ນສະຫາຍ ພົນຕີ ສີດາລໍ່ ຈົງເຕັ່ງເຈ້ຍຊ້າ ພ້ອມທັງມີຄຳເຫັນໂອ້ລົມ, ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມເອົາໃຈໃສ່ຂອງບັນດາສະຫາຍຄະນະຮັບຜິດຊອບ ໃນການປະກອບສ່ວນທາງດ້ານະຕິປັນຍາ, ເຫື່ອແຮງ ຈົນເຮັດສຳເລັດໜ້າທີ່ການເມືອງຕາມການມອບໝາຍ, ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໄດ້ເລິ່ມຕົ້ນກໍ່ສ້າງມາແຕ່ປີ 2016 ຈົນເຖິງປັດຈຸບັນແມ່ນສຳເລັດ 100% ເປັນໂຄງການລະດັບຊາດ ພັກ-ລັດ ໃຫ້ຄວາມສຳຄັນຕໍ່ໂຄງການດັ່ງກ່າວ ເພາະເປັນສ່ວນໃນການສ້າງເສດຖະກິດໃຫ້ແກ່ປະເທດຊາດ, ພ້ອມທັງສ້າງວຽກເຮັດງານທຳໃຫ້ແກ່ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ອາດຈະເຮັດໃຫ້ປະເທດຊາດລຸດພົ້ນອອກຈາກຄວາມດ້ອຍພັດທະນາເທື່ອລະກ້າວ, ຖ້າເຮັດໄດ້ແນວນັ້ນ ມັນກໍ່ຕ້ອງຮຽກຮ້ອງໃຫ້ທຸກພາກສ່ວນມີສ່ວນຮ່ວມນຳກັນ ໃນການປົກປັກຮັກສາເສັ້ນທາງລົດໄຟລາວ-ຈີນ.
ໂດຍ: ນັກຮົບຊ່າງແສງ