ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການແຂ່ງຂັນເຕະບານເຍົາວະຊົນ ລາຍການ Mazda Challenge Cup 2023 ຈັດຂຶ້ນ ລະຫວ່າງວັນທີ 27-28 ພຶດສະພາ 2023 ທີ່ສະໜາມກິລາແຫ່ງຊາດ ຫຼັກ16 ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ການແຂ່ງຂັໃນຄັ້ງນີ້ ມີນັກກິລາເຂົ້າຮ່ວມ ຈຳນວນ 1 ພັນກວ່າຄົນ ສະເພາະຮຸ່ນອາຍຸບໍ່ເກີນ 10 ປີ ຫລື ຢູ-10 ມີ 10 ທີມເຂົ້າຮ່ວມ ແບ່ງເປັນ ສອງກຸ່ມ ກໍຄື ກຸ່ມ A ມີ ເອັບເຮດເອວ, ພີເຄພີ ຈາກແຂວງຫຼວງພະບາງ, ມາສດາ ລາວ ຈີບີ ເອັບຊີ ທີມ ບີ, ວອນທະບິງ ອາຄາເດມີ້ ຈາກແຂວງຫຼວງພະບາງ ແລະ ທີມ ເດັກຟວນ ອາຄາເດມີ້ ຈາກແຂວງຊຽງຂວາງ ສ່ວນ ກຸ່ມ B ມີ ມາສດາ ລາວ ຈີບີ ເອັບຊີ ທີມ ເອ, ດັບເບີນຢູໄອຈີ ນາຄາ, ບີບີບີ ໂອໂຕ ເອັບຊີ, ມາສເຕີ ເຊເວັ້ນ ເອັບຊີ ແລະ ວຽງຈັນ ເອັບທີ.
ສ່ວນຮຸ່ນອາຍຸບໍ່ເກີນ 12 ປີ ຫລື ຢູ-12 ມີ 16 ທີມ ແບ່ງເປັນ 4 ກຸ່ມ ກໍຄື ກຸ່ມ A ມີ ເອັດເອວ ອາຄາເດມີ້ ແຂວງອຸດົມໄຊ, ຈະຕຸຣາເທບ ອາຄາເດມີ້ ຈາກໄທ, ຈຳປາຮັກ ທີມ ເອ ແລະ ໂກເດັນບອຍ ທີມ ບີ ຈາກໄທ, ກຸ່ມ B ພີເຄ ອາຄາເດມີ້ ຈາກແຂວງໄຊຍະບູລີ, ວອນທະບິງ, ມາສເຕີ ເຊເວັ້ນ ເອັບຊີ, ໂກເດັນບອຍ ທີມ ເອ, ກຸ່ມ ຊີ ຈຳປາຮັກ ທີມ ບີ, ບີບີບີ ໂອໂຕ ເອັບຊີ, ວຽງຈັນ ເອັບທີ, ມາສດາ ລາວ ຈີບີ ເອັບຊີ ທີມ ເອ ແລະ ກຸ່ມ ດີ ດັບເບີນຢູໄອຈີ ນາຄາ,, ດີເຄ ເອັບຊີ, ເດັກຟວນ ແລະ ພີເຄພີ ຈາກແຂວງຫຼວງພະບາງ.
ແລະ ຮຸ່ນອາຍຸບໍ່ເກີນ 14 ປີ ຫລື ຢູ-14 ປີ ມີ 13 ທີມ ແບ່ງເປັນ 4 ກຸ່ມ ກໍຄື ກຸ່ມ A ມີ ວຽງຈັນ ເອັບທີ, ມາສດາ ລາວ ຈີບີ ເອັບຊີ ທີມ ບີ ແລະ ຂຳປາຮັກ ເອັບຊີ, ກຸ່ມ ບີ ມາສດາ ລາວ ຈີບີ ເອັບຊີ ທີມ ເອ, ເອັບເຮດເອວ, ຊຸບເປີ ສະຕາຣ໌, ກຸ່ມ ຊີ ເອັດເອວ ອາຄາເດມີ້ ແຂວງອຸດົມໄຊ, ໂກເດັນບອຍ ຈາກໄທ, ຄຳໃສ ເອັບຊີ ແລະ ກຸ່ມ ດີ ເອສຣາ, ພີເຄພີ ຈາກແຂວງຫຼວງພະບາງ, ວອນທະບິງ ແລະ ປາກຊັນ ເອັບຊີ ຈາກແຂວງບໍລິຄຳໄຊ.
ຜ່ານການແຂ່ງຂັນ ຜົນປະກົດວ່າ: ຊະນະເລີດ ຢູ-10 ເປັນຂອງ W.I.G NAGA ໄດ້ຂັນຮັບຂັນຊະນະເລີດ, ຫຼຽນລາງວັນ ພ້ອມເງິນສົດ 5 ລ້ານກີບ, ຮອງຊະນະເລີດ PKP ແຂວງຫຼວງພະບາງ ໄດ້ຮັບເງິນສົດ 3 ລ້ານກີບ ແລະ ອັນດັບທີ 3 Mazda Lao GB Fc A ໄດ້ຮັບເງິນສົດ 1 ລ້ານກີບ
ຢູ-12 ຊະນະເລີດ ເປັນຂອງ W.I.G NAGA ໄດ້ຂັນແຊ໋ມ, ຫຼຽນລາງວັນ ພ້ອມເງິນສົດ 5 ລ້ານກີບ, ຮອງຊະນະເລີດ PKP Luangprabang ໄດ້ຮັບເງິນສົດ 3 ລ້ານກີບ ແລະ ອັນດັບທີ 3 Goldenboy B Thailand ໄດ້ຮັບເງິນສົດ 1 ລ້ານກີບ
ຢູ-14 ຊະນະເລີດ ເປັນຂອງ Khamsay ໄດ້ຂັນຊະນະເລີດ, ຫຼຽນລາງວັນ ພ້ອມເງິນສົດ 5 ລ້ານກີບ, ຮອງຊະນະເລີດ Vonthabing ຈາກແຂວງຫຼວງພະບາງ ໄດ້ຮັບເງິນສົດ 3 ລ້ານກີບ ແລະ ອັນດັບທີ 3 Mazda Lao GB Fc ໄດ້ຮັບເງິນສົດ 1 ລ້ານກີບ.