ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເຫດການ ດິນເຊາະເຈື່ອນຖົມທາງ 8A ນັບແຕ່ພູໄຮ ບ້ານຄູນຄຳ ເມືອງຄູນຄຳ ແຂວງຄຳມ່ວນ ຫາ ບ້ານໜອງກອກ ເມືອງຄຳເກີດ ແຂວງບໍລິຄຳໄຊ (ກິໂລ ແມັດທີ 46-65) ທີ່ເກີດຈາກ ຝົນຕົກໜັກຕິດຕໍ່ກັນຫລາຍວັນ ນັບແຕ່ວັນທີ 27 ກໍລະກົດ ຫາ ວັນທີ 2 ສິງຫາ 2023 ເຮັດໃຫ້ດິນເຊາະເຈື່ອນທັບລົດຂອງປະຊາຊົນ ທີ່ເດີນທາງຈາກເມືອງຄູນຄຳ ໄປຫາ ເມືອງຄຳເກີດ ສ້າງເສຍຫາຍເປັນຈຳ ນວນຫລາຍ, ມາຮອດວັນທີ 6 ສິງຫາ ກວດພົບລົດທີ່ຕິດຄ້າງທັງໝົດ 110 ຄັນ.
ໃນນັ້ນ ຕົກເຫວ 5 ຄັນ, ມາຮອດປັດຈຸ ບັນ ຍັງບໍ່ສາມາດກູ້ເອົາລົດຈຳນວນດັ່ງກ່າວ, ອອກມາໄດ້ເທື່ອ (ບໍ່ມີຜູ້ເສຍຊີວິດ), ໃນຂະນະທີ່ ພື້ນທີ່ດິນເຈື່ອນຍາວເກືອບ 10 ກິໂລແມັດ.
ທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງຄູນຄຳ ແຂວງຄຳມ່ວນ ໃຫ້ສຳພາດ ຕໍ່ສື່ມວນຊົນ ໃນວັນທີ 6 ສິງຫາ 2023 ນີ້ວ່າ: ລົດທີ່ຕິດຄ້າງ ຈຳນວນ 110 ຄັນດັ່ງກ່າວ, ມີລົດບັນທຸກ 95 ຄັນ, ລົດກະບະ 13 ຄັນ, ລົດເມ 1 ຄັນ, ລົດຈົກ 1 ຄັນ ໃນນັ້ນ, ຕົກເຫວ 5 ຄັນ ມີລົດບັນທຸກ 3 ຄັນ, ລົດກະບະ 1 ຄັນ, ລົດເມ 1 ຄັນ. ໃນຂະນະທີ່ມີຜູ້ຕິດຄ້າງຢູ່ບໍລິເວນດັ່ງກ່າວ, ປະມານ 70 ກວ່າຄົນ, ປັດຈຸບັນ ສາມາດນຳເອົາຈຳນວນຄົນທີ່ຕິດຄ້າງ ລົງມາຢູ່ທີ່ປອດໄພແລ້ວ, ແຕ່ຍັງມີຜູ້ສູນຫາຍ ຄົນຫວຽດນາມ ອີກ 1 ຄົນ (ໂຊເຟີລົດ) ຍັງບໍ່ພົບເຫັນ.
ຢ່າງໃດກໍຕາມ ກຳລັງ ປກຊ-ປກສ ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ ຈະສືບຕໍ່ຄົ້ນຫາ ຊ່ວຍເຫລືອຜູ້ທີ່ຕິດຄ້າງ ຢູ່ເຂດດິນເຊາະເຈື່ອນດັ່ງກ່າວ ແລະ ຈະເລັ່ງບຸກເບີກ ເພື່ອກອບກູ້ເອົາລົດທີ່ຕິດຄ້າງ ອອກມາໃຫ້ໄດ້ໂດຍໄວ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການສັນຈອນໄປມາລະຫວ່າງເມືອງຄູນຄຳ ແຂວງຄຳມ່ວນ ຫາ ເມືອງຄຳເກີດ ແຂວງບໍລິຄຳໄຊ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ຂ່າວ-ພາບ: ທະນູທອງ