ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ສົມຊາຍ ລາວລິວ ແມ່ນໜຶ່ງໃນຈໍານວນພະນັກງານລາວຫລາຍພັນຄົນ ທີ່ໄດ້ເຮັດວຽກນໍາລົດໄຟລາວ-ຈີນ ເຊີ່ງໂຄງການທີ່ມີຄວາມໝາຍສໍາຄັນທີ່ສຸດສໍາລັບສອງລັດຖະ ບານລາວ ແລະ ຈີນ ທີ່ເລີ່ມເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 3 ທັນວາ ປີ 2021 ເປັນຕົ້ນມາ.
ທ່ານ ສົມຊາຍ ລາວລິວ ທີ່ປັດຈຸບັນເປັນຜູ້ຊ່ວຍກັບຕັນເດີນລົດໄຟລາວ-ຈີນ ຫຼື ເອີ້ນວ່າຜູ້ຊ່ວຍຄົນຂັບລົດໄຟ ຊຶ່ງເປັນໝາກຫົວໃຈສຳຄັນໃນການຂົນສົ່ງຜູ້ໂດຍສານໃຫ້ໄປເຖິງຈຸດໝາຍປາຍທາງດ້ວຍຄວາມປອດໄພ, ວ່ອງໄວ, ທັນເວລາ ໄດ້ເລີ່ມເຂົ້າຮ່ວມຝຶກອົບຮົມນໍາໂຄງການທາງລົດໄຟລາວ-ຈີນ ນັບຕັ້ງແຕ່ເດືອນ 6 ປີ 2020 ທີ່ຜ່ານການຮຽນຮູ້ດ້ານເຕັກນິກຫຼາຍຢ່າງທັງທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ເຊັ່ນ: ຄວາມຮູ້ທາງລົດໄຟ, ກົດລະບຽບທາງລົດໄຟ, ກົດລະບຽບໃນການຂັບລົດໄຟ, ອຸປະກອນ ແລະ ລະບົບຕ່າງໆ ທີ່ຢູ່ໃນລົດໄຟ ໂດຍມີຊ່ຽວຊານທີ່ກ່ຽວ ຂ້ອງມາສອນໃຫ້ຢູ່ລາວ ເຊີ່ງການຮຽນມີຄວາມຫຍຸ້ງຍາກໃນເບື້ອງຕົ້ນຍ້ອນຮຽນເປັນພາສາຈີນ, ດ້ານການຂັບຕົວຈິງແມ່ນບໍ່ຫຍຸ້ງຍາກເທົ່າກັບການຮຽນທິດສະດີ ເພາະວ່າຖ້າບໍ່ຜ່ານດ້ານທິດສະດີແມ່ນບໍ່ມີສິດມາຈັບລົດ ແລະ ບໍ່ມີສິດມາຢືນຢູ່ເທິງຫົວລົດ.
ທ່ານ ສົມຊາຍ ລາວລິວ ໃຫ້ຮູ້ຕື່ມວ່າ: ການເປັນຜູ້ຊ່ວຍ ຄົນຂັບລົດໄຟມີບົດບາດສຳຄັນໃນການເດີນລົດ ເຊັ່ນ: ເປັນຜູ້ຊ່ວຍໃນການລ້ຽວ, ການປະຕິບັດກົດລະບຽບການແຈ້ງເຕືອນກັບຕັນຜູ້ຂັບລົດໄຟ ຈຸດໃດເປັນຈຸດສຳຄັນທີ່ມີອັນ ຕະລາຍຕ່າງໆ ເຮັດໃຫ້ຕ້ອງໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ທຸກວິນາທີທີ່ມີການເດີນລົດເພື່ອຄວາມປອດໄພຂອງຜູ້ໂດຍສານ. ພ້ອມນີ້ ທ່ານຍັງໄດ້ສະແດງຄວາມຂອບ ໃຈມາຍັງລັດຖະບານສອງປະເທດລາວ-ຈີນທີ່ໄດ້ສ້າງໂຄງການດີໆນີ້ຂຶ້ນມາເພື່ອພັດທະນາປະເທດຊາດ ກໍຄື ການສ້າງບຸກຄະລາກອນຄົນລາວເພື່ອໃຫ້ມີວຽກເຮັດງານທຳ ແລະ ລາຍຮັບທີ່ໝັ້ນຄົງ, ພ້ອມທັງສັນຍາວ່າຈະເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງສຸດຄວາມສາມາດ ແລະ ຈະພັດທະນາຕົນເອງຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ການປະຕິບັດທຸກວຽກ ງານຂອງຕົນທີ່ຖືກມອບໝາຍສໍາເລັດດ້ວຍດີ.
ຂ່າວ: ມົດແດງນ້ອຍ. ພາບ: ຈັນທະວອນ