ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມດັ່ງກ່າວໄດ້ຈັດຂື້ນໃນວັນທີ 13 ມັງກອນ 2023 ທີ່ຫ້ອງປະຊຸມຂົວມິດຕະພາບ 3 ຄໍາມ່ວນ-ນະຄອນພະນົມ ພາຍໃຕ້ການເປັນປະທານຂອງທ່ານ ພັນເອກ ພົມມາ ເດດຂຸນຟອງ ຫົວໜ້າຄຸ້ມຄອງດ່ານສາກົນຂົວມິດຕະພາບ, ໂດຍການເຂົ້າຮ່ວມຂອງທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາ ລະນະສຸກແຂວງ ມີບັນດາຕາງພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ຕະຫຼອດຮອດຕົວແທນຜູ້ປະກອບການທຸລະກິດ ທັງພາກລັດ ແລະ ເອກະຊົນ, ພ້ອມດ້ວຍພະນັກງານດ່ານສາກົນຂົວມິດຕະພາບ 3 ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສີສະຫວັນ ໂຄດຕະວົງ ຮອງຫົວໜ້າດ່ານສາກົນ ໄດ້ເປັນກຽດລາຍງານຕໍ່ກອງປະຊຸມຄັ້ງນີ້ວ່າ ດ່ານສາກົນຂົວມິດຕະ ພາບ3 ເປັນດ່ານໜຶ່ງໃນດ່ານສາກົນທາງບົກໃນທົ່ວປະເທດ ຕັ້ງຢູ່ແຂວງຄຳມ່ວນ ຫ່າງຈາກເທດສະບານແຂວງມາທາງທິດເໜືອປະມານ 16 ກິໂລແມັດ, ເປັນດ່ານຊາຍແດນລະຫວ່າງລາວ-ໄທ ຊຶ່ງເປັນຈຸດຍຸດທະສາດທີ່ສຳຄັນທາງດ້ານເສດຖະ ກິດ ການພົວພັນການຄ້າ ການທ່ອງທ່ຽວ, ໂດຍມີເສັ້ນທາງຫຼວງແຫ່ງຊາດເລກທີ 13 ແລ່ນຜ່ານຈາກພາກເໜືອລົງສູ່ພາກໃຕ້ຂອງປະເທດ ແລະ ເປັນຈຸດເຊື່ອມຈອດຈາກປະເທດຫວຽດນາມ ເບື້ອງຕາເວັນອອກ ໄປສູ່ ຣາຊະອານາຈັກໄທ ເບື້ອງຕາເວັນຕົກ.
ດ່ານສາກົນຂົວມິດຕະພາບ3 ແຂວງຄຳມ່ວນໄດ້ປະຕິບັດພາລະບົດບາດຂອງຕົນຕາມດຳລັດຂອງລັດຖະບານ ສະບັບເລກທີ 558/ລບ, ລົງວັນທີ 31 ທັນວາ 2018, ໂດຍເຮັດໜ້າທີ່ໃນການອຳນວຍຄວາມສະດວກບໍລິການຜ່ານແດນໃຫ້ແກ່ພົນລະເມືອງ, ສິນຄ້າທີ່ນຳເຂົ້າ-ສົ່ງອອກ ແລະ ຜ່ານແດນໄປຍັງປະເທດທີ 3, ໄປຄຽງຄູ່ກັບການປະຕິບັດໜ້າທີ່ຮັກສາຄວາມສະຫງົບ ປອດໄພໃນບໍລິເວນຊາຍແດນຕາມຂອບເຂດທີ່ນິຕິກຳໄດ້ກຳນົດ ໂດຍມີບັນດາຂະແໜງການວິຊາສະເພາະກ່ຽວຂ້ອງປະຈຳການປະຕິບັດໜ້າທີ່ຢ່າງເປັນລະບົບຄົບຊຸດ ເຊິ່ງປະ ກອບມີ: ຕຳຫຼວດກວດຄົນເຂົ້າ-ອອກເມືອງ, ພາສີ, ຫ້ອງການບໍລິຫານ, ກັກກັນພືດ ສັດ, ອາຫານ ແລະ ຢາ ແລະ ຄວບ ຄຸມພະຍາດຕິດຕໍ່ ແລະ ຂະແໜງການພົວພັນຊາຍແດນ ແລະ ກົງສູນ. ມີພະນັກງານທັງໝົດ 124 ທ່ານ, ຍິງ 31 ທ່ານ. ໃນໄລຍະ 1 ປີຜ່ານມາ ຄະນະຄຸ້ມຄອງດ່ານ ໄດ້ມີຄວາມເອົາໃຈໃສ່ໃນການສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ມີຄວາມເປັນເຈົ້າການສູງໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ ແລະ ມີຜົນສຳເລັດໃນແຕ່ລະດ້ານເປັນຕົ້ນ: ວຽກງານບໍລິຫານ, ວຽກງານກວດຄົນເຂົ້າ-ອອກເມືອງ ໃນໄລຍະ 1 ປີ ຜ່ານມາ ໄດ້ຕິດຕາມ, ກວດກາຄຸ້ມຄອງຄົນເຂົ້າ ອອກດ່ານມີຈຳນວນທັງໝົດ 269.116 ຄົນ, ຍິງ 77.745 ຄົນ, ເດັກ 6.980 ຄົນ.ຄົນຕ່າງປະເທດ ( ປະເທດທີ 3 ) ເຂົ້້າ-ອອກເມືອງທັງໝົດ: 2.361 ຄົນ, ຍິງ 593, ເດັກ 72 ຄົນ.ວຽກງານພາສີ:ໄດ້ປະຕິບັດພາລະບົດບາດທີ່ກ່ຽວຂ້ອງກັບການຄຸ້ມຄອງການສົ່ງອອກ – ນຳເຂົ້້າ, ການຜ່ານແດນ, ຈັດເກັບລາຍຮັບພາສີ ແລະ ພັນທະອື່ນໆ ອຳນວຍຄວາມສະດວກໃຫ້ຜູ້ໂດຍສານ ແລະ ພາຫະນະເຂົ້້າ-ອອກ ຜ່ານດ່ານສາກົນ ແລະ ການເຄື່ອນຍ້າຍສິນຄ້າຄ້ຳປະກັນຕາມລະບຽບກົດໝາຍ.
ໃນປີ 2022 ໄດ້ຮັບຕົວເລກຄາດ ໝາຍໃນການຈັດເກັບລາຍຮັບ ຈໍານວນ 412,700 ຕື້ກີບ, ຜ່ານການຈັດຕັ້ງປະ ຕິບັດໄລຍະ ປີ 2022 ມີຈໍານວນທັງໝົດ 422.323 ຕື້ກີບ, ເທົ່າກັບ 102,33% ຂອງແຜນການປີ ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 153,24%, ເທົ່າກັບ 146.730 ຕື້ກີບ.
ມູນຄ່ນສິນຄ້າທີ່ຖືກນຳເຂົ້າຍົກເວັ້ນພາ ສີ-ອາກອນ ໃນປີ 2022 ເທົ່າກັບ 63.375.908.500 ກີບ, ສິນຄ້າສ່ວນໃຫຍ່ແມ່ນປະເພດເຄື່ອງອຸປະໂພກ, ບໍລິໂພກ, ເຄື່ອງກໍ່ສ້າງ ແລະ ເຄື່ອງໄຟຟ້າ, ນອກນັ້ນການເຄື່ອນໄຫວດ້ານວຽກງານອຶ່ນໆຂອງບັນດາຂະແໜງອ້ອມຂ້າງກໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ທັງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນຖອດຖອນໄດ້ຕະຫຼອດຮອດ ທິດທາງແຜນການເຄື່ອນໄຫວຂອງດ່ານສາກົນຂົວມິດຕະພາບ 3 ປະຈຳປີ 2023.
ພ້ອມດຽວກັນນັ້ນກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຂອງບັນ ດາຕາງໜ້າຂະແໜງການແຕ່ລະພາກ ສ່ວນທີ່ປິ່ນອ້ອມເພື່ອຄວາມເປັນເອກະ ພາບໃນການຈັດຕັ້ງປະຕິບັດທິດທາງແຜນການໃນຕໍ່ໜ້າໃຫ້ມີປະສິດທິຜົນ ພິເສດໃນກອງປະຊຸມດັ່ງກ່າວ ຍັງໄດ້ມອບໃບຍ້ອງຍໍຂອງດ່ານສາກົນໃຫ້ແກ່ບັນດາຜູ້ປະກອບການທຸລະກິດຈໍານວນໜຶ່ງທີ່ ມີຜົນງານດີເດັ່ນ ໃນການປະກອບສ່ວນພັດທະນາ ແລະ ຄຸ້ມຄອງດ່ານສາກົນຂົວມິດຕະພາບ 3 ໃນໄລຍະ 1 ປີຜ່ານມາ ອີກດ້ວຍ.