ພັນໂທດວງສົມພອນ ເພັງມະນີ ຫົວໜ້າດ່ານ ຕມ ໜອງນົກຂຽນ ເມືອງໂຂງ ແຂວງຈໍາປາສັກ ໃຫ້ສໍາພາດວ່າ: ສະພາບການເດີນທາງເຂົ້າ-ອອກ ຢູ່ດ່ານໜອງນົກຂຽນ ສປປ ລາວ ແລະດ່ານຕຼາປຼຽງກຽນ ຂອງກໍາປູເຈຍ ແມ່ນປະຕິບັດຕາມແຈ້ງການຂອງຄະນະສະເພາະກິດວາງອອກ ຢ່າງເຂັມງວດ ເຊິ່ງຜູ້ເດີນທາງອອກ ສປປ ລາວ ແມ່ນສາມາດອອກໄດ້ ຕາມປົກກະຕິ ແຕ່ຜູ້ທີ່ຈະເດີນທາງເຂົ້າມາຕ້ອງໄດ້ຮັບອານຸຍາດຈາກສະເພາະກິດຂັ້ນສູນກາງກ່ອນ ໂດຍອີງຕາມນະໂຍບາຍຜ່ອນຜັນແຕ່ລະໄລຍະ, ສໍາລັບຜູ້ທີ່ໄດ້ຮັບອານຸຍາດ ເຂົ້າ-ອອກ ຫລາຍເທື່ອ ຫລືເດີນທາງເປັນປະຈໍາຈະໄດ້ຮັບອານຸຍາດໃຫ້ເຂົ້າໄດ້ເລີຍ .
ພັນໂທດວງສົມພອນ ເພັງມະນີ ໃຫ້ຮູ້ອີກວ່າ ກ່ອນການລະບາດຂອງພະຍາດໂຄວິດ19 ແຕ່ລະປີມີຜູ້ເດີນທາງເຂົ້າ-ອອກດ່ານນີ້ປະມານ 10.000ກວ່າຄົນ, ແຕ່ພາຍຫລັງມີສະພາບການລະບາດ ພະຍາດເກີດຂຶ້ນແລ້ວ ຈໍານວນຜູ້ເດີນທາງຜ່ານດ່ານນີ້ໄດ້ຫລຸດລົງຢ່າງຫລວງຫລາຍ ເຊິ່ງມີແຕ່ນັກທຸລະກິດ ແລະວິຊາການທີ່ມີຄວາມຈໍາເປັນເທົ່ານັ້ນຈຶ່ງສາມາດຜ່ານດ່ານນີ້ໄດ້, ສໍາລັບນັກທ່ອງທ່ຽວແມ່ນບໍ່ມີເລີຍ
ທ່ານແຫວນເພັດ ນາກວາງ ຮອງຫົວໜ້າດ່ານ ໜອງນົກຂຽນ ໃຫ້ຮູ້ວ່າ: ການລະບາດຂອງພະຍາດໂຄວິດ19 ໄດ້ສົ່ງຜົນກະທົບຕໍ່ການຄ້າຊາຍແດນຢ່າງໜັກໜ່ວງ ປີຜ່ານມາດ່ານສາມາດສ້າງລາຍຮັບໄດ້ ປະມານ 7ຕື້ກວ່າກີບ ໃນນັ້ນສິນຄ້າທີ່ຜ່ານດ່ານປະກອບມີ, ເຫລັກເສັ້ນ, ຖ່ານຫີນ, ເຄື່ອງອຸປະໂພກ, ກາເຟ, ຜັກ ແລະໝາກໄມ້.
ແຕ່ສໍາລັບປີ 2022 ນີ້ ດ່ານສາມາດສ້າງລາຍຮັບໄດ້ພຽງ 500ລ້ານກວ່າກີບເທົ່ານັ້ນ, ສາເຫດທີ່ລາຍຮັບຫລຸດລົງ ແມ່ນຍ້ອນ ປະຕິບັດຕາມມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.


