ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເມື່ອບໍ່ດົນມານີ້, ຕະຫຼາດຫຼັກຊັບລາວ (ຕລຊລ) ໄດ້ເຜີຍແຜ່ຂໍ້ມູນ ກ່ຽວກັບການສະຫຼຸບມູນຄ່າການຊື້-ຂາຍຮຸ້ນ ໂດຍແຍກຕາມບໍລິສັດ ແລະ ປະເພດຜູ້ລົງທຶນ ປະຈຳເດືອນມັງກອນ 2022. ໃນນີ້, 3 ອັນດັບທຳອິດທີ່ມີມູນຄ່າການຊື້-ຂາຍຮຸ້ນຫຼາຍທີ່ສຸດພາຍໃນເດືອນປະກອບມີ: ທະນາຄານການຄ້າຕ່າງປະ ເທດລາວ ມະຫາຊົນ (BCEL), ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ແລະ ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ (PCD).
ໃນນີີ້, ຕະຫຼາດຫຼັກຊັບລາວ ໄດ້ອະທິບາຍລະອຽດກ່ຽວກັບອັດຕາສ່ວນຂອງຮຸ້ນທັງ 03 ບໍລິສັດ ທີ່ມີມູນຄ່າການຊື້-ຂາຍ ດັ່ງນີ້:
1. ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ມູນຄ່າການຊື້-ຂາຍຮຸ້ນ 2,238,565,000 ກີບ ເທົ່າກັບ 66.71 %;
2. ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ມູນຄ່າການຊື້-ຂາຍຮຸ້ນ 833,376,000 ກີບ ເທົ່າກັບ 24.83 %;
3. ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ (PCD) ມູນຄ່າການຊື້-ຂາຍຮຸ້ນ 140,755,500 ກີບ ເທົ່າກັບ 4.91 %;
4. ສ່ວນຮຸ້ນອື່ນໆ ລວມມູນຄ່າການຊື້-ຂາຍຮຸ້ນ 142,776,800 ກີບ ເທົ່າກັບ 4.27 %;
ນອກນັ້ນ, ມູນຄ່າການຊື້-ຂາຍຮຸ້ນ ຫາກແຍກຕາມປະເພດຜູ້ລົງທຶນ ຜູ້ຊື້ ແລະ ຜູ້ຂາຍ ມີລາຍລະອຽດດັ່ງນີ້:
+ ຜູ້ຂາຍ:
– ຜູ້ລົງທຶນຕ່າງປະເທດ ປະເພດສະຖາບັນ 3.8%
– ຜູ້ລົງທຶນຕ່າງປະເທດ ປະເພດບຸກຄົນ 50.2%
– ຜູ້ລົງທຶນພາຍໃນ ປະເພດສະຖາບັນ 0.2%
– ຜູ້ລົງທຶນພາຍໃນ ປະເພດບຸກຄົນ 45.8%
+ ຜູ້ຊື້:
– ຜູ້ລົງທຶນຕ່າງປະເທດ ປະເພດສະຖາບັນ 2.8%
– ຜູ້ລົງທຶນຕ່າງປະເທດ ປະເພດບຸກຄົນ 29.4%
– ຜູ້ລົງທຶນພາຍໃນ ປະເພດສະຖາບັນ 1.9%
– ຜູ້ລົງທຶນພາຍໃນ ປະເພດບຸກຄົນ 65.9%
ຂໍ້ມູນຂອງ ຕລຊລ ຍັງໃຫ້ຮູ້ຕື່ມວ່າ: ຕລຊລ ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 10 ຕຸລາ 2010 ໂດຍການເຊັນສັນຍາຮ່ວມທຶນລະຫວ່າງທະນາຄານ ແຫ່ງ ສປປ ລາວ ຖືຮຸ້ນ 51% ແລະ ຕະຫຼາດຫຼັກຊັບເກົາຫຼີ 49%. ມາຮອດວັນທີ 11 ມັງກອນ 2011 ຕລຊລ ໄດ້ເປີດໃຫ້ບໍລິການຊື້-ຂາຍຮຸ້ນຢ່າງເປັນທາງການ ໂດຍໃນເວລານັ້ນມີພຽງສອງບໍລິສັດນຳໜ້າໄດ້ແກ່ ທະນາການການຄ້າຕ່າງປະເທດລາວ ມະຫາຊົນ ແລະ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ.
ມາເຖິງປັດຈຸບັນວັນທີ 11 ມັງກອນ 2022 ຕລຊລ ມີບໍລິສັດຈົດຖະບຽນທັງໝົດ 11 ບໍລິສັດ ແລະ ມີມູນຄ່າຕະຫຼາດລວມເຖິງ 7,794,152.36 ລ້ານກີບ (ມູນຄ່າຕະຫຼາດລວມວັນທີ 10 ມັງກອນ 2022). ເປັນເວລາ 11ປີ ຕລຊລ ໄດ້ຕັ້ງໜ້າປະກອບສ່ວນຂັບເຄື່ອນເສດຖະກິດແຫ່ງຊາດຢ່າງບໍ່ຢຸດຢັ້ງ ໂດຍສະເພາະການສະໜອງກົນໄກ ແລະ ສິ່ງອຳນວຍຄວາມສະດວກຮອບດ້ານ ເພື່ອຮັບປະກັນໃຫ້ທຸກພາກສ່ວນໃນຕະຫຼາດທຶນໄດ້ຮັບຜົນປະໂຫຍດຢ່າງສູງສຸດ.
[ເນື້ອໃນ-ພາບ: ຕລຊລ]
0
People reached
2
Engagements
Boost post
1
1 Share
Like

Comment
Share