ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 4 ໄດ້ມີສິນຄ້າທີ່ມີຄຸນນະພາບດີຫຼາຍຊະນິດຈາກຫຼາຍປະເທດອາຊີແລະອາຟຣິກາ ໄດ້ນຳມາໂຄສະນາຂາຍຢູ່ໃນເທດສະການດັ່ງກ່າວ. ໃນສິນຄ້າເຫຼົ່ານີ້, ອາດເວົ້າໄດ້ວ່າ: ແກ່ນຕົ້ນໄມ້ແປກທີ່ມີຄຸນນະພາບດີຈາກອັຟການິສະຖານເປັນໜຶ່ງໃນຜະລິດຕະພັນທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຈາກລູກຄ້າ. ໃນການໄລສົດໂຄສະນາຂາຍສິນຄ້າມື້ນັ້ນ, ແກ່ນຕົ້ນແປກອັຟການິສະຖານ 26 ໂຕນໄດ້ຂາຍໝົດ ແລະ ຕົກເປັນມູນຄ່າຫຼາຍສິບລ້ານຢວນ.
ແກ່ນຕົ້ນແປກແມ່ນພືດເສດຖະກິດຕົ້ນຕໍທີ່ອັຟການິສະຖານສົ່ງອອກສູ່ປະເທດຈີນ, ທັງແມ່ນແຫຼ່ງລາຍຮັບສຳຄັນຂອງຊາວກະສິກອນ ແລະ ອຳນາດການປົກຄອງທ້ອງຖິ່ນອັຟການິສະຖານ. ເປັນເວລາດົນນານມາແລ້ວ, ແກ່ນຕົ້ນແປກອັຟການິສະຖານໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າຈີນ ຍ້ອນແກ່ນໃຫຍ່ ແລະ ເປືອກບາງ, ແຕ່ຍ້ອນສາຍເຫດຕ່າງໆ, ແກ່ນຕົ້ນແປກອັຟການິສະຖານຈິ່ງຈະບໍ່ສາມາດສົ່ງເຂົ້າສູ່ປະເທດຈີນໄດ້ໂດຍກົງ. ຈົນເຖິງປີ 2018, ບົນພື້ນຖານການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ສອງປະເທດຈີນແລະອັຟການິສະຖານໄດ້ເປີດ “ແລວທາງອາກາດແກ່ນຕົ້ນແປກ” ຢ່າງເປັນທາງການ, ຫຼັງຈາກນັ້ນ, ແກ່ນຕົ້ນແປກອັຟການິສະຖານຈິ່ງສາມາດຂົນສົ່ງເຂົ້າປະເທດຈີນດ້ວຍເຮືອບິນເໝົາລຳໂດຍກົງ.
ນັບແຕ່ເດືອນສິງຫາປີນີ້ເປັນຕົ້ນມາ, ສະຖານະການການເມືອງອັຟການິສະຖານໄດ້ເກີດມີການປ່ຽນແປງອັນໃຫຍ່ຫຼວງ, ອາເມຣິກາໄດ້ຖອນທະຫານໂຕນໜີອອກຈາກອັຟການິສະຖານ ແລະ ໄດ້ອາຍັດຊັບສິນທະນາຄານກາງຂອງອັຟການິສະຖານໄວ້ໃນປະເທດຕົນ. ໃນຂະນະດຽວກັນ, ຍ້ອນວ່າການຊ່ວຍເຫຼືອຂອງສາກົນໃຫ້ກັບອັຟການິສະຖານຖືກໂຈະເປັນຈຳນວນຫຼວງຫຼາຍ, ລາຄາສິນຄ້າໃນຕະຫຼາດອັຟການິສະຖານໄດ້ຖີບຕົວສູງຂຶ້ນຢ່າງວ່ອງໄວ, ສະບຽງອາຫານຂາດເຂີນຢ່າງໜັກໜ່ວງ, ອັຟການິສະຖານປະເຊີນໜ້າກັບວິກິດການດ້ານມະນຸດສະທຳທີ່ໜັກໜ່ວງ.
ວັນທີ 26 ຕຸລາຜ່ານມານີ້, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເດີນທາງໄປຢ້ຽມຢາມກາຕາ, ຢູ່ນະຄອນຫຼວງໂດຮາຂອງກາຕາ, ທ່ານວາງຢີ້ໄດ້ພົບປະກັບທ່ານອັບດຸນ ການີ ບາຣາດາ ຮັກສາການນາຍົກລັດຖະມົນຕີ ແລະ ທ່ານອາເມຍ ຄານ ມູຕາຈີ ຮັກສາການລັດຖະມົນຕີກະຊວງການຕ່າງປະເທດຂອງລັດຖະບານຊົ່ວຄາວອັຟການິສະຖານ ແລະ ໄດ້ພ້ອມກັນຮັບຮອງຕໍ່ແຜນການ “ແລວທາງອາກາດແກ່ນຕົ້ນແປກ”. ຫຼັງຈາກນັ້ນບໍ່ເທົ່າໃດມື້, ແກ່ນຕົ້ນແປກອັຟການິສະຖານງວດທຳອິດກໍໄດ້ຖືກຂົນສົ່ງເຂົ້າສູ່ປະເທດຈີນ ແລະ ຂາຍໝົດ. ຫຼາຍເດືອນຕໍ່ມາ, ໂຄງການ “ແລວທາງອາກາດແກ່ນຕົ້ນແປກ” ຍັງໄດ້ຂົນສົ່ງແກ່ນຕົ້ນແປກອັຟການິສະຖານຫຼາຍໝື່ນໂຕນເຂົ້າປະເທດຈີນ ເຊິ່ງໄດ້ສ້າງລາຍຮັບຫຼາຍຮ້ອຍລ້ານໂດລາສະຫະລັດໃຫ້ແກ່ຊາວກະສິກອນອັຟການິສະຖານ ພ້ອມທັງໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການຜ່ອນຄາຍວິກິດການດ້ານມະນຸດສະທຳຂອງອັຟການິສະຖານ.
ເຖິງວ່າແກ່ນຕົ້ນແປກເມັດນ້ອຍຂອງອັຟການິສະຖານທີ່ຂົນສົ່ງມາຈາກແດນໄກກໍຕາມ, ແຕ່ພັດສາມາດນຳເອົາລົດຊາດອັນແຊບຊ້ອຍມາສູ່ປະຊາຊົນຈີນ, ສິ່ງທີ່ສຳຄັນກວ່ານັ້ນແມ່ນ, ສາມາດນຳເອົາຄວາມສຸກກັບຄືນສູ່ປະຊາຊົນອັຟການິສະຖານ. ໃນຂະນະດຽວກັນ, ມັນຍັງເປັນສັກຂີພິຍານໃຫ້ແກ່ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດຈີນແລະອັຟການິສະຖານໃຫ້ພັດທະນາຢ່າງໜັກແໜ້ນ. “ແລວທາງອາກາດແກ່ນຕົ້ນແປກ” ບໍ່ພຽງແຕ່ຈະຊ່ວຍຜ່ອນຄາຍວິກິດການດ້ານມະນຸດສະທຳໃຫ້ອັຟການິສະຖານເທົ່ານັ້ນ, ມັນຍັງເປັນຂົວຕໍ່ທີ່ສຳຄັນທີ່ຮັດແໜ້ນມິດຕະພາບລະຫວ່າງປະຊາຊົນສອງຊາດຈີນແລະອັຟການິສະຖານອີກດ້ວຍ.