ວັນທີ 15 ພະຈິກ 2021ນີ້, ຕະຫຼາດຫຼັກຊັບປັກກິ່ງທີ່ໄດ້ຮັບຄວາມສົນໃຈຈາກຄົນທັງຫຼາຍໄດ້ເປີດການຊື້-ຂາຍຢ່າງເປັນທາງການແລ້ວ, ຈາກຈຸດເວລານີ້ແມ່ນຫ່າງຈາກວັນທີ່ທ່ານສີຈິ້ນຜິງ ປະທານປະເທດຈີນປະກາດຂ່າວດີດັ່ງກ່າວໃນໂອກາດກ່າວຄຳປາໄສຜ່ານທາງວິດີໂອຕໍ່ກອງປະຊຸມສຸດຍອດການຄ້າການບໍລິການສາກົນຈີນພຽງແຕ່ສອງເດືອນເທົ່ານັ້ນ, ຕະຫຼາດຫຼັກຊັບປັກກິ່ງເປີດການຊື້-ຂາຍໄດ້ສ້າງສະຖິຕິໃໝ່ໃນຕະຫຼາດການລົງທຶນຂອງຈີນອີກຄັ້ງໜຶ່ງ.
ໃນມື້ທຳອິດທີ່ຕະຫຼາດຫຼັກຊັບປັກກິ່ງເປີດການຊື້-ຂາຍ, ມີວິສາຫະກິດ 81 ແຫ່ງໄດ້ເຂົ້າຮ່ວມການຊື້-ຂາຍຫຼັກຊັບ, ໃນນັ້ນມີວິສາຫະກິດ 71 ແຫ່ງແມ່ນວິສາຫະກິດດີເດັ່ນທີ່ຖືກກັບມາດຕະຖານການຊື້-ຂາຍຢູ່ຕະຫຼາດຫຼັກຊັບປັກກິ່ງ, ມີວິສາຫະກິດໃໝ່ 10 ແຫ່ງໄດ້ເຂົ້າມາຊື້-ຂາຍຫຸ້ນຢູ່ຕະຫຼາດຫຼັກຊັບໂດຍກົງ. ລາຄາຫຸ້ນຂອງວິສາຫະກິດໃໝ່ 10 ແຫ່ງທີ່ຊື້-ຂາຍໃນວັນທີ 15 ພະຈິກນີ້ລ້ວນແຕ່ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ນັບມາຮອດເວລາປິດການຊື້ຂ່າຍຕອນທ່ຽງ, ພາຍໃຕ້ລະບຽບການໃໝ່ທີ່ບໍ່ຈຳກັດລາຄາການຊື້-ຂາຍຫຸ້ນໃນມື້ທຳອິດທີ່ຊື້-ຂາຍຢູ່ຕະຫຼາດຫຼັກຊັບປັກກິ່ງ, ລາຄາຫຸ້ນຂອງວິສາຫະກິດ 10 ແຫ່ງດັ່ງກ່າວລ້ວນແຕ່ໄດ້ເພີ່ມຂຶ້ນຫຼາຍກວ່າ 100%. ຕະຫຼາດຫຼັກຊັບປັກກິ່ງໄດ້ເປີດເຜີຍວ່າ: ນັບມາຮອດວັນທີ 12 ພະຈິກນີ້, ມີນັກລົງທຶນຫຼາຍກວ່າ 2,1 ລ້ານຄົນໄດ້ນັດເປີດບັນຊີລົງທຶນຢູ່ຕະຫຼາດຫຼັກຊັບປັກກິ່ງ, ສ່ວນນັກລົງທຶນທີ່ສາມາດເຂົ້າຮ່ວມການຊື້-ຂາຍໃນຕະຫຼາດຫຼັກຊັບປັກກິ່ງພາຍຫຼັງຕະຫຼາດຫຼັກຊັບປັກກິ່ງເປີດບໍລິການຢ່າງເປັນທາງການນັ້ນມີຫຼາຍກວ່າ 4 ລ້ານຄົນ, ກອງທຶນຊື້-ຂາຍຫຸ້ນມະຫາຊົນ 8 ແຫ່ງທີ່ເນັ້ນຫົວຂໍ້ຕະຫຼາດຫຼັກຊັບປັກກິ່ງໄດ້ຮັບອະນຸມັດ…ນີ້ໄດ້ສະແດງໃຫ້ເຫັນວ່າຄົນທັງຫຼາຍເຕັມໄປດ້ວຍຄວາມເຊື່ອໝັ້ນຕໍ່ຕະຫຼາດແຫ່ງນີ້.
ປັດຈຸບັນ, ໃນຕະຫຼາດຈີນມີອົງກອນເສດຖະກິດຫຼາຍກວ່າ 150 ກວ່າແຫ່ງ. ໃນນັ້ນ, ວິສາຫະກິດຂະໜາດກາງແລະນ້ອຍໄດ້ເສຍອາກອນຫຼາຍກວ່າ 50%, ກວມ GDP ຫຼາຍກວ່າ 60%, ກວມ 70% ຂອງເຕັກນິກທີ່ປະດິດສ້າງໃໝ່, ແຮງງານຂອງຈີນມີ 80% ເຮັດວຽກຢູ່ວິສາຫະກິດຂະໜາດກາງແລະນ້ອຍ, ແລະຈຳນວນວິສາຫະກິດຂອງຈີນມີ 90% ແມ່ນວິສາຫະກິດຂະໜາດກາງແລະນ້ອຍ, ເຊິ່ງເປັນກຳລັງສຳຄັນໃນການພັດທະນາເສດຖະກິດສັງຄົມ, ແມ່ນເສົາຄ້ຳສຳຄັນໃນການປະກອບອາຊີບແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນຈີນໃຫ້ດີຂຶ້ນ, ທັງເປັນແຫຼ່ງກຳເນີດຂອງຈິດໃຈບຸກບືນກ້າວໜ້າຂອງນັກທຸລະກິດທີ່ສຳຄັນ.
ເປັນຫຍັງຈີນຈຶ່ງໄດ້ສ້າງຕັ້ງຕະຫຼາດຫຼັກຊັບປັກກິ່ງ? ສາເຫດສຳຄັນແມ່ນເພື່ອສະໜັບສະໜູນການພັດທະນາຂອງວິສາຫະກິດຂະໜາດກາງແລະນ້ອຍ. ເປົ້າໝາຍການເປີດຕະຫຼາດຫຼັກຊັບປັກກິ່ງແມ່ນສຸມກຳລັງເພື່ອໃຫ້ບໍລິການວິສາຫະກິດຂະໜາດກາງແລະນ້ອຍຊຸດທຳອິດທີ່ “ດີເດັ່ນ, ຊຳນານການ, ມີເອກະລັກພິເສດແລະມີເຕັກນິກໃໝ່”, ແລະປັບປຸງສະພາບຄ່ອງດ້ານການເງິນຂອງວິສາຫະກິດຂະໜາດກາງແລະນ້ອຍໃຫ້ດີຂຶ້ນ, ໂດຍຜ່ານການສະໜັບສະໜູນວິສາຫະກິດທີ່ມີທ່າແຮງໃນຂົງເຂດຕ່າງໆຢ່າງຖືກຕ້ອງ, ແກ້ໄຂບັນຫາການຂາດສະພາບຄ່ອງໃນຂົງເຂດສຳຄັນ, ຊ່ວຍໃຫ້ວິສາຫະກິດເຫຼົ່ານີ້ສາມາດປັບປຸງການບໍລິຫານພາຍໃນວິສາຫະກິດໃຫ້ສົມບູນຂຶ້ນ.
ພາຍໃຕ້ເບື້ອງຫຼັງທີ່ເສດຖະກິດໂລກຂາດພະລັງແຮງໃນການຟື້ນຟູຄືນໃໝ່ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ, ຈີນໄດ້ຕັດສິນໃຈສ້າງຕັ້ງຕະຫຼາດຫຼັກຊັບປັກກິ່ງ, ສ້າງຖານທີ່ໝັ້ນຕົ້ນຕໍເພື່ອຮັບໃຊ້ວິສາຫະກິດປະດິດສ້າງໃໝ່ຂະໜາດກາງແລະນ້ອຍ, ນີ້ແມ່ນມາດຕະການສຳຄັນທີ່ລັດຖະບານຈີນປັບປຸງລະບົບການປະດິດສ້າງໃໝ່ໃຫ້ສົມບູນຂຶ້ນແລະສ້າງພະລັງແຮງໃໝ່ດ້ານການພັດທະນາການປະດິດສ້າງໃໝ່.
ການເປີດຕະຫຼາດຫຼັກຊັບປັກກິ່ງເປັນການສົ່ງສັນຍານຢ່າງຈະແຈ້ງໃຫ້ທັງພາຍປະເທດໃນແລະຕ່າງປະເທດ ຄື: ນະໂຍບາຍຂອງຈີນກ່ຽວກັບການລົງທຶນບໍ່ມີການປ່ຽນແປງແລະຈະບໍ່ປ່ຽນແປງຕະຫຼອດໄປ, ຈີນຍິນດີຕ້ອນຮັບການລົງທຶນຫາກບໍ່ແມ່ນຕ້ານການລົງທຶນ, ລັດຖະບານຈີນລິເລີ່ມແລະສົ່ງເສີມການລົງທຶນຫຼາຍກວ່າເກົ່າເພື່ອປັບປຸງສະພາບແວດລ້ອມແຫ່ງການພັດທະນາວິສາຫະກິດປະດິດສ້າງໃໝ່ຂະໜາດກາງແລະນ້ອຍໃຫ້ດີຂຶ້ນ, ພ້ອມກັນນັ້ນຈະສະໜອງໂອກາດໃຫ້ແກ່ນັກລົງທຶນທີ່ກ້າສ່ຽງສູງກວ່າເກົ່າແລະມີລາຍຮັບຫຼາຍກວ່າເກົ່າ. ເມື່ອເຂົ້າໃຈເນື້ອໃນດັ່ງກ່າວກໍຈະສາມາດເຂົ້າໃຈທິດທາງການພັດທະນາເສດຖະກິດຂອງຈີນໃນອະນາຄົດ.
Loading...