ພິທີຈັດຕັ້ງງານບຸນ ຈາລຶກຄຸນງາມຄວາມດີ ຂອງວິລະບູລຸດຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ ຢູ່ເມືອງທຸລະຄົມ ແຂວງວຽງຈັນ ຈັດຂຶ້ນ ລະຫວ່າງທີ 27, 28, 29 ທັນວາ 2022 ຢູ່ຫໍສີລາຈາລຶກວິລະບູລຸດຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ ທີ່ບ້ານໂພນແຮ່, ເມືອງທຸລະຄົມ, ແຂວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ, ພ້ອມດ້ວຍ ການນໍາຂັ້ນແຂວງ , ມີຜູ້ຕາງໜ້າສະຖານທູດຫວຽດນາມ ປະຈໍາ ສປປ ລາວ, ສະມາຄົມໃຫຍ່ຫວຽດນາມ ປະຈໍານະຄອນຫລວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພາຍໃນງານຄັ້ງນີ້ ແຕ່ລະບ້ານ ໄດ້ນໍາເອົາກອງອັດຖະລວມທັງໝົດຈໍານວນ 83 ກອງ ເພື່ອບໍາເພັນອຸທິດສ່ວນບຸນກຸສົ່ງໄປຫາບັນດານັກຮົບປະຕິວັດທີ່ໄດ້ເສຍສະຫລະຊີວິດຍ້ອນພາລິກດສູຮົບໃນສະໄໝຕໍ່ສູ້ປົດປ່ອຍຊາດ ຢູ່ຂົງເຂດເມືອງທຸລະຄົມ ແຂວງວຽງຈັນ.
ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ ກ່າວວ່າ: ຜົນງານຄຸນງາມຄວາມດີ, ປະຫວັດມູນເຊື້ອຮ່ວມສໍາພັນສູ້ຮົບ, ຄວາມສາມັກຄີແບບພິເສດອັນສະເໝີຕົ້ນສະເໝີປາຍ ລາວ-ຫວຽດນາມ, ຫວຽດ ນາມ-ລາວຂອງກອງພັນ 83 ໃນການຕໍ່ສູ້ກັບພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ຢູ່ເມືອງທຸລະຄົມ ໃນປີ 1945 ເພື່ອປົກປ້ອງປິຕິພູມອັນແສນຮັກ ແລະ ຫວງແຫນໄວ້ຄືທຸກວັນນີ້.
ທ່ານ ນາງ ວົງເດືອນ ວັດຕະໂສ ໄດ້ຍົກໃຫ້ເຫັນການນໍາພາຕໍ່ສູ້ຂອງຝ່າຍກໍາລັງຮັກຊາດຢູ່ແຂວງວຽງຈັນເມື່ອກ່ອນ ຕິດພັນກັບການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ວັນສໍາຄັນອື່ນໆຂອງພັກ, ຂອງຊາດ, ໂດຍສະເພາະແມ່ນເພື່ອຜັນຂະຫຍາຍທິດຊີ້ນໍາຂອງການນໍາແຂວງວຽງຈັນ ໃນການສະຫຼີມສະຫຼອງວັນສ້າງຕັ້ງແຂວງວຽງຈັນຄົບຮອບ 40 ປີ ທີ່ຜ່ານມາ, ເນື່ອງຈາກສະຖານທີ່ອະນຸສອນຫໍສີລາຈາລຶກແຫ່ງນີ້ ເປັນບ່ອນທີ່ການນໍາທຸກຂັ້ນ ໃຫ້ຄວາມສໍາຄັນອີກແຫ່ງໜຶ່ງທີ່ໄດ້ບັນທຶກເຫດການສໍາຄັນໃນພາລະກິດຕໍ່ສູ້ກູ້ຊາດ, ພາລະກິດຂອງການປະຕິວັດໄວ້ໃຫ້ລູກຫລານໄດ້ສຶກສາຮຽນຮູ້.
ໃນພິທີຍັງໄດ້ປະກອບພິທີທາງສາສະໜາ ຕາມຮີດຄອງຂອງທັງຝ່າຍລາວ ແລະ ຝ່າຍຫວຽດນາມ, ຕະຫລອດໄລຍະ 3ວັນ ໃນຕອນກາງຄືນມີຄົບງັນ, ສະແດງສິລະປະວັນນະຄະດີ ຈາກຫລາຍຄະນະ ເຊັ່ນ: ຄະນະ ສວດ ພະແນກ ຖວທ ແຂວງວຽງຈັນ, , ໂຮງຮຽນ ມສ ບ້ານເກິນ, ໂຮງຮຽນໄຊປັນຍາ, ໂຮງຮຽນອານຸສິນ ເຊິ່ງໄດ້ເຮັດໃຫ້ງານມີສີສັນບັນຍາກາດຟົດຟື້ນຂຶ້ນຕື່ມ.
ໃນຕອນເຊົ້າວັນທີ 29 ທັນວາ 2022 ໄດ້ມີພິທີຕັກບາດ,ຖວາຍສັງຄະທານ, ກອງອັດຖະ, ແກ່ພຣະສົງ-ສາມະເນນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງວຽງຈັນ, ມີການນໍາຂອງແຂວງວຽງຈັນ, ພ້ອມດ້ວຍການນໍາຂັ້ນເມືອງ, ແລະ ມວນຊົນຊັ້ັ້ນຄົນຕ່າງໆພາຍໃນເມືອງເຂົ້າຮ່ວມຈໍານວນຫລວງຫລາຍ.
ຂ່າວ-ພາບ: ຄໍາພອນ-ຈັນສະໝອນ.
May be an image of 7 people, people sitting and people standing
Loading...