ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໂດຍ: ບຸນຕຽງ ຈັນທະວົງ
ໃນປະຫວັດສາດແຫ່ງການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ມີການປະກາດຢຶດອຳນາດຈາກພວກຈັກກະພັດລ່າເມືອງຂຶ້ນ ແລະ ລູກແຫລ່ງຕີນມືເຖິງ 2 ຄັ້ງ ຄື: ຄັ້ງທີ 1 ໃນວັນທີ 23 ສິງຫາ ປີ 1945 ແລະ ຄັ້ງທີ 2 ໃນວັນທີ 23 ສິງຫາ ປີ 1975. ເລີ່ມຈາກການຢຶດອຳນາດໃນວັນທີ 23 ສິງຫາ ປີ 1945 ຖືເປັນເຫດການສຳຄັນທາງປະຫວັດສາດແຫ່ງການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບເກົ່າທີ່ເປັນການກຳແໜ້ນກາລະໂອກາດເອື້ອອຳນວຍທີ່ເກີດຂຶ້ນຈາກສະພາບແວດລ້ອມສາກົນເພື່ອຍາດເອົາໄຊຊະນະ ແລະ ຢຶດອຳນາດມາມືປະຊາຊົນ ກໍ່ຄື ກຳລັງປະຕິວັດລາວ ຊຶ່ງປະທານ ໄກສອນ ພົມວິຫານ ໄດ້ຕີລາຄາວ່າ: “ນີ້ເປັນເທື່ອທຳອິດທີ່ປະຊາຊົນເຮົາໄດ້ກາຍເປັນເຈົ້າຂອງປະເທດຊາດ ແລະ ຊາຕາກຳຂອງຕົນເອງ ພາຍຫຼັງ 100 ກວ່າປີທີ່ມີຊີວິດຢູ່ພາຍໃຕ້ແອກແຫ່ງການເປັນຂ້ອຍຂ້າ ແລະ ປະເທດຊາດຖືກຕັດແບ່ງ ”.
ໄຊຊະນະໃນຄັ້ງນັ້ນ ໄດ້ເປີດສາກໃຫ້ແກ່ສັງກາດໃໝ່ ສັງກາດທີ່ປະຊາຊົນລາວໄດ້ຮັບການປຸກລະດົມ ແລະ ຕື່ນຕົວເຂົ້າຮ່ວມຂະບວນການຕໍ່ຕ້ານຢ່າງເອົາເປັນເອົາຕາຍກັບສັດຕູເພື່ອກອບກູ້ປະເທດຊາດບ້ານເມືອງ, ແຕ່ພາຍຫຼັງການຢຶດອຳນາດ ວັນທີ 23 ສິງຫາ 1945 ບໍ່ພໍເທົ່າໃດມື້ ພວກລ່າເມືອງຂຶ້ນຝຣັ່ງ ໄດ້ກັບຄືນມາໂຈມຕີ ແລະ ຍຶດຄອງປະເທດລາວ ເປັນຫົວເມືອງຂຶ້ນອີກເທື່ອໃໝ່ ເຮັດໃຫ້ປະຊາຊົນລາວຕ້ອງດຳເນີນການຕໍ່ສູ້ຢ່າງລະອິດລະອ້ຽວຂ້ຽວຂາດ, ທໍລະຫົດອົດທົນ, ຍືດເຍື້ອຍາວນານ ແລະ ມີໄຊຍິ່ງໃຫຍ່ ຕ້ານກັບລັດທິລ່າເມືອງຂຶ້ນແບບເກົ່າ, ແບບໃໝ່ ແລະ ອິດທິກຳລັງປະຕິການທີ່ເປັນຕີນມືຂອງພວກເຂົາ ຈົນມາຮອດພາກໃຕ້ຫວຽດນາມໄດ້ຮັບການປົດປ່ອຍ, ປະເທດຫວຽດນາມໄດ້ທ້ອນໂຮມເປັນເອກະພາບກ້າວສູ່ສັງກາດໃໝ່ແຫ່ງການສ້າງສາສັງຄົມນິຍົມໃນລະດູບານໃໝ່ ປີ 1975, ໂດຍກຳແໜ້ນກາລະໂອກາດພັນປີມີເທື່ອໜຶ່ງ ພັກປະຊາຊົນ ປະຕິວັດລາວ ໄດ້ນໍາໃຊ້ 3 ບາດຄ້ອນຍຸດທະ ສາດ ເພື່ອດຳເນີນການຍຶດອຳນາດໂດຍສັນຕິວິທີແບບ “ບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ, ແຕ່ຈັບປາໄດ້ທັງໝົດ”, ພາຍຫຼັງທີ່ປະຊາຊົນຢູ່ບັນດາແຂວງໃນທົ່ວປະເທດໄດ້ລຸກຮື້ຂຶ້ນຢຶດອຳນາດ ແລະ ປະກາດສ້າງຕັ້ງອຳນາດການປົກຄອງປະຕິວັດຂຶ້ນຢ່າງເປັນທາງການທີ່ນະຄອນຫຼວງວຽງຈັນໃນວັນທີ 23 ສິງຫາ ປີ 1975.
ການຍຶດອຳນາດຈາກຈັກກະພັດລ່າເມືອງຂຶ້ນແບບໃໝ່ໃນວັນທີ 23 ສິງຫາ ປີ 1945 ເຖິງວ່າບໍ່ໄດ້ນຳໄປສູ່ການສ້າງຕັ້ງອຳນາດການປົກຄອງໃໝ່ຂອງປະຊາຊົນກໍ່ຕາມ ແຕ່ໄດ້ຖືກຈາລຶກໄວ້ໃນໜ້າປະຫວັດສາດອັນສະຫງ່າລາສີຂອງຊາດລາວຕະຫຼອດໄປ. ສ່ວນການປະກາດຢຶດອໍານາດຈາກພວກຈັກກະພັດລ່າເມືອງຂຶ້ນແບບໃໝ່ຢູ່ນະຄອນຫລວງວຽງຈັນໃນວັນທີ 23 ສິງຫາ ປີ 1975 ຖືເປັນການຢຶດເອົາສູນກາງການປົກຄອງ ແລະ ສູນກາງບັນຊາຂອງອຳນາດການປົກຄອງລາຊະອານາຈັກ, ເຮັດໃຫ້ກົນໄກ ແລະ ກົງຈັກແຫ່ງສິດອຳນາດຂອງລະບອບສັກດີນາ – ເຄິ່ງຫົວເມືອງຂຶ້ນຖືກທັບມ້າງ ແລະ ສິ້ນສຸດລົງຢ່າງສິ້ນເຊີງ ແລະ ໄດ້ສ້າງເງື່ອນ ໄຂອຳນວຍໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງປະຫວັດສາດ ປະກາດລົບລ້າງລະບອບສັກດີນາ – ລ່າເມືອງຂຶ້ນ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.
ການຢຶດອໍານາດໃນວັນທີ 23 ສິງຫາ ປີ 1945 ແລະ ວັນ ທີ 23 ສິງຫາ ປີ 1975 ເປັນສອງເຫດການສໍາຄັນທາງປະຫວັດສາດທີ່ສະແດງໃຫ້ເຫັນມານະຈິດ ແລະ ມູນເຊື້ອແຫ່ງການຕໍ່ສູ້ຂອງຄົນລາວທຸກເຜົ່າ, ທຸກຊັ້ນຄົນທີ່ຮັກຊາດພາຍໃຕ້ການນຳພາຂອງພັກ ເພື່ອຄວາມເປັນເອກະລາດຂອງຊາດ ແລະ ອິດສະຫຼະພາບຂອງຕົນດ້ວຍຈິດໃຈ “ຍອມຕາຍດີກວ່າຍອມເປັນຂ້ອຍຂ້າຕ່າງຊາດ” .
ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ ກໍ່ຄືນ້ຳໃຈວັນທີ 23 ສິງຫາ ເຂົ້າໃນເງື່ອນໄຂໃໝ່ແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ ຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານທຸກຄົນ ຕ້ອງຕັ້ງໜ້າ, ເຝິກຝົນຫລໍ່ຫຼອມຕົນເອງດ້ວຍການປະຕິບັດຢ່າງຈິງຈັງຕາມທິດຊີ້ນຳຂອງພັກ ແລະ ລັດ. ອົງການລັດທຸກຂັ້ນ ແລະ ພະນັກງານລັດທຸກຄົນຕ້ອງມີທັດສະນະຄະຕິອັນແນ່ວແນ່ໃນການຮັບໃຊ້ປະຊາຊົນ, ອຸທິດຕົນເພື່ອຜົນປະໂຫຍດຂອງຊາດ ແລະ ຂອງປະຊາຊົນ, ຕ້ອງໃຫ້ການບໍລິການແກ່ປະຊາຊົນດ້ວຍຄວາມບໍລິສຸດຈິງອົກຈິງໃຈ ແລະ ວ່ອງໄວ, ເດັດຂາດບໍ່ໃຫ້ມີການສວຍໃຊ້ໜ້າທີ່ຕຳແໜ່ງເພື່ອຫາຜົນປະໂຫຍດໃສ່ຕົວເອງ ແລະ ພວກພ່ອງ, ທັງກົດໜີບ ແລະ ສ້າງຄວາມລຳບາກລຳຄານແກ່ປະຊາຊົນ, ສໍ້ລາດບັງຫຼວງ, ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງຂອງລັດຄຸ້ມຄອງເສດຖະກິດ-ສັງຄົມຕາມກົດໝາຍຮັບປະກັນໃຫ້ທົ່ວສັງຄົມດຳລົງຊີວິດພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍຢ່າງເຂັ້ມງວດ, ພ້ອມນີ້ ຕ້ອງເຊີດຊູນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອພັດທະນາຕົນເອງ, ຄອບຄົວ ແລະ ປະເທດຊາດໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກໃຫ້ໄດ້ຕາມທີ່ພັກ ແລະ ລັດ ໄດ້ວາງຄາດໝາຍເອົາໄວ້.
ນ້ຳໃຈວັນຢຶດອໍານາດ 23 ສິງຫາ ໝັ້ນຍືນ