ພາຍຫລັງລັດຖະບານໄດ້ມີນະໂຍບາຍເປີດດ່ານສາກົນ ທີ່ຕິດກັບປະເທດໃກ້ຄຽງທັງໝົດແລ້ວ ຄາດວ່າການໄປມາຫາສູ່ກັນຂອງປະຊາຊົນ ແລະນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ ທີ່ເຂົ້າມທ່ອງທ່ຽວລາວຈະມີຈໍານວນເພີ່ມຂຶ້ນພາຍຫລັງທີ່ມິດງຽບໄປໄລຍະໜຶ່ງ ຍ້ອນສະພາບການລະບາດຂອງພະຍາດໂຄວິດ19, ຕາດຟານ ກໍແມ່ນສະຖານທີ່ທ່ອງທ່ຽວທີ່ສວຍງາມແຫ່ງໜຶ່ງໃນຈໍານວນຫລາຍແຫ່ງຂອງແຂວງຈໍາປາສັກ ຫາກເດີນທາງໄປທ່ອງທ່ຽວພາກໃຕ້ທ່ານຄວນໄປສໍາຜັດເຖິງຄວາມງາມຂອງສະຖານທີ່ແຫ່ງນີ້.
ທ່ານສອນສະຫວັນ ເຮືອງວົງສາ ຜູ້ບໍລິຫານແຫ່ລງທ່ອງທ່ຽວນໍ້າຕົກຕາດຟານ ເມືອງປາກຊ່ອງ ແຂວງຈໍາປາສັກໃຫ້ຮູວ່າ: ນໍ້າຕົກທໍາມະຊາດຕາດຟານ ເລີ່ມພັດທະນາມາແຕ່ປີ 1997 ແລະເລີ່ມໃຫ້ບໍລິການດ້ານການທ່ອງທ່ຽວມາເຖິງປະຈຸບັນ ດ້ວຍການໃຫ້ບໍລິການເຮືອນພັກຣີສອດ, ຈຸດຊົມວິວ ແລະຂີ່ສະລິງ, ກິດຈະກໍາຍ່າງປ່າ ແຕ່ຕາດຟານໄປຫາຕາດເຍືອງ, ດ່ານສິນໄຊ, ຕາດຈໍາປີ ໃຊ້ເວລາຍ່າງ 4 ເຖິງ 8ຊົ່ວໂມງ, ນອກຈາກນັ້ນ ຍັງຈະສ້າງທາງລົງຫາເບື້ອງລຸ່ມຂອງຕາດ ເພື່ອໃຫ້ນັກທ່ອງທ່ຽວສາມາດລົງຫາຕາດດ້ວຍສາຍເຊືອກ ແຕ່ບາດກັບຄືນແມ່ນໃຫ້ປີນຂຶ້ນຕາມທາງໜ້າຜາໂດຍໃຊ້ເວລາ 1ຊົ່ວໂມງ.
ຜ່ານການດໍາເນີນກິດຈະການດ້ານການທ່ອງທ່ຽວມາດ້ວຍດີ ຮອດປີ 2019 ກິດຈະການເລີ່ມໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ19, ຈໍານວນນັກທ່ອງທ່ຽວໄດ້ຫລຸດລົງຢ່າງຫລວງຫລາຍ, ແຕ່ປີ 2020 ຫາ 2022 ຈໍານວນນັກທ່ອງທ່ຽວເກືອບບໍ່ມີເລີຍ, ແຕ່ພາຍຫລັງປີໃໝ່ລາວເປັນຕົ້ນມາ ຈໍານວນນັກທ່ອງທ່ຽວພາຍໃນໄດ້ເລີ່ມມີຫລາຍຂຶ້ນ ແລະຄາດວ່າ ພາຍຫລັງລັດຖະບານໄດ້ມີນະໂຍບາຍເປີດດ່ານສາກົນໃນທົ່ວປະເທດແລ້ວ ຈໍານວນນັກທ່ອງທ່ຽວຈະມີຈໍານວນເພີ່ມຂຶ້ນ.
ຕາດຟານຕັ້ງຢູ່ບ້ານຫລັກ38 ເມືອງປາກຊ່ອງ ແຂວງຈໍາປາສັກ ຫ່າງຈາກເມືອງປາກຊ່ອງໄປທາງທິດຕາເວັນປະມານ 12ກິໂລແມັດ ເປັນແຫລ່ງທ່ອງທ່ຽວທໍາມະຊາດທີ່ມີຄວາມສວຍງາມ ແລະລືຊື່ມາດົນນານ ບໍລິເວນຕາດມີເດີ່ນຮາບພຽງ ໃນເນື້ອທີ 3.250ຕາແມັດ ພໍເຖິງເດືອນສາມຂອງແຕ່ລະປີ ຊາວບ້ານຈະຈັດງານບຸນເພື່ອບວງສວງສິ່ງສັກສິດໃນບໍລິເວນຕາດຟານຕາມຄວາມເຊື່ອດັ້ງເດີມ, ຕາດຟານເປັນຕາດສູງຊັນປະມານ 120ແມັດ ມີນໍ້າ 2ສາຍ ຄືຫ້ວຍບັງລຽງ ແລະຫ້ວຍຈິບມາຕົກໃສ່ບ່ອນດຽວກັນ ບໍລິເວນອ້ອມຂ້າງແມ່ນປ່າໄມ້ທໍາມະຊາດ ແລະສວນກາເຟຂອງປະຊາຊົນພາຍໃນເມືອງ.

