ຕາດຮ້ອຍຄົວ ເຊີ່ງເປັນສະຖານທີ່ທ່ອງທ່ຽວທາງທໍາ ມະຊາດ ຫລຸດຄ່າບໍລິການບັນດາກິດຈະກໍາທີ່ມີລົງ 50% ຈາກລາຄາປົກກະຕິ ເພື່ອສົ່ງເສີມລາວທ່ຽວລາວ ກໍຄື ເຮັດໃຫ້ນັກທ່ອງທ່ຽວພາຍໃນປະເທດເຂົ້າໄປທ່ຽວຊົມຕາດແຫ່ງນີ້ນັບມື້ເພີ່ມຂຶ້ນ. ຂະນະທີ່ຜູ້ບໍລິຫານສະຖານທີ່ທ່ອງ ທ່ຽວດັ່ງກ່າວ ມີແຜນຈະພັດທະນາອີກຫລາຍກິດຈະກໍາໃຫ້ສໍາເລັດພາຍໃນປີ 2021.

ທ່ານ ອາຄົມ ພົມມະຫານ, ປະທານບໍລິສັດທ່ອງທ່ຽວ ລາວກຣີນ, ຜູ້ສໍາປະທານຕາດຮ້ອຍຄົວ ໃຫ້ຮູ້ວ່າ: ບໍລິສັດ ທ່ອງທ່ຽວ ລາວກຣີນ ໄດ້ເຂົ້າມາພັດທະນາຕາດຮ້ອຍຄົວເລີ່ມແຕ່ປີ 2015 ແລະ ໄດ້ເປີດບໍລິການນັກທ່ອງທ່ຽວຢ່າງ ເປັນທາງການ ນັບແຕ່ເດືອນສິງຫາປີ 2018 ເປັນຕົ້ນມາ ໂດຍໃຫ້ບໍລິການຫລາຍກິດຈະກໍາ ເຊັ່ນ: ຊົມນໍ້າຕົກຕາດ, ຂີ່ສະລິງຊົມສວນດອກໄມ້, ຍ່າງຂົວບ້ວງຢູ່ລະຫວ່າງກາງຕົ້ນໄມ້ໃຫຍ່ຈາກຕົ້ນນີ້ໄປຫາຕົ້ນອື່ນ, ໄຕ່ເຊືອກໄປຕາມຕົ້ນໄມ້ຕ່າງໆ, ໄຕ່ຂົວໄມ້ທີ່ເຊື່ອມຕໍ່ລະຫວ່າງຕາດຜ່ານປ່າດົງໃຫຍ່ໄປຫາສວນອຸທະຍານທີ່ປະດັບໄປດ້ວຍດອກໄມ້ຫຼາຍສີສັນນາໆ ຊະນິດ. ນອກຈາກນີ້ ຍັງມີບໍລິການເຕັ້ນ, ຫ້ອງພັກ, ສ້າງຕະຫລາດຊຸມຊົນໂດຍບໍ່ເສຍຄ່າ ແລະ ອື່ນຯ. ໃນໄລຍະເບື້ອງຕົ້ນທີ່ເປີດໃຫ້ບໍລິການມີນັກທ່ອງທ່ຽວໃຫ້ຄວາມສົນໃຈເຂົ້າມາທ່ອງທ່ຽວຫລາຍສົມຄວນ, ສະເລ່ຍປະມານ 300-350 ຄົນຕໍ່ວັນ, ໃນນີ້ 70% ແມ່ນນັກທ່ອງ ທ່ຽວພາຍໃນ ແລະ 30% ແມ່ນນັກທ່ອງທ່ຽວຕ່າງປະເທດ, ແຕ່ຫລັງຈາກເກີດການລະບາດຂອງພະຍາດໂຄວິດ-19 ນັບແຕ່ທ້າຍປີ 2019 ເປັນຕົ້ນມາ ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມນ້ຳຕົກຕາດຮ້ອຍຄົວຫຼຸດລົງຢ່າງຕໍ່ເນື່ອງ ແລະ ໄດ້ປິດກິດຈະການຊົ່ວຄາວໄລຍະໜຶ່ງຕາມມາດຕະການທີ່ລັດຖະບານວາງອອກເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19.

ຜູ້ສໍາປະທານຕາດຮ້ອຍຄົວ ໃຫ້ຮູ້ຕື່ມວ່າ: ພາຍຫລັງລັດຖະບານມີມາດຕະການຜ່ອນຜັນໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ -19 ຕາດຮ້ອຍຄົວໄດ້ຮັບການປັບປຸງຫລາຍຢ່າງຄືນໃໝ່ເພາະໃຫ້ເຂົ້າກັບສະຖາ ນະການທີ່ເກີດຂຶ້ນ, ເລີ່ມຈາກການບໍລິຫານໂດຍໃຫ້ພະນັກງານທີ່ມີຢູ່ 70 ກວ່າຄົນເຂົ້າເຮັດວຽກ ແລະ ໃຫ້ພັກ 2 ວັນຕໍ່ອາທິດ ແລ້ວຈ່າຍເງິນເດືອນ 70%, ສ່ວນຄ່າທີ່ພັກ, ອາຫານ ແລະ ຄ່າກິດຈະກໍາຕ່າງຯ ແມ່ນຫລຸດ 50%. ການປັບຕົວແບບນີ້ເພື່ອຄວາມຢູ່ລອດ ແລະ ເພື່ອສົ່ງເສີມລາວທ່ຽວລາວ ກໍຄື ດຶງດູດນັກທ່ອງທ່ຽວພາຍໃນປະເທດເຂົ້າມາທ່ອງທ່ຽວຕາດຮ້ອຍຄົວໃຫ້ນັບມື້ເພີ່ມຂຶ້ນ ເຮັດໃຫ້ມາຮອດປັດຈຸບັນ ນັກທ່ອງທ່ຽວພາຍໃນເລີ່ມເຂົ້າມາທ່ອງທ່ຽວຕາດຮ້ອຍຄົວເພີ່ມຂຶ້ນ, ສະເລ່ຍປະມານ 100 ຄົນຕໍ່ວັນ. ສ່ວນທິດທາງແຜນການໃນຕໍ່ໜ້າ ຈະເພີ່ມກິດຈະກໍາທີ່ເປັນການພະຈົນໄພໃຫ້ຫລາຍຂຶ້ນ ເພາະນັກທ່ອງທ່ຽວພາຍໃນປະເທດເລີ່ມໃຫ້ຄວາມສົນໃຈກິດຈະກໍາປະເພດນີ້ເພີ່ມຂຶ້ນ. ນອກຈາກນີ້ ຈະເພີ່ມຫ້ອງພັກ ແລະ ສ້າງສວນນໍ້າເພື່ອຄວາມສວຍງາມໃຫ້ສໍາເລັດພາຍໃນປີ 2021 ໂດຍຕິດພັນພັນຄວາມຍືນຍົງ ແລະ ສີຂຽວຕະຫລອດໄປ.

ຕາດຮ້ອຍຄົວ ຕັ້ງຢູ່ເຂດສວນປ່າດົງດິບ ເຂດບ້ານປາກຫລືງ ຫ່າງຈາກເທດສະ ບານເມືອງຈອມເພັດ, ແຂວງຫລວງພະບາງ ປະມານ 12 ກິໂລແມັດ, ຖືເປັນນໍ້າຕົກ ຕາດທີ່ຫາຊົມໄດ້ຍາກ ເພາະເປັນຕາດທີ່ປະກອບດ້ວຍຕາດນ້ອຍຫຼາຍໆ ຊັ້ນທີ່ມີນໍ້າໃສໄຫຼເຢັນຢູ່ຕະຫຼອດປີ, ມີຄວາມສູງປະມານ 90 ແມັດ. ສວນອຸທະຍານນີ້ມີເນື້ອທີ່ຫຼາຍກວ່າ 20 ເຮັກຕາທີ່ເຕັມໄປດ້ວຍພູຜາປ່າດົງດິບທີ່ໃຫ້ຄວາມສົດ ຊື່ນເຢັນສະ ບາຍ, ເໝາະສົມໃນການໄປທ່ຽວຊົມ ແລະພັກຜ່ອນຢ່ອນອາລົມ.

ໂດຍ: ບຸນຕຽງ ຈັນທະວົງ

Loading...