ໃນວັນທີ 31 ຕຸລາ 2022 ທີ່ຫ້ອງປະຊຸມຂອງເມືອງວັງວຽງ ແຂວງວຽງຈັນ, ກຳມາ ທິການຍຸຕິທຳ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມການຈັດຕັ້ງປະຕິບັດນໍາໃຊ້ປື້ມຄູ່ມື ໃນການຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດກົດໝາຍ (ຂົງເຂດຍຸຕິທໍາ 4 ສະບັບ) ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນຳວຽກງານຂົງເຂດຍຸຕິທໍາ; ມີປະທານ-ຮອງປະທານກຳມາທິການຍຸຕິທຳ, ຮອງປະ ທານກຳມາທິການກົດໝາຍ, ຮອງປະ ທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງປະທານສານປະຊາຊົນສູງສຸດ, ຮອງປະທານສານປະຊາຊົນພາກກາງ, ຮອງປະທານສານທະຫານຂັ້ນສູງ; ຕາງໜ້າຈາກກະຊວງຕິທຳ, ອົງການກວດກາລັດ, ຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ອົງການໄອຍະການປະຊາຊົນພາກກາງ; ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະ ນັກງານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ໄດ້ຮັບຟັງການສະເໜີບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບຜົນການປະເມີນກົດ ໝາຍວ່າດ້ວຍສານປະຊາຊົນ ແລະ ກົດ ໝາຍວ່າດ້ວຍການດໍາເນີນຄະດີແພ່ງ ຈາກ ທ່ານ ບູນຂວາງ ທະວີສັກ ຮອງປະ ທານສານປະຊາຊົນສູງສຸດ; ສະເໜີບົດລາຍງານ ຂອງອົງການໄອຍະການປະ ຊາຊົນສູງສຸດ ກ່ຽວກັບຜົນການປະເມີນກົດ ໝາຍວ່າດ້ວຍອົງການໄອຍະການປະຊາ ຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ຈາກທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການປະຊາຊົນສູງ ສຸດ; ຈາກນັ້ນ, ປະທານກອງປະຊຸມມີຄຳຖາມເຈາະຈີ້ມ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນໃສ່ບັນດາບົດລາຍງານດັ່ງກ່າວ; ພ້ອມນັ້ນ, ກອງປະຊຸມ ໄດ້ຮັບຟັງການຊີ້ແຈງຈາກພາກສ່ວນທີ່ກ່ຽວຂ້ອງຕື່ມອີກ.

ໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ເພື່ອຕິດຕາມກວດກາ ແລະ ຊຸກຍູ້ ການປະເມີນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທຳ 4 ສະບັບ ໂດຍສະເພາະແມ່ນກົດໝາຍວ່າດ້ວຍສານປະຊາຊົນ; ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ; ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ທັງເປັນການເກັບກຳຂໍ້ມູນ, ຟັງຄໍາຄິດຄໍາເຫັນ ຕໍ່ບັນຫາທີ່ພົ້ນເດັ່ນໃນຂົງເຂດຍຸຕິທຳ ເປັນຕົ້ນບັນຫາທີ່ກ່ຽວຂ້ອງກັບຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ; ພ້ອມກັນນີ້, ກໍເພື່ອເປັນການສະຫລຸບຕີລາຄາ, ດ້ານດີ, ຂໍ້ຄົງຄ້າງ, ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທຳ 4 ສະ ບັບດັ່ງກ່າວ ເພື່ອເປັນຂໍ້ມູນລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄຂຂຶ້ນໃນທ້າຍປີ 2022 ນີ້ ແລະ ທົດລອງນຳໃຊ້ຮ່າງຄູ່ມືການຕິດຕາມກວດກາ ການປະເມີນການຈັດຕັ້ງປະຕິບັດກົດໝາຍ ເຊິ່ງບັນດາເອກະສານທີ່ທາງກອງປະຊຸມໄດ້ຍົກຂຶ້ນມານຳສະເໜີຄັ້ງນີ້ ເຫັນວ່າເປັນເອກະ ສານທີ່ສຳຄັນ ແລະ ຕ້ອງໄດ້ຮີບຮ້ອນສຸມໃສ່ຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ແລ້ວລາຍງານຂໍທິດຊີ້ນຳຈາກຄະນະປະຈຳສະພາແຫ່ງຊາດ ພິຈາລະນາ ເພື່ອນຳມາເປັນບ່ອນອີງໃນການຕິດຕາມ ກວດ ກາ ການປະເມີນການຈັດຕັ້ງປະ ຕິບັດບັນດາກົດໝາຍອື່ນ ໃນແຕ່ລະຂົງເຂດໃນຕໍ່ໜ້າ ທັງເປັນຂໍ້ມູນສຳຄັນໃຫ້ແກ່ການກະກຽມບົດປະກອບຄຳເຫັນຂອງຄະນະປະຈຳສະພາແຫ່ງຊາດ ຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບວຽກງານດັ່ງກ່າວ; ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ຂອງຕົນ ຕັ້ງໃຈຮັບຟັງ ແລະ ສຸມທຸກສະຕິປັນຍາ ເພື່ອຄົ້ນຄວ້າປະກອບຄຳເຫັນຢ່າງກົງໄປກົງມາເຂົາໃສ່ເນື້ອໃນຕ່າງໆ ທີ່ກ່າວມາຂ້າງເທິງນັ້ນ ເພື່ອປັບປຸງເຮັດໃຫ້ມີເນື້ອໃນສົມບູນ, ຄົບຖ້ວນ, ສອດຄ່ອງກັບສະພາບຕົວຈິງ ແລະ ພາວະວິໄສ.

ກອງປະຊຸມ, ໄດ້ຮັບການສະໜັບ ສະໜູນດ້ານງົບປະມານຈາກມູນນິທິເວສມິນສະເຕີ ເພື່ອປະຊາທິປະໄຕ (WFD) ແລະ ງົບປະມານສົມທົບຈາກຄະນະເລຂາທິການສະພາແຫ່ງຊາດ. ກອງປະຊຸມ ຈະດຳເນີນໄປເຖິງວັນທີ 1 ພະຈິກ 2022 ຈຶ່ງຈະສຳເລັດ.
(ຂ່າວ;ພາບ: ສຸພາວັນ ຫອມສະນິດ)