ເພື່ອເຮັດໃຫ້ການຕອບໂຕ້ໂຄສະ ນາ-ເຜີຍ ແຜ່ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດໂຄວິດ-19 ລົງສູ່ຮາກຖານທ້ອງຖິ່ນ ແລະ ໄດ້ຮັບປະສິດທິຜົນສູງສຸດ ແຂວງບໍລິຄຳໄຊ ກໍຄື ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງໄດ້ນຳໃຊ້ພາຫະນະສື່ມວນຊົນ ໂຄສະນາ-ເຜີຍແຜ່ວຽກງານດັ່ງກ່າວ ດ້ວຍຫຼາຍຮູບແບບຢ່າງແຂງແຮງ.
ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກ ຖວທ ແຂວງ ໄດ້ໃຫ້ສຳພາດໃນວັນທີ 25 ພຶດສະພາຜ່ານມານີ້ວ່າ: ຕະຫຼອດໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ກໍຄືປັດຈຸບັນ ພະແນກ ຖວທ ແຂວງ ໄດ້ນໍາໃຊ້ພາຫະນະສື່ມວນຊົນທຸກປະເພດທີ່ມີ ເປັນຕົ້ນແມ່ນ ວິທະຍຸ, ໂທ ລະພາບ, ໜັງສືພິມ ແລະ ເວັບໄຊຂອງແຂວງ ໄດ້ນຳເອົາຂໍ້ມູນຂ່າວສານທີ່ເປັນປະໂຫຍດ ແລະ ມີຄວາມຈິງ ໂດຍສະ ເພາະແມ່ນມະຕິ, ຄຳສັ່ງ ແລະ ແຈ້ງການຂອງຂັ້ນເທິງ ໂຄສະນາ-ເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈເຖິງຜົນຮ້າຍ ຂອງພະຍາດໂຄວິດ-19 ໃຫ້ມີຄວາມເອກະພາບ ແລະ ກວ້າງຂວາງ.
ພ້ອມດຽວກັນ ຍັງໄດ້ນຳໃຊ້ວິທະຍຸຊຸມ ຊົນ ແລະ ໂທລະໂຄ່ງ ເປັນສື່ໃນການຜັນຂະຫຍາຍຄຳສັ່ງນິຕິກຳຂອງຂັ້ນເທິງ ໃຫ້ລົງສູ່ຮາກຖານທ້ອງຖິ່ນຢ່າງທົ່ວ ເຖິງ.
ປັດຈຸບັນ ທົ່ວແຂວງມີໂທລະໂຄ່ງຂອງເມືອງ-ບ້ານ ລວມເກືອບ 300 ຊຸດ. ນອກນັ້ນ, ຍັງໄດ້ນໍາໃຊ້ສື່ອິນເຕີເນັດ ຫຼື ສື່ສັງ ຄົມອອນລາຍເຊັ່ນ: ເຟດບຸກຂອງວິທະ ຍຸ-ໂທລະພາບ, ໜັງສືພິມ ແລະ ເວັບໄຊ ແລະ ຫ້ອງການ ຖວທ 7 ເມືອງ.
(ຂ່າວ-ພາບ: ວຽງສະຫວັນ)
Loading...