ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມລະນຶກວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ (13/8/1950-13/8/2021)​ ຂຶ້ນໃນວັນທີ 12​ ສິງຫານີ້ ທີ່ກະຊວງດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະ ມົນຕີກະຊວງ ຖວທ​ ຊຶ່ງມີ​ທ່ານ​ ນາງ ບົວໄຂ ເພັງ​ພະຈັນ​ ຄະນະປະຈຳພັກ ຫົວໜ້າກົມ​ວັນນະຄະດີ​ ແລະ ພິມຈຳໜ່າຍ ກະຊວງຖວທ,​ ມີຮອງລັດຖະມົນຕີ,​ ຫົວໜ້າກົມ-ຮອງກົມ,ພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ​ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ໄດ້ລາຍງານການເຄື່ອນໄຫວບາງຜົນງານດີເດັ່ນຂອງສື່ມວນຊົນໃນໄລຍະໜຶ່ງປີຜ່ານມາໄດ້ປະຕິບັດໜ້າທີ່ວຽກງານຢ່າງຕັ້ງໜ້າສຸມທຸກສະຕິປັນຍາ ແລະ ເຫື່ອແຮງຂອງຕົນເຂົ້າໃນວຽກງານການໂຄສະນາເຜີຍແຜ່ຜົນສໍາເລັດ, ວຽກງານການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນໂຄສະນາແນວທາງນະໂຍບາຍຕ່າງໆຂອງພັກ ແລະ ລັດ ປຸກລະດົມນໍ້າໃຈຮັກຊາດ ແລະ ຄວາມສາມັກຄີປອງດອງ, ຮັກລະບອບໃໝ່ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ຄວາມເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງພາຍໃຕ້ການນໍາພາ-ຊີ້ນໍາຂອງພັກເວົ້າລວມ, ເວົ້າສະເພາະແມ່ນຄະນະພັກ, ຄະນະນໍາກະຊວງ ຖວທ, ອັນພົ້ນເດັ່ນທີ່ສຸດໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ຊຶ່ງສະພາບກໍມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍເປັນຕົ້ນດ້ານເສດຖະກິດ, ທ່າມກາງຄວາມສ່ຽງຈາກການຕິດເຊື້ອພະຍາດໂຄວິດ-19 ແຕ່ສື່ມວນຊົນຍັງເຄື່ອນໄຫວເຮັດໜ້າທີ່ປະກອບສ່ວນໂຄສະນາໃຫ້ແກ່ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ທັນສະພາບການ, ດ້ວຍການນໍາພາ-ຊີ້ນໍາຢ່າງໃກ້ຊິດຂອງພັກ-ລັດ ໄດ້ອໍານວຍຄວາມສະດວກໃຫ້ສື່ມວນຊົນລາວໄດ້ເຄື່ອນໄຫວເຮັດບົດບາດໜ້າທີ່ການເມືອງຂອງຕົນ ແລະ ມີຜົນສໍາເລັດເປັນຢ່າງດີ. ສາມາດຕີລາຄາໄດ້ວ່າສື່ມວນຊົນລາວໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງທັງທາງດ້ານປະລິມານ ແລະ ຄຸນນະພາບ ໂດຍມີໂຄງລ່າງພື້ນຖານທີ່ໄດ້ຮັບການພັດທະນາໄປສູ່ຄວາມທັນສະໄໝ ແລະ ຄ່ອຍໆຫັນຈາກລະບົບອານາລ໊ອກໄປສູ່ລະບົບດີຈີຕອນໄດ້ໂດຍພື້ນຖານ ແລະ ການນໍາໃຊ້ເຄືອຂ່າຍອິນເຕີເນັດກໍຄືຊ່ອງທາງສື່ສັງຄົມອອນລາຍເພື່ອສະໜອງຂໍ້ມູນຂ່າວສານ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດແລະ ແຜນພັດທະນາເສດຖະກິດ-ສັງຄົມ, ຊຸກຍູ້ການຜະລິດເປັນສິນຄ້າຂອງປະຊາຊົນ, ການຊຸກຍູ້ສົ່ງເສີມທຸລະກິດ, ສາລະຄວາມຮູ້, ສາລະບັນເທີງໃຫ້ແກ່ສັງຄົມ. ບຸກຄະລາກອນສື່ມວນຊົນກໍໄດ້ຮັບການພັດທະນາຍົກລະດັບຢ່າງຕໍ່ເນື່ອງເຮັດໃຫ້ເນື້ອໃນສາລະຕ່າງໆສື່ສິ່ງພິມ, ເອເລັກໂຕຣນິກ, ສື່ອອນລາຍນັບມື້ເລິກເຊິ່ງແຫຼມຄົມ ແລະ ມີຫຼາຍສີສັນ.
ທ່ານ ນາງ ບົວໄຂ ເພັງພະຈັນ ໄດ້ລາຍງານບາງຜົນງານດີເດັ່ນການພິມຈໍາໜ່າຍໃນໄລຍະ1ປີຜ່ານມາ ໄດ້ເຄື່ອນໄຫວຕາມບົດບາດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນໃນການຄຸ້ມຄອງ, ເຜີຍແຜ່ໂຄສະນາກົດໝາຍນິຕິກຳ, ຕິດຕາມກວດກາໂຮງພິມ, ຮ້ານພິມ, ຮ້ານອອກແບບໂຄສະນາຜ່ານສິ່ງພິມ,ຮ້ານຈຳໜ່າຍ, ຜູ້ປະກອບການດ້ານວຽກງານການພິມ, ວັນນະຄຳດີຫໍສະໝຸດ ແລະ ແປພາສາຢູ່ພາຍໃນປະເທດໃຫ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດ, ລະບຽບຫຼັກການ, ກົດໝາຍວ່າດ້ວຍການພິມຈຳ ໜ່າຍ, ກົດໝາຍວ່າດ້ວຍຫໍສະໝຸດ ແລະ ນິຕິກຳລຸ່ມກົດໝາຍ. ພ້ອມນັ້ນຂະແໜງການພິມຈຳໜ່າຍໄດ້ສ້າງຜະລິດຕະພັນໃໝ່ທີ່ມີຫຼາກຫຼາຍຮູບແບບສີສັນສ້າງຄວາມດຶງດູດໃຫ້ແກ່ຜູ້ອ່ານ, ຜູ້ຟັງ, ຜູ້ຊົມນຳໃຊ້ຜະລິດຕະພັນຈຳໜ່າຍສາມາດເຮັດໃຫ້ນັກຮຽນ, ນັກສຶກສາ, ປັນຍາຊົນ ແລະ ປະຊາຊົນສາມາດເຂົ້າເຖິງຄວາມຮູ້ຂໍ້ມູນຂ່າວສານຫຼາຍຊ່ອງທາງຂຶ້ນ.
ໃນພິທີ, ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ເນັ້ນໃຫ້ສື່ມວນຊົນທຸກຂະແໜງ ແລະ ການພິມຈຳໜ່າຍສືບຕໍ່ເອົາໃຈໃສ່ສ້າງ ແລະ ຍົກລະດັບຄຸນທາດການເມືອງໃຫ້ບຸກຄະລະກອນສື່ມວນຊົນເວົ້າລວມ, ເວົ້າສະເພາະແມ່ນຫົວໜ້າອົງການສື່ມວນຊົນ, ຄະນະບັນນາທິການໃຫ້ໄດ້ຮຽນທິດສະດີການເມືອງ-ການປົກຄອງ; ສືບຕໍ່ສ້າງ, ປັບປຸງ ແລະ ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການ ແລະ ພາ ສາຕ່າງປະເທດໃຫ້ພະນັກງານ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ສືບຕໍ່ຫັນເອົາແນວທາງຂອງພັກ, ລະບຽບກົດໝາຍເປັນອັນລະອຽດເຂົ້າສູ່ວຽກງານຕົວຈິງຂອງສື່ມວນຊົນ ແລະ ພິມຈຳໜ່າຍ ແລະ ສືບຕໍ່ຫັນເປັນທັນສະໄໝດ້ານຂໍ້ມູນຂ່າວສານເພື່ອຮັບໃຊ້ສັງຄົມໃນທາງສ້າງສັນ ແລະ ເກີດຜົນປະໂຫຍດສູງສຸດ; ສື່ມວນຊົນຕ້ອງສືບຕໍ່ເປັນເຈົ້າການປັບປຸງຕົນເອງທັງທາງດ້ານເນື້ອໃນ ແລະ ຮູບການໃຫ້ກະທັດລັດ, ແທດຕົວຈິງ ແລະ ມີປະສິດທິຜົນສູງຂຶ້ນ, ຮັບປະກັນຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ, ຕິດພັນກັບການຕິດຕາມກວດກາຜະລິດຕະພາບພັນຂອງສື່ມວນຊົນ ແລະ ພິມຈຳໜ່າຍໃຫ້ດຳເນີນໄປຖືກທິດເພື່ອຮັບໃຊ້ພັກ, ລັດ ແລະ ປະຊາຊົນເຮົາ; ເອົາໃຈໃສ່ເປັນພິເສດຕໍ່ການຕິດຕາມກວດກາເນື້ອໃນ, ຫາງສຽງສັງຄົມຖ້ອຍທຳນອງທີ່ບໍ່ຫວັງດີຕໍ່ລະບອບໃໝ່ຂອງພວກຄົນບໍ່ດີ, ຢູ່ຕາມສື່ສັງຄົມອອນລາຍທັງເປັນເຈົ້າການໃນການຕອບຕ້ານຢ່າງທັນການ ແລະ ຖືກທິດ; ສືບຕໍ່ກໍ່ສ້າງພື້ນຖານໂຄງລ່າງດ້ານສື່ມວນຊົນ ແລະ ພິມຈຳໜ່າຍໃຫ້ເພີ່ມຂຶ້ນທັງທາງດ້ານປະລິມານ ແລະຄຸນນະພາບ, ຮັບປະກັນຫັນເຕັກນິກ, ເຕັກໂນໂລຊີໄປສູ່ລະບົບດີຈີຕອນ; ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງຮາກຖານພັກໃນຂົງເຂດສື່ມວນຊົນໃຫ້ເຂັ້ມແຂງ, ປອດໃສ, ໜັກແໜ້ນຕິດພັນກັບການປັບປຸງກົງຈັກການ ຈັດຕັ້ງໃນຂົງເຂດນີ້ໃຫ້ແທດເໝາະກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ການຂະຫາຍຕົວຂອງເຕັກນິກເຕັກໂນໂລຊີໃໝ່ໃນປັດຈຸບັນ.
(ຂ່າວ-ພາບ: ວັນເພັງ)