ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ສະເໜີປັບປຸງຮ່າງກົດໝາຍວ່າດ້ວຍການພິມຈໍາໜ່າຍ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍ ວັນທີ 14 ກໍລະກົດນີ້, ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ. ສະນັ້ນ, ຖ້າຫາກຮ່າງກົດໝາຍສະບັບນີ້, ຖືກຮັບຮອງ ແລະ ປະກາດນຳໃຊ້ ຈະເປັນເຄື່ອງມື ແລະ ເປັນບ່ອນອີງໃນການເຄື່ອນໄຫວວຽກງານການພິມຈຳໜ່າຍ ໃນທົ່ວປະເທດໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ທັງເປັນການເສີມຂະຫຍາຍບົດບາດວຽກງານການພິມຈຳໜ່າຍ ໃນການຮັບໃຊ້ສັງຄົມໃຫ້ມີຄວາມພົ້ນເດັ່ນຂຶ້ນເທື່ອລະກ້າວ ແລະ ຕອບສະໜອງທັນກັບສະພາບການຂະຫຍາຍຕົວຂອງ ເສດ ຖະກິດ-ສັງຄົມໃນປັດຈຸບັນ.
ທ່ານ ວັນສີ ກົວມົວ ກ່າວວ່າ: ໂຄງປະກອບຂອງ ກົດໝາຍວ່າດ້ວຍການພິມຈຳໜ່າຍ ສະບັບທີ່ນຳໃຊ້ປັດຈຸບັນ ມີ IX ພາກ, 8 ໝວດ 72 ມາດຕາ. ສໍາລັບໂຄງປະກອບຂອງຮ່າງກົດໝາຍວ່າດ້ວຍການພິມຈໍາໜ່າຍ (ສະບັບປັບປຸງ) ປະກອບມີ X ພາກ, 8 ໝວດ, 74 ມາດຕາ. ໂດຍອີງໃສ່ຂະບວນວິວັດ ແລະ ພັດທະນາເສດຖະກິດ – ສັງຄົມ ແລະ ການເຊື່ອມໂຍງກັບສາກົນ, ການເຂົ້າເປັນສະມາຊິກປະຊາຄົມອາຊຽນ ແລະ ການເຂົ້າເປັນສະມາຊິກຂອງອົງການການຄ້າໂລກ ຊຶ່ງລັດຖະບານ ແຫ່ງ ສປປ ລາວ ໄດ້ເຂົ້າເປັນພາຄີ ຂອງສົນທິສັນຍາສາກົນ 1970 ວ່າດ້ວຍການເກືອດຫ້າມ, ສະກັດກັ້ນການນຳເຂົ້າ-ສົ່ງອອກ ແລະ ປ່ຽນໂອນກຳມະສິດຊັບສິນທາງດ້ານວັດທະນະທຳທີ່ຜິດກົດໝາຍ ແລະ ສົນທິສັນຍາສາກົນ 1995 ວ່າດ້ວຍຊັບສິນທາງດ້ານວັດທະນະທໍາທີ່ ຖືກລັກລອບ ຫຼື ສົ່ງອອກຜິດກົດໝາຍ ຊຶ່ງກວມເອົາຊັບສິນທາງປັນຍາ ທີ່ຈັດພິມເປັນປຶ້ມ ແລະ ສິ່ງພິມ. ໃນນັ້ນ, ອີງໃສ່ການຖອດຖອນບົດຮຽນໃນການຄຸ້ມຄອງ, ການດຳເນີນທຸລະກິດ ຂົງເຂດການພິມ ແລະ ຈຳໜ່າຍໃນໄລຍຜ່ານມາ, ເຖິງເວລາແລ້ວ ກົດ ໝາຍວ່າດ້ວຍການພິມຈຳໜ່າຍ ຕ້ອງໄດ້ປັບປຸງໃຫ້ສອດຄ່ອງກັບສະພາບເສດຖະກິດ-ສັງຄົມໃນຂອງຍຸກສະໄໝ, ຖືກຕ້ອງກັບເງື່ອນໄຂ ແລະ ການຈັດຕັ້ງປະຕິບັດຕົວຈິງ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂອງຂະແໜງການທີ່ກ່ຽວຂ້ອງ. ເພື່ອໃຫ້ເນື້ອໃນກົດໝາຍມີຄວາມຮັດກຸມ ແລະ ຄົບຖ້ວນ. ເພື່ອສ້າງເງື່ອນໄຂ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ການຮ່ວມມື ແລະ ການລົງທຶນທັງພາຍໃນ ແລະ ຕ່າງປະເທດ.
ທ່ານ ວັນສີ ກົວມົວ ກ່າວຕື່ມວ່າ: ເມື່ອກົດໝາຍວ່າດ້ວຍການພິມຈຳໜ່າຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ຄາດຄະເນຜົນຈະໄດ້ຮັບຄື: ເປັນການປະຕິບັດມະຕິ 25/ກມສພ, ໃນຄາດໝາຍສູ້ຊົນ ແລະ ໜ້າທີ່ຕົ້ນຕໍຂອງວຽກງານວັດທະນະທຳຊຸມປີຕໍ່ໜ້າ, ທັງເປັນການຊຸກຍູ້ ແລະ ເສີມຂະຫຍາຍບົດບາດວຽກງານການພິມຈຳໜ່າຍໃນການຮັບໃຊ້ສັງຄົມໃຫ້ພົ້ນເດັ່ນ, ມີບາດກ້າວຂະຫຍາຍຕົວເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ; ເຮັດໃຫ້ເນື້ອໃນກົດໝາຍມີຄວາມອຸດົມສົມບູນ, ລະອຽດຈະແຈ້ງຂຶ້ນ, ເຂົ້າໃຈງ່າຍໃນທາງປະຕິບັດ ແລະ ຕອບສະໜອງທັນກັບສະພາບການຂະຫຍາຍຕົວຂອງ ເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ອະນາຄົດ. ພ້ອມນັ້ນ, ຍັງຈະເປັນເຄື່ອງມື ແລະ ເປັນບ່ອນອີງໃນການເຄື່ອນໄຫວວຽກງານການພິມຈຳໜ່າຍ ໃນທົ່ວປະເທດໃຫ້ມີປະສິດທິພາບ, ປະສິດທິຜົນສູງ ນຳໃຊ້ເຂົ້າໃນການຈັດຕັ້ງ ແລະ ການເຄື່ອນໄຫວ, ການຄຸ້ມຄອງ, ຕິດຕາມ ກວດກາວຽກງານການພິມຈຳໜ່າຍ ເພື່ອປົກປ້ອງ, ສົ່ງເສີມ ແລະ ພັດທະນາວຽກງານການພິມຈຳໜ່າຍໃຫ້ດີຂຶ້ນກວ່າເກົ່າ. ດັ່ງນັ້ນ, ສະເໜີບັນດາສະມາຊິກສະພາແຫ່ງຊາດ ປະກອບຄໍາຄິດຄໍາເຫັນຕື່ມ ເພື່ອເຮັດໃຫ້ຮ່າງກົດໝາຍ ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ, ພ້ອມພິຈາລະນາຮັບຮອງເອົາຮ່າງກົດໝາຍດັ່ງກ່າວ.