ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທຽ່ວ ໄດ້ຕາງໜ້າຄະນນະກໍາມະການລະດັບຊາດຈັດປີທ່ອງທ່ຽວລາວ 2024 ເປັນປະທານຖະແຫລງຂ່າວກ່ຽວກັບການຈັດປີທ່ອງທ່ຽວດັ່ງກ່າວໃນຕອນບ່າຍວັນທີ 13 ພະຈິກ 2023 ທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ ໂດຍມີບັນດາຮອງລັດຖະມົນຕີກະຊວງ ຖວທ, ຕາງໜ້າຈາກທູດຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈໍາລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໃຫ້ຮູ້ວ່າ:ໃນການຈັດປີທ່ອງທ່ຽງລາວ 2024, ກະຊວງຖະເເຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບພະແນກຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນ ຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ ໄດ້ເປັນເອກະພາບກັນກຳນົດບັນດາກິດຈະກໍາທີ່ຈະຈັດຕັ້ງປະຕິບັດໃນປີທ່ອງທ່ຽວລາວ 2024 ສະເໜີໃຫ້ລັດຖະບານຮັບຮອງ ແລະ ໄດ້ກຳນົດເອົາ 79 ກິດຈະກຳ, ໃນນີ້ມີ 14 ກິດຈະກຳລະດັບຊາດ ເເລະ 65 ກິດຈະກຳລະດັບແຂວງ ຊື່ງຈະຈັດເຂົ້າໃນປະຕິທີນການທ່ອງທ່ຽວ ເພື່ອໃຫ້ນັກທ່ອງທ່ຽວສາ ມາດຄັດເລືອກທ່ອງທ່ຽວໄດ້ຕະຫຼອດປີ ຕາມຄວາມເໝາະສົມ ແລະ ຕາມຄວາມສົນໃຈ ພ້ອມດຽວກັນນີ້ຍັງໄດ້ຮ່ວມມືກັບບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ, ໂຮງເເຮມ, ແຫຼ່ງທ່ອງທ່ຽວ, ຮ້ານອາຫານ, ສາຍການບີນລາວ ເເລະ ຫົວໜ່ວຍທຸລະກິດທີ່ ກ່ຽວຂ້ອງ ຈັດເປັນລາຍການທ່ອງທ່ຽວ. ທັງນີ້ກໍ່ເພື່ອເຮັດໃຫ້ບັນດາກິດຈະກຳການທ່ອງທ່ຽວ ແລະ ລາຍການທ່ອງທ່ຽວມີຄວາມກົມກຽວ, ເຊື່ອມຈອດລະຫວ່າງສູນກາງ ເເລະ ທ້ອງຖີ່ນ, ເເຂວງຕໍ່ແຂວງ, ແຂວງຕໍ່ເມືອງໃນຂອບເຂດທົ່ວປະເທດ ເເລະ ມີຮູບເເບບສົ່ງເສີມການຂາຍຕາມລະດູການໃນລາຄາທີ່ເໝາະສົມ.
ທ່ານ ນາງ ສວນສະຫວັນ ວິຍະເກດ ໃຫ້ຮູ້ຕື່ມວ່າ: ໃນປີ 2024 ຄາດຄະເນວ່າຈະມີ ນັກທ່ອງທ່ຽວສາກົນຈະເດີນທາງເຂົ້າມາທ່ຽວ ສປປ ລາວ ປະມານ 2,7 ລ້ານເທື່ອຄົນ ແລະ ໃນປີ 2025 ນັກທ່ອງທ່ຽວສາກົນຈະບັນລຸເຖິງ 2.9 ລ້ານເທື່ອຄົນ. ເພື່ອເຮັດໃຫ້ການປະຕິບັດແຜນກິດຈະກຳປີທ່ອງທ່ຽວລາວ 2024 ບັນລຸຕາມລະດັບຄາດໝາຍ. ກະຊວງຖະເເຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈະສຸມປະຕິບັດໃສ່ບັນດາໜ້າວຽກຕົ້ນຕໍ ດັ່ງນີ້:
+ ວຽກທີ 1: ສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາຂະແໜງການທີ່ກ່ຽວຂ້ອງຢູ່ສູນກາງ ເເລະ ທ້ອງຖີ່ນ ເພື່ອຈັດຕັ້ງຜັນຂະຫຍາຍກິດຈະກໍາລະດັບຊາດ, ລະດັບທ້ອງຖີ່ນເຂົ້າສູ່ຊີວິດຕົວຈິງໃຫ້ທັນ ເວລາ.
+ ວຽກທີ 2: ສຸມໃສ່ປັບປຸງສິ່ງອຳນວຍຄວາມສະດວກດ້ານການ ທ່ອງທ່ຽວ, ສ້າງລາຍການທ່ອງທ່ຽວໃຫ້ ມີຄວາມຫຼາກຫຼາຍຕອບສະໜອງຄວາມຕ້ອງການກັບທ່າອ່ຽງການຕະຫຼາດທ່ອງທ່ຽວ ພາກພື້ນ ແລະ ສາກົນ.
+ ວຽກທີ 3: ປັບປຸງຄຸນນະພາບການບໍລິການໃນຂະແໜງການທ່ອງທ່ຽວ, ການຕ້ອນຮັບທີ່ອົບອຸ່ນ, ຍີ້ມແຍ້ມແຈ່ມໄສ, ປະທັບໃຈ ແລະ ຮັບປະກັນຄວາມປອດໄພ.
+ ວຽກທີ 4: ເພີ່ມທະວີການໂຄສະນາປີທ່ອງທ່ຽວລາວຢ່າງແຂງ ແຮງ ໂດຍນໍາໃຊ້ພາຫະນະສື່ມວນຊົນ ພາຍໃນ, ສື່ຕ່າງປະເທດ ແລະ ການເຂົ້າຮ່ວມງານວາງສະແດງການຕະຫຼາດທ່ອງທ່ຽວສາກົນ.
ສປປ ລາວ ເຄີຍໄດ້ຈັດປີທ່ອງທ່ຽວລາວ ມາແລ້ວ 3 ຄັ້ງ ຄື: ຄັ້ງທີ 1 ແມ່ນປີ 1999-2000, ຄັ້ງທີ 2 ແມ່ນປີ 2012, ຄັ້ງທີ 3 ແມ່ນ ປີ 2018. ສຳລັບປີ 2024, ໂດຍໄດ້ຮັບການອະນຸມັດເຫັນດີ ຈາກ ລັດຖະບານ ປີທ່ອງທ່ຽວລາວຄັ້ງທີ 4 ຈະໄດ້ຈັດຂື້ນ ພາຍໃຕ້ຄຳຂວັນທີ່ວ່າ: ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະ ທຳ, ທຳມະຊາດ ແລະ ປະຫວັດສາດ ເເລະ ໄດ້ກໍານົດເອົາຮູບຊ້າງຖືແຄນເປັນສັນຍາລັກນຳໂຊກ ໃຫ້ເເກ່ການທ່ອງທ່ຽວລາວ 2024.
ສໍາລັບພິທີເປີດປີທ່ອງທ່ຽວລາວ 2024 ຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 23 ພະຈິກ 2023 ນີ້ ຊຶ່ງກົງກັບບັນຍາກາດຂອງການເປີດບານບຸນນະມັດສະການພຣະທາດຫລວງ ປະຈໍາປີ 2023.
ພາບ: ຄໍາກອງ ແລະ ບຸນຕອມ