ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນນາມ ສະພາທີ່ປຶກສາທຸລະກິດອາຊຽນລາວ ໄດ້ຮ່ວມກັບໂຄງການ RECOTEVET ຂອງ GIZ ປະຈຳລາວ ຈະຈັດງານຊິງລາງທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະຈຳປີ 2021 (ASEAN Business Award Laos 2021) ຂື້ນ. ABA Laos 2021 (ASEAN Business Awards Lao 2021), ແມ່ນງານມອບລາງວັນທຸລະກິດອາຊຽນດີເດັ່ນ ຂອງ ສປປ ລາວ ເຊິ່ງລາງວັນດັ່ງກ່າວນີ້ແມ່ນຢູ່ພາຍໃຕ້ອົງປະກອບວຽກງານຂອງພາກພື້ນ ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ແລະ ການຈັດງານລາງວັນທຸລະກິດດີເດັ່ນ ຂອງ ອາຊຽນ. ບັນດາວຽກງານເລົ່ານີ້ແມ່ນຢູ່ພາຍໃຕ້ການຊີ້ນຳ ແລະ ຈັດຕັ້ງປະຕິບັດ ຂອງ ສະພາທີ່ປຶກສາທຸລະກິດອາຊຽນ ASEAN Business Advisory Council (ASEAN-BAC).
ທ່ານ ທະນົງສິນ ກັນລະຍາ, ຮອງປະທານສະພາການຄ້າແລະອຸດສາຫະ ກຳ ແຫ່ງຊາດລາວ ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 22 ກໍລະກົດ 2021 ນີ້ ງານຊິງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປລາວ 2021 (ABA Laos 2021) ເປັນງານມອບລາງວັນທີ່ເປີດກ້ວາງຕໍ່ສະມາຊິກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ທຸກໆຫົວໜ່ວຍທຸລະກິດ ໃນຂອບເຂດທົ່ວປະເທດ ຂອງ ສປປ ລາວ ທີ່ດຳເນີນທຸລະກິດຖືກຕ້ອງຕາມກດົດໝາຍ, ບໍ່ວ່ານ້ອຍ ຫລື ໃຫຍ່ ກໍ່ສາມາດສົ່ງເຂົ້າສະຫມັກແຂ່ງຂັນເອົາລາງວັນໄດ້. ເຊິ່ງທຸລະກິດທີ່ຊະນະເລີດໄດ້ຮັບລາງວັນ ຈາກ ABA Laos 2021 (ASEAN Business Awards Laos 2021) ຈະຖືກສົ່ງສະໝັກເຂົ້າແຂ່ງຂັນຕໍ່ໃນລະດັບອາຊຽນເຊິ່ງຈະໄດ້ພົບກັບບັນດາຫົວຫນ່ວຍທຸລະກິດທີ່ມີຊື່ສຽງໃນລະດັບພາກພື້ນ. ການປະກາດຜົນຜູ້ທີ່ໄດ້ຮັບລາງວັນລະດັບພາກພື້ນແມ່ນຈະໄດ້ຈັດຂື້ນໃນໄລຍະການຈັດກອງກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ (ASEAN Business & Investment) ແລະ ກອງປະຊຸມສຸດຍອດອາຊຽນ (ASEAN Summit) ຄັ້ງທີ 37 ໃນທ້າຍປີ 2021, ທີ່ ປະເທດ ບູໄນ.
ປະເພດລາງວັນສຳລັບປີ 2021 ປະກອບມີ 3 ປະເພດເຊັ່ນ: ປະເພດທີ 1. ລາງວັນຂະແໜງບູລິມະສິດດີເດັ່ນ ປະກອບມີ 12 ຂະແໜງການເຊັ່ນ: ຂະແໜງກະສິກຳ, ຂະແໜງພະລັງງານ, ຂະແໜງປະມົງ, ຂະແໜງປຸງແຕ່ງອາຫານ ແລະ ເຄື່ອງດື່ມ, ຂະແໜງຫັດຖະກຳ, ຂະແໜງ ICT, ຂະແໜງພື້ນຖານໂຄງລ່າງ, ຂະແໜງຕັດຍິບ, ຂະແໜງທ່ອງທ່ຽວ, ຂະແໜງຂົນສົ່ງ ແລະ ໂລຈີດຕິກ, ຂະແໜງຂາຍຍົກ/ຂາຍຍ່ອຍ ແລະ ຂະແໜງຜະລິດຕະພັນໄມ້. ປະເພດທີ 2 ແມ່ນລາງວັນຂະແໜງທຸລະກິດ SME ດີເດັ່ນ (SME Excellence Award) ປະກອບມີ 5 ຂະແໜງການ ເພີ່ມມາໃໝ່ 1 ຂະແໜງ ການ ເຊັ່ນ: ລາງວັນການຂະຫຍາຍໂຕທຸລະກິດດີເດັ່ນ, ການຈ້າງງານດີເດັ່ນ, ນະວັດຕະກຳດີເດັ່ນ, ການປະກອບສ່ວນຕໍ່ສັງຄົມ ແລະ ລາງວັນການຫັນເປັນດິຈີຕອລດີເດັ່ນ (ລາງວັນເພີ່ມມາໃໝ່) ແລະ ປະເພດທີ 3 ແມ່ນລາງວັນພິເສດ ປະກອບມີ 8 ປະເພດລາງວັນ ເພີ່ມມາໃໝ່ 1 ຂະແໜງການເຊັ່ນ: ລາງວັນເພື່ອນມິດສປປລາວດີເດ່ັນ (ມີ 3 ລາງວັນ), ລາງວັນທຸລະກິດຄອບຄົວດີເດັ່ນ, ລາງວັນທຸລະກິດເພື່ອສັງຄົມແບບຍືນຍົງ, ລາງວັນທຸລະກິດສີຂຽວ, ລາງວັນທຸລະກິດລິເລີ່ມ, ລາງວັນນັກທຸລະກິດໜຸ່ມດີເດັ່ນ, ລາງວັນຜູ້ປະກອບການແມ່ຍິງດີເດັ່ນ ແລະ ລາງວັນການພັດທະນາສີມືແຮງງານດີເດັ່ນ (ລາງວັນເພີ່ມມາໃໝ່ມີທັງໝົດ 10 ລາງວັນ)
ສຳລັບການຄວາມໂປ່ງໃສໃນຂັ້ນຕອນການກວດສອບແບບຟອມ ແລະ ເອກະສານ ຂອງ ຜູ້ສະໝັກ ABA Laos 2021 ແມ່ນຈະຖືກກວດສອບໂດຍບໍລິສັດ KPMG (Laos) ຫຼັງຈາກນັ້ນກອງເລຂາຮັບຜິດຊອບງານຊິງລາງວັນຈະໄດ້ເຊີນເອົາຕາງໜ້າຈາກສື່ມວນຊົນ, ຕາງໜ້າຈາກພາກລັດ, ຕາງໜ້າພາກທຸລະກິດ ແລະ ສະຖາບັນການສຶກສາ ເພື່ອເຂົ້າມາເປັນຄະນະກຳມະການຕັດສິນໃນທຸກໆຂະແໜງ ແລະ ແຕ່ລະປະເພດລາງວັນ.
ພິທີມອບລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2021 (ASEAN Business Award Laos 2020) ABA Laos 2021 ຈະໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນໃນວັນທີ 30 ພະຈິກ 2021, ການມອບລາງວັນສຳລັບປີ 2021 ນີ້ເປັນການສ້າງແຮງບັນດານໃຈໃຫ້ແກ່ຫົວຫນ່ວຍທຸລະກິດລາວ ຊຶ້ງທຸ້ມເທເຮື່ອແຮງສະຕິປັນຍາ ແລະ ອື່ນໆ ຕະຫລອດ ປີ 2020 ແລະ ຫລາຍປີ ຜ່ານມາ. ນອກນັ້ນຍັງເປັນການເຕົ້າໂຮມຫົວຫນ່ວຍທຸລະກິດໃນ ສປປລາວ ເພື່ອປະກອບສ່ວນເຂົ້າໃນຂະບວນສ້າງສາພັດທະນາການເຊື່ອມໂຍ້ງເສດຖະກິດກັບອາຊຽນ ແລະ ເປັນບາດກ້າວສໍາຄັນໃນການເຂົ້າສູ່ຕະຫລາດເພື່ອນບ້ານ, ຕະຫລາດອາຊຽນ ແລະ ຕະຫລາດໂລກອີກດ້ວຍ.

