ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 3 ກຸມພາ 2022 ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ,ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ. ໄດ້ຖະແຫລງຂ່າວກ່ຽວກັບທິດຊີ້ນໍາຂອງກອງປະຊຸມລັດຖະບານຕໍ່ມາດຕະການປ້ອງກັນ, ຄວບ ຄຸມ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດ COVID-19 ໃນໄລຍະໃໝ່, ນັບແຕ່ເວລາ 00:00 ໂມງ ຂອງວັນທີ 04 ກຸມພາ ເປັນຕົ້ນໄປ, ໂດຍໄດ້ຮັບມອບໝາຍ ຈາກ ທ່ານ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ, ໃນນາມຮອງຫົວໜ້າຄະນະສະເພາະກິດ ຜູ້ປະຈຳການ, ຫົວໜ້າກອງເລຂາ ຂ້າພະເຈົ້າ ຂໍແຈ້ງມາຍັງ ພໍ່ແມ່ພີ່ນ້ອງ ປະຊາຊົນລາວ, ພະນັກ ງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ຜູ້ປະກອບການຊາວຕ່າງ ດ້າວ ແລະ ຊາວຕ່າງປະເທດ ທີ່ອາໄສ ຢູ່ ສປປ ລາວ ຊາບທົ່ວເຖິງກັນວ່າ:
ຕະຫຼອດໄລຍະ ປີ 2021, ປະ ເທດຂອງພວກເຮົາ ໄດ້ປະສົບກັບການລະບາດ ຂອງພະຍາດ COVID-19 ແບບເປັນວົງກວ້າງ ໂດຍມີການລະບາດໃນຊຸມຊົນ ເລີ່ມຕົ້ນໃນກາງເດືອນເມສາ 2021, ນັບແຕ່ນັ້ນມາເຖິງທ້າຍປີ ຕົວເລກ ຜູ້ຕິດເຊື້ອ ແມ່ນສະເລັ່ຍ 1.000 ກໍລະນີ ຕໍ່ວັນ, ຕົວເລກສູງສຸດ ແມ່ນ 1.897 ກໍລະນີ ໃນວັນທີ 11 ທັນວາ 2021, ໝົດປີ 2021 ມີຜູ້ຕິດເຊື້ອທັງໝົດ 111.020 ກໍລະນີ ແລະ ເສຍຊີວິດ 372 ກໍລະນີ, ອັນໄດ້ສ້າງສິ່ງທ້າທາຍຫຼາຍດ້ານ ຕໍ່ລະບົບສາທາລະນະສຸກ ກໍຄືການດຳລົງຊີວິດ ຂອງປະຊາຊົນໃນທົ່ວປະເທດ. ຕໍ່ຕໍ່ໜ້າສະພາບການດັ່ງກ່າວ ທຸກພາກສ່ວນ ໄດ້ສຸມທຸກກຳລັງແຮງ ແລະ ຄວາມສາມາດ ເພື່ອປ້ອງກັນ ແລະ ແກ້ໄຂການລະບາດ ໂດຍນຳໃຊ້ມາດຕະການບໍລິຫານ ຢ່າງເຂັ້ມງວດ ເປັນຕົ້ນ ປິດຊົ່ວຄາວການເຂົ້າ-ອອກເມືອງ, ຈຳກັດການເຄື່ອນໄຫວທາງສັງຄົມ ໃນບາງໄລຍະ; ໄດ້ສຸມໃສ່ການເກັບຕົວ ຢ່າງກວດຫາເຊື້ອ ເພື່ອນຳເອົາຜູ້ຕິດເຊື້ອມາປິ່ນປົວ ແລະ ແຍກຜູ້ສຳຜັດໃກ້ຊິດ, ໄດ້ເອົາໃຈໃສ່ປິ່ນປົວຜູ້ຕິດເຊື້ອ ຢູ່ບັນດາໂຮງໝໍ, ສູນປິ່ນປົວພາກສະໜາມ ແລະ ໄດ້ນຳໃຊ້ໂຮງແຮມເປັນສະຖານທີ່ປິ່ນປົວ ສໍາລັບຜູ້ຕິດເຊື້ອທີ່ບໍ່ສະແດງອາການ ແລະ ມີເງື່ອນໄຂ; ໃນໄລຍະທ້າຍປີ 2021 ໄດ້ອະນຸຍາດ ໃຫ້ຜູ້ຕິດເຊື້ອ ທີ່ມີອາການເບົາບາງ ຫຼື ບໍ່ມີອາການ ສາມາດຕິດຕາມປີ່ນປົວໄດ້ຢູ່ເຮືອນໄດ້ ໂດຍມີຄູ່ມືແນະນຳ, ພ້ອມທັງ ມີທີມແພດສະເພາະ ເພື່ອຕິດຕາມ ແລະ ມີການຕອບຄຳຖາມຜ່ານສາຍດ່ວນ 164 ທັງນີ້ ກໍແມ່ນເພື່ອຫຼຸດຜ່ອນຄວາມແອອັດໃນບັນດາໂຮງໝໍ ແລະ ສູນປິ່ນປົວພາກສະໜາມ. ນອກຈາກນັ້ນ, ປະເທດຂອງພວກເຮົາ ໄດ້ຮັບອະນຸຍາດ ແລະ ສາມາດຜະລິດຢາປົວ COVID-19 ເຊິ່ງນຳໃຊ້ຢູ່ພາຍໃນປະເທດ ໄປຄຽງຄູ່ກັບຢາພື້ນເມືອງ. ສິ່ງສຳຄັນ ກະຊວງສາທາລະນະສຸກ ໄດ້ປະສານສົມທົບ ກັບບັນດາແຂວງ ແລະ ນະຄອນຫຼວງ ໃນການສົ່ງພະນັກງານ ແລະ ນັກສຶກສາແພດ ຊ່ວຍສ້າງຄວາມເຂັ້ມແຂງໃນຂັ້ນບ້ານໃນວຽກງານໂຕ້ຕອບ ການລະບາດຂອງພະຍາດ COVID-19 ແລະ ຕະລຸມບອນສັກວັນຊີນກັນພະຍາດໂຄວິດ. ໃນສະພາບ ທີ່ ສປປ ລາວ ປະເຊີນໜ້າກັບສິ່ງທ້າທາຍ ຂອງການລະບາດ ບັນດາປະເທດເພື່ອນມິດ ແລະ ປະຊາຄົມສາກົນ ໄດ້ເອົາໃຈໃສ່ໃຫ້ການຊ່ວຍເຫຼືອ ທັງດ້ານທຶນຮອນ, ເຕັກນິກວິຊາການ, ອຸປະກອນການແພດ ແລະ ວັກຊີນ ຈຶ່ງເຮັດໃຫ້ພວກເຮົາສາມາດຄວບຄຸມການລະຍາດ ໄດ້ໃນລະດັບໜຶ່ງ ຈົນຮອດປັດຈຸບັນນີ້.
ສຳລັບປີ 2022 ເນື່ອງຈາກ ອັດຕາການສັກວັກຊີນປ້ອງກັນ COVID-19 ຂອງບັນດາປະເທດໃນໂລກ ແມ່ນເພີ່ມສູງຂື້ນ, ມີເຕັກໂນໂລຊີທາງດ້ານການແພດທີ່ກ້າວໜ້າ ສາມາດຊອກຄົ້ນວິເຄາະພະຍາດໄດ້ໄວ ແລະໃຊ້ເວລາສັ້ນ. ນອກຈາກນີ້ ຍັງມີຢາປິ່ນປົວທີ່ມີປະສິດທິພາບທີ່ສູງ ອອກມານຳໃຊ້ໃນສັງຄົມ, ສະພາບການລະ ບາດ ຈະຢູ່ໃນລະດັບທີ່ຈຳນວນຄົນເຈັບ ບໍ່ລົ້ນໂຮງໝໍ, ຊຶ່ງໝາຍຄວາມວ່າ ຂະແໜງສາທາສາມາດຄວບຄຸມໄດ້ ເມື່ອນັ້ນຈະເຮັດໃຫ້ໂລກເຮົາຕ້ອງຢູ່ຮ່ວມກັບພະຍາດໂຄວິດ ແລະ ຖືວ່າໂຄວິດໄດ້ກາຍເປັນພະຍາດປະຈຳຖິ່ນ ຫຼື ເກີດຕາມລະດູການ ຄືກັບພະຍາດໄຂ້ຫວັດລະດູການອື່ນໆ.
ມາຮອດປັດຈຸບັນ ລັດຖະບານ ຫຼາຍປະເທດໄດ້ມີຄວາມພະຍາຍາມຫຼຸດຜ່ອນບັນດາມາດຕະການທາງບໍລິຫານ ແລະ ສັງຄົມ ເພື່ອຟື້ນຟູເສດຖະກິດໂດຍໄວ ແຕ່ໃນນັ້ນ ແມ່ນໄດ້ໃຫ້ຄວາມສຳຄັນໃນການສັກວັກຊີນປ້ອງກັນ ເປັນເງື່ອນໄຂ ໃນການສາມາດເຄື່ອນໄຫວ ດຳເນີນທຸລະກິດ ການຜະລິດ ແລະ ດຳລົງຊີວິດປະຈຳວັນ ໄດ້ຢ່າງເປັນປົກກະຕິ.
ຍ້ອນມີການສັກວັກຊີນ, ການດຸ່ນດ່ຽງໃນການປະຕິບັດມາດຕະ ການຄວບຄຸມ ໂດຍການຮ່ວມມືຂອງສັງຄົມ ກັບຄວາມຮຽກຮ້ອງຕ້ອງ ການໃນການພັດທະນາ ແລະ ອີງໃສ່ຄາດຄະເນທ່າອ່ຽງຂອງການລະບາດ, ລັດຖະບານ ຈຶ່ງໄດ້ຄົ້ນຄວ້າປັບມາດຕະການ ໃຫ້ສອດຄ່ອງກັບສະພາບຕົວຈິງໃນໄລຍະໃໝ່ ດັ່ງທີ່ໄດ້ກຳນົດແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 130, ລົງວັນທີ 03 ກຸມພາ 2022 ຊຶ່ງມາດຕະການສ່ວນໃຫຍ່ ແມ່ນໄດ້ມີການຜ່ອນຜັນ ເຊັ່ນ: ເງື່ອນໄຂ ແລະ ໄລຍະເວລາໃນການຈຳກັດບໍລິເວນ ເມື່ອເດີນທາງເຂົ້າມາ ສປປ ລາວ, ການອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ເພີ່ມຂື້ນ, ຍົກເລີກຂໍ້ຈຳກັດຈຳນວນໜຶ່ງ ໃນການເຄື່ອນໄຫວ ແລະ ດຳເນີນທຸລະກິດ ຢູ່ພາຍໃນປະເທດ ທີ່ໄດ້ກຳນົດໃນໄລຍະຜ່ານມາ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ທຸກພາກສ່ວນໃນສັງຄົມ ຫັນມາເຄື່ອນໄຫວດຳລົງຊີວິດແບບໃໝ່ ແລະ ຟື້ນຟູເສດຖະກິດ ໄດ້ຫຼາຍຂຶ້ນ. ແຕ່ຍັງຮັກສາບາງມາດຕະການຈຳກັດ ເພື່ອຮັບປະກັນໃຫ້ແກ່ການປ້ອງການການຕິດເຊື້ອ ແລະ ແຜ່ເຊື້ອ. ລາຍລະອຽດຂ້າພະເຈົ້າ ຂໍອະນຸຍາດອ່ານເນື້ອໃນແຈ້ງການ ໃຫ້ບັນດາທ່ານຊາບ ດັ່ງນີ້:
1. ເຫັນດີໃຫ້ມີການຜ່ອນຜັນ ໄລຍະເວລາການຈໍາກັດບໍລິເວນ ຕໍ່ແຕ່ລະເປົ້າໝາຍຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ຄື:
1.1 ຄະນະຜູ້ແທນ ຫຼື ທີມງານວິຊາການທຸກລະດັບ ທີ່ໄປເຄື່ອນໄຫວເຮັດວຽກ ລວມທັງໄປສໍາມະນາຢູ່ຕ່າງປະເທດ ແລະ ພົນລະເມືອງລາວ ທີ່ ກັບມາຈາກຕ່າງປະເທດ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ເກັບຕົວຢ່າງ ເພື່ອກວດຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR, ເຂົ້າພັກກັກກັນຕົວຢູ່ສະຖານທີ່ ທີ່ຄະນະສະເພາະກິດ ກຳນົດໄວ້ ເພື່ອລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ ແລະ ຖ້າຜົນກວດບໍ່ພົບເຊື້ອກໍຕ້ອງໄດ້ສືບຕໍ່ຈໍາກັດບໍລິເວນ ຢູ່ສະຖານທີ່ພັກເຊົາຂອງຕົນ ໃຫ້ຄົບ 07 ວັນ ພ້ອມທັງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ;
1.2 ນັກການທູດ ຫຼື ພະນັກງານສະຖານທູດຕ່າງໆ, ພະນັກງານຜູ້ຕາງໜ້າອົງການຈັດຕັ້ງສາກົນ ທີ່ນອນຢູ່ໃນເຄືອຂ່າຍ ຂອງອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນທີ່ ໄດ້ຮັບເອກະສິດ ແລະ ອະພິສິດທາງການທູດ ລວມທັງສະມາຊິກຄອບຄົວຂອງເປົ້າໝາຍດັ່ງກ່າວ ທີ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດ ໃຫ້ເຂົ້າມາ ສປປ ລາວ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ເກັບຕົວຢ່າງ ເພື່ອກວດຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR ແລະ ໃຫ້ສືບຕໍ່ຈຳກັດບໍລິເວນ ຢູ່ສະຖານທີ່ ພັກເຊົາຂອງຕົນ ໃຫ້ຄົບ 07 ວັນ, ພ້ອມທັງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ;
1.3 ກຸ່ມນັກທຸລະກິດ ຫຼື ນັກລົງທຶນ ທີ່ໄດ້ຮັບການອະນຸຍາດ ໃຫ້ດໍາເນີນທຸລະກິດ ຫຼື ລົງທຶນ ຢູ່ ສປປ ລາວ ທີ່ຈະເດີນທາງເຂົ້າມາ ສປປ ລາວ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ກວດຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR ແລະ ຈຳກັດບໍລິເວນ ຢູ່ ສະຖານທີ່ ທີ່ຄະນະສະເພາະກິດ ກຳນົດໄວ້ ເພື່ອລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ, ຖ້າຜົນກວດບໍ່ພົບເຊື້ອ ສາມາດອອກໄປປະຕິບັດວຽກງານ ຕາມແຜນທີ່ກຳນົດໄວ້, ແຕ່ຕ້ອງໃສ່ອຸປະກອນຕິດຕາມທາງການແພດ ແລະ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ;
1.4 ຄົນຕ່າງປະເທດ ທີ່ເປັນ ຊ່ຽວຊານ, ວິຊາການ, ແຮງງານ, ຜູ້ປະກອບການ, ນັກສຶກສາ, ຄົນເຊື້ອຊາດລາວ ແລະ ຄອບຄົວຂອງພົນລະເມືອງລາວ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ເກັບຕົວຢ່າງ ເພື່ອກວດຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR ແລະ ລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ ຢູ່ໂຮງແຮມທີ່ຄະນະສະເພາະກິດກໍານົດ, ຖ້າຜົນກວດບໍ່ພົບເຊື້ອ ແມ່ນໃຫ້ສືບຕໍ່ຈຳກັດບໍລິເວນ ຢູ່ສະຖານທີ່ ພັກເຊົາຂອງຕົນ ໃຫ້ຄົບ 07 ວັນ, ແຕ່ຕ້ອງໃສ່ອຸປະກອນຕິດຕາມທາງການແພດ, ພ້ອມທັງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ;
1.5 ນັກທ່ອງທ່ຽວເປັນກຸ່ມ ທີ່ຈະເດີນທາງເຂົ້າມາລາວ ພາຍໃຕ້ໂຄງການເສັ້ນທາງທ່ອງທ່ຽວສີຂຽວ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ເກັບຕົວຢ່າງ ເພື່ອກວດຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR, ເຂົ້າພັກຢູ່ໂຮງແຮມ ທີ່ຄະນະສະເພາະກິດໄດ້ກຳນົດໄວ້ ເພື່ອລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ ແລະ ຖ້າຜົນກວດບໍ່ພົບເຊື້ອ ຈຶ່ງອະນຸຍາດ ໃຫ້ອອກໄປເຄື່ອນໄຫວກິດຈະກຳຕາມແຜນທ່ອງທ່ຽວ ແຕ່ຕ້ອງໃສ່ອຸປະກອນຕິດຕາມທາງການແພດ, ພ້ອມທັງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ.
ບັນດາກຸ່ມເປົ້າໝາຍທີ່ລະບຸໃນຂໍ້ 1.1-1.5 ຂ້າງເທິງ ກໍລະນີຜົນກວດພົບເຊື້ອ (ຜົນເປັນບວກ) ແມ່ນສາມາດເຂົ້າປິ່ນປົວຢູ່ໂຮງໝໍ ຫຼື ສູນປິ່ນປົວ ຫຼື ປິ່ນປົວຢູ່ສະຖານທີ່ພັກເຊົາຂອງຕົນ ຢ່າງໜ້ອຍ 10 ວັນ ໂດຍອີງຕາມອາການຂອງຜູ້ຕິດເຊື້ອແຕ່ລະກໍລະນີ ຕາມຄູ່ມືແນະນຳຂອງກະຊວງສາທາລະນະສຸກ ໃນແຕ່ລະໄລຍະ.
2. ສຳລັບຄົນຕ່າງປະເທດ ທີ່ອາໄສຢູ່ ສປປ ລາວ ລວມທັງຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ຕາມການອະນຸມັດຂອງຄະນະສະເພາະກິດຂັ້ນສູນກາງ ຕ້ອງໄດ້ດໍາເນີນການຕິດຕັ້ງ ແລະ ລົງທະ ບຽນ ໂປຣແກຣມ (ແອັບ) LaoKYC ໃນໂທລະສັບມືຖືຂອງຕົນ ເພື່ອໃຊ້ບໍລິການ “ລາວ ສູ້ສູ້” ແລະ ສະໝັກສ້າງລະຫັດວັກຊີນ (Vaccine ID) ເພື່ອໃຊ້ເປັນບັດຢັ້ງຢືນການສັກວັກຊີນ ແລະ ສະຖານະຄວາມສ່ຽງຂອງຕົນ ໃນເວລາເຄື່ອນໄຫວ, ເດີນທາງ, ເຂົ້າໄປສໍານັກງານຂອງລັດ, ໂຮງງານ, ຮ້ານຄ້າ, ຮ້ານອາຫານ ແລະ ສະຖານທີ່ຕ່າງໆ.
3. ເຫັນດີອະນຸຍາດ ໃຫ້ກະຊວງການຕ່າງປະເທດ ອອກວີຊາ ສຳລັບນັກທ່ອງທ່ຽວເປັນກຸ່ມ ທີ່ຈະເດີນທາງເຂົ້າມາ ສປປ ລາວ ພາຍໃຕ້ໂຄງການເສັ້ນທາງທ່ອງທ່ຽວສີຂຽວ ທີ່ລັດຖະບານ ໄດ້ອະນຸຍາດແລ້ວນັ້ນ ທີ່ລະບຸໃນຂໍ້ 1.5 ໂດຍຮັບປະກັນໃຫ້ນັກທ່ອງທ່ຽວຕ້ອງລົງທະບຽນ QR Code (Vaccine ID) ເພື່ອນໍາໃຊ້ໄລຍະທ່ອງທ່ຽວຢູ່ ສປປ ລາວ ແລະ ອອກວີຊາ ໃຫ້ກຸ່ມເປົ້າໝາຍຕ່າງໆ ຕາມທີ່ໄດ້ລະບຸໃນ ຂໍ້ທີ 1.1-1.4 ຂ້າງເທິງ ຕາມການອະນຸຍາດຂອງຄະນະສະເພາະກິດ.
4. ເຫັນດີດ້ານຫຼັກການໃຫ້ເປີດດ່ານທ້ອງຖິ່ນ ແລະ ດ່ານປະເພນີສໍາລັບຂົນສົ່ງສິນຄ້າ ໂດຍມອບໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ທີ່ມີຊາຍແດນຕິດກັບຕ່າງປະເທດ ດຳເນີນການກວດກາ ທັງປຶກສາຫາລືກັບທ້ອງຖິ່ນຂອງປະເທດທີ່ມີດ່ານຮ່ວມກັນ ຖ້າເຫັນວ່າມີຄວາມພ້ອມຮອບດ້ານ ລວມທັງສິ່ງອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ແລະ ຮັບປະກັນໃນການປ້ອງກັນ ແລະ ຄວບຄຸມການລະບາດ ຂອງພະຍາດ COVID-19 ທັງມີຄວາມເປັນເອກະພາບກັນສູງແລ້ວ ແມ່ນມອບໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ອົງການປົກຄອງແຂວງ ອະນຸຍາດໃຫ້ເປີດໄດ້.
5. ເຫັນດີໃຫ້ພາກເອກະຊົນມີສ່ວນຮ່ວມ ໃນການເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດ COVID-19. ສ່ວນລາຍລະອຽດ, ມອບໃຫ້ກະຊວງສາທາລະນະສຸກ ເປັນໃຈກາງສົມທົບ ກັບ ກະຊວງກ່ຽວຂ້ອງ ຄົ້ນຄ້ວາ ແລະ ກໍານົດມາດຖານເງື່ອນໄຂ ທັງສ້າງລະບຽບການຄຸ້ມຄອງຫົວໜ່ວຍທຸລະກິດທີ່ອະນຸຍາດ ໃຫ້ດຳເນີນການກວດພະຍາດເຊື້ອພະຍາດດັ່ງກ່າວນັ້ນ ຕາມມາດຕະຖານທີ່ກະຊວງສາທາລະນະສຸກກໍານົດໄວ້.
6. ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ຂັ້ນສູນກາງ ຊຸກຍູ້ການຜະລິດຢາປິ່ນປົວພະຍາດ COVID-19 ໃຫ້ສາມາດຜະລິດໄດ້ພຽງພໍກັບຄວາມຕ້ອງການຂອງສັງຄົມ.
7. ໃຫ້ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເພີ່ມທະວີປຸກລະດົມ ການສັກວັກຊີນ ດ້ວຍຫຼາຍຮູບການ ແລະ ຫຼາຍວິທີການ ເພື່ອໃຫ້ສາມາດສັກໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ ຕາມຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການສັກວັກຊີນກັນພະຍາດໂຄວິດ-19 ສະບັບເລກທີ 24/ນຍ, ລົງວັນທີ 10 ພະຈິກ 2021.
8. ເຫັນດີ ໃຫ້ເປີດກິລາ ໃນຮົ່ມ ແລະ ກາງແຈ້ງ ທຸກປະເພດ, ແຕ່ໃຫ້ເຈົ້າຂອງສະຖານທີ່ ມີມາດຕະການປ້ອງກັນ ແລະ ຄວບຄຸມ ຢ່າງເຂັ້ມງວດ.
9. ສືບຕໍ່ ປິດຮ້ານບັນເທີງ ແລະ ຮ້ານຄາລາໂອເກະ.
10. ໃຫ້ອົງການປົກຄອງທ້ອງຖິ່ນທຸກຂັ້ນອະນຸຍາດ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການບໍລິການລົດໂດຍສານ, ຜູ້ໂດຍສານ, ຜູ້ເດີນທາງດ້ວຍພາຫະນະ ປະເພດເດີນທາງ ໄປ-ມາ ລະຫວ່າງແຂວງ ຕໍ່ ແຂວງ, ເມືອງຕໍ່ເມືອງໄດ້ຢ່າງປົກກະຕິ, ແຕ່ພະນັກງານຂັບລົດ ແລະ ຜູ້ໂດຍສານ ຕ້ອງໄດ້ຮັບການສັກວັກຊີນຄົບໂດສ. ພ້ອມດຽວກັນນີ້ ກໍຫ້າມອົງການປົກຄອງທຸກຂັ້ນ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການໄປມາຫາສູ່ກັນ ກໍຄືການທຳມາຫາກິນຂອງພົນລະເມືອງທຸກຄົນ ໃນຂອບເຂດທົ່ວປະເທດດ້ວຍການກຳນົດລະບຽບການທີ່ແຕກຕ່າງ ຈາກລະບຽບການ ທີ່ລັດຖະບານ ກໍຄືຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂັ້ນສູນກາງ ໄດ້ວາງອອກ ຢ່າງເດັດຂາດ.
ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ທຸກຂັ້ນ ຮີບຮ້ອນຜັນຂະຫຍາຍແຈ້ງການສະບັບນີ້ ອອກເປັນຄໍາແນະນໍາໃນການຈັດຕັ້ງປະຕິບັດຕົວຈິງໃຫ້ລະອຽດ ແລະ ສຳເລັດໄວ.
ແຈ້ງການສະບັບນີ້ ປ່ຽນແທນແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 1494, ລົງວັນທີ 14 ພະຈິກ 2021 ແລະ ມີຜົນສັກສິດ ນັບແຕ່ເວລາ 00:00 ໂມງ ຂອງວັນທີ 04 ກຸມພາ 2022 ເປັນຕົ້ນໄປ, ພວກເຮົາ ຈະສືບຕໍ່ປະເມີນສະພາບການ, ທົບທວນ ແລະ ດັດປັບມາດຕະການ ໃຫ້ເໝາະສົມກັບສະພາບຕົວຈິງຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.
ບັນດາທ່ານ ທີ່ນັບຖື ແລະ ຮັກແພງ,
ໃນສະພາບເງື່ອນໄຂໃໝ່ ແລະ ມາດຕະການໃໝ່ ທີ່ມີລັກສະນະເປີດກວ້າງ, ອຳນວຍຄວາມສະດວກ ໃຫ້ແກ່ການດຳລົງຊີວິດໃນສັງຄົມ ຈະເຮັດໃຫ້ການເດີນທາງໄປມາ ແລະ ພົວພັນເຊິ່ງກັນ ແລະ ກັນ ມີຫຼາຍຂຶ້ນ, ຈຶ່ງຂໍໃຫ້ທຸກຄົນ ມີຄວາມຮັບຜິດຊອບ ການປ້ອງກັນຕົນເອງ ແລະ ຄອບຄົວ ຕະຫຼອດຮອດຊຸມຊົນທີ່ຕົນເອງດຳລົງຊີວິດຢູ່ ຈາກເຊື້ອພະຍາດໂຄວິດ-19 ດ້ວຍການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ຜູ້ໃດທີ່ຍັງບໍ່ທັນໄດ້ຮັບວັກຊີນ ຂໍໃຫ້ໄປຮັບວັກຊີນຕາມສະຖານບໍລິການ ທີ່ຄະນະສະເພາະກິດໄດ້ກຳນົດໄວ້ ເພື່ອສ້າງພູມຄຸ້ມກັນໃຫ້ຕົນເອງ ແລະ ພູມຄຸ້ມກັນໝູ່ໃຫ້ສັງຄົມ. ເມື່ອໄດ້ຮັບວັກຊີນແລ້ວ ໂອກາດຕິດເຊື້ອກໍ່ໜ້ອຍລົງ ຫຼື ຖ້າຕິດເຊື້ອ ກໍຊ່ວຍໃຫ້ອາການເຈັບປ່ວຍບໍ່ຮຸນແຮງ ແລະ ບໍ່ເສຍຊີວິດ.
ໃນປັດຈຸບັນ ການຕິດເຊື້ອສ່ວນໃຫຍ່ ຍັງພົບເຫັນໃນທຸກສາຂາອາຊີບ ເຊັ່ນ: ແພດໝໍ, ທະຫານ, ຕຳຫຼວດ, ນັກຮຽນ-ນັກສຶກສາ, ກຳມະກອນ, ນັກບວດ ແລະ ຊາວຄ້າຂາຍ, ໃນນີ້, ຜູ້ຕິດເຊື້ອຈຳນວນໜຶ່ງ ບໍ່ເຂົ້າມາກວດຫາເຊື້ອໃນຈຸດທີ່ຄະນະສະເພາະກິດກຳນົດໄວ້ ແຕ່ເລືອກທີ່ຈະຊື້ເຄື່ອງກວດຫາເຊື້ອແບບໄວ ມາກວດ ແລະ ຕິດຕາມອາການ ປິ່ນ ປົວຕົນເອງຢູ່ເຮືອນ ເມື່ອອາການແຮງຂຶ້ນ ແລ້ວຈຶ່ງມາໂຮງໝໍ ຊຶ່ງເປັນສາເຫດໃຫ້ມີຕົວເລກຜູ້ເສຍຊີວິດເກືອບທຸກວັນ, ໂດຍສະເພາະ ໃນກຸ່ມຜູ້ອາຍຸສູງ ແລະ ມີພະຍາດປະຈຳຕົວ. ສະນັ້ນ, ເມື່ອກວດພົບວ່າຕົນເອງຕິດເຊື້ອແລ້ວ ຂໍໃຫ້ບັນດາທ່ານ ແຈ້ງຄະນະສະເພາະກິດ ຜ່ານສາຍດ່ວນ 164 ເພື່ອຂຶ້ນທະບຽນ ແລະ ຮັບຄຳແນະນຳ ໃນການຕິດຕາມປິ່ນປົວ ຈາກແພດໝໍ ພ້ອມທັງແຈ້ງອົງການປົກຄອງບ້ານ ເພື່ອຈະສາມາດກະກຽມ ແລະ ໃຫ້ການຊ່ວຍເຫຼືອ ໄດ້ຢ່າງທັນການ. ເຊັ່ນດຽວກັບຜູ້ໃດທີ່ຮູ້ວ່າຕົນເປັນຜູ້ສຳຜັດໃກ້ຊິດຜູ້ຕິດເຊື້ອ ກໍ່ຕ້ອງກັກໂຕຢ່າງເຂັ້ມງວດ ເພື່ອຢຸດ ຫຼື ຕັດວົງຈອນ ການແຜ່ເຊື້ອ ແລະ ຫຼຸດຜ່ອນການແຜ່ກະຈາຍຂອງເຊື້ອໃນຊຸມຊົນ ແລະ ຄອບຄົວ.
ນອກຈາກນີ້, ຂໍໃຫ້ຕິດຕາມຂໍ້ມູນຂ່າວສານຈາກແຫຼ່ງຂ່າວທາງການ, ຕິດຕາມການຖະແຫຼງຂ່າວປະຈຳວັນຂອງຄະນະສະເພາະກິດ ຊຶ່ງນອກຈາກຈະແຈ້ງສະຖິຕິການຕິດເຊື້ອ ແລະ ການເສຍຊີວິດ ທັງພາຍໃນ ແລະ ຕ່າງປະທດແລ້ວ, ຍັງໃຫ້ຄຳແນະນຳທາງດ້ານການແພດ, ນິຕິກຳ ແລະ ມາດຕະການຕ່າງໆ ທີ່ຂະແໜງການ ຫຼື ທ້ອງຖິ່ນວາງອອກ. ພ້ອມກັນນີ້, ຂໍທຸກຄົນໃຫ້ມີສະຕິໃນການບໍລິໂພກຂໍ້ມູນຂ່າວສານ ແລະ ບໍ່ໃຫ້ສົ່ງຕໍ່ຂໍ້ມູນທີ່ບໍ່ມີຄວາມຈິງ ຫຼື ບິດເບືອນຄວາມຈິງ.
ໃນໂອກາດນີ້, ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ທຸກອົງການຂອງພັກ, ລັດ, ທຸກການຈັດຕັ້ງ ແລະ ທຸກຄົນໃນສັງຄົມ ຍົກສູງສະຕິຄວາມຮັບຜິດຊອບ ແລະ ເປັນເຈົ້າການຮ່ວມກັນ ໃນການປະຕິບັດມາດຕະການ ທີ່ລັດຖະບານ ກໍຄືຄະນະສະເພາະກິດ ວາງອອກ ຢ່າງເປັນເອກະພາບ ແລະ ເຂັ້ມງວດ; ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ທີ່ເປັນພື້ນຖານ ເປັນຕົ້ນ: ໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ຮັກສາໄລຍະຫ່າງ, ໄປຮັບວັກຊີນໃຫ້ຄົບ ລວມທັງ ເຂັມກະຕຸ້ນ.
ພ້ອມກັນນີ້, ການຈັດ ແລະ ສະເຫຼີມສະຫຼອງງານບຸນຕ່າງໆ ກໍ່ຂໍໃຫ້ກະທັດຮັດ, ຕາມຮີດຄອງປະເພນີ, ມີຄວາມສະຫງົບ, ປອດໄພ, ຫຼີກລ່ຽງການເຕົ້າໂຮມຄົນເປັນຈຳນວນຫຼວງຫຼາຍ.