ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 22 ກຸມພາ 2022,
ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວ ໜ້າຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ, ຜູ້ປະຕິບັດວຽກງານໂຄສົກລັດຖະບານ.ໄດ້ຖະແຫລງຂ່າວ ກ່ຽວກັບຜົນ ສຳ ເລັດຂອງກອງປະຊຸມລັດ ຖະບານ ສະໄຫມສາມັນ ປະຈຳເດືອນ ກຸມພາ 2022.
ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ ປີ 2022 ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 21 ແລະ ປິດລົງໃນຕອນແລງຂອງວັນທີ 22 ກຸມພາ 2022 ທີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະ ມົນຕີ ແລະ ສະມາຊິກລັດຖະ ບານ ທ່ານອື່ນໆ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ຕໍ່ 9 ເອກະສານ ແລະ ໄດ້ຕົກລົງ ແລະ ມີທິດຊີ້ນຳ ດັ່ງນີ້:
1. ບົດສະຫຼຸບຕີລາຄາການປະຕິບັດວຽກງານຈຸດສຸມ ປະຈຳເດືອນກຸມພາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມີນາ 2022 ຂອງລັດຖະບານ, ເຊິ່ງກອງປະຊຸມ ໄດ້ເຫັນດີດ້ານຫຼັກການ ຮັບຮອງເອົາບົດສະຫຼຸບລາຍງານດັ່ງກ່າວ ແລະ ມອບໃຫ້ຫ້ອງວ່າການສໍານັກງານນາຍົກ ລັດຖະ ມົນຕີ ປັບປຸງເນື້ອໃນ ຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ໃຫ້ຄົບຖ້ວນ, ສົມບູນ ຂຶ້ນຕື່ມ ເປັນຕົ້ນ: ໃຫ້ຂະແໜງການຄົ້ນຄວ້າແກ້ໄຂຂໍ້ຄົງຄ້າງ ທີ່ຕິດພັນກັບຂອບເຂດສິດ, ພາລະບົດບາດ ຂອງຕົນ ໃຫ້ຂາດຕົວ, ບັນຫາໃດທີ່ຕິດພັນກັບຂະແໜງການອື່ນ ຂໍໃຫ້ຂະແໜງທີ່ເປັນເຈົ້າພາບ ເປັນໃຈກາງໃນການປະສານສົມທົບແກ້ໄຂ, ຖ້າຫາກບັນຫາໃດ ເກີນສິດ ຫຼື ພົວພັນກັບຫຼາຍຂະ ແໜງການ ທີ່ຜ່ານການປຶກສາຫາລືຮ່ວມກັນບໍ່ສາມາດເອກະ ພາບໄດ້ ແມ່ນໃຫ້ສະເໜີຫາ ທ່ານ ນາຍົກລັດຖະມົນຕີ ຫຼື ທ່ານຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳແຕ່ລະຂົງເຂດ ເພື່ອມີທິດຊີ້ນໍາໃນການຈັດຕັ້ງປະຕິບັດ; ພ້ອມກັນນີ້ ກໍສຸມໃສ່ຄົ້ນຄວ້ານິຕິກຳ ຕໍ່ຂົງເຂດວຽກງານ ທີ່ເຫັນວ່າຍັງບໍ່ມີການຄຸ້ມຄອງລະອຽດ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານ. ນອກຈາກນີ້ ກໍໄດ້ຊີ້ນຳໃຫ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ແລ້ວລາຍງານຄວາມຄືບໜ້າ, ບັນຫາຄົງຄ້າງ ໃນການຈັດຕັ້ງປະຕິບັດ ກ່ອນວັນທີ 15 ຂອງແຕ່ລະເດືອນ ເພື່ອໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະຫຼຸບສັງລວມລາຍງານຕໍ່ກອງປະຊຸມລັດຖະບານ.
2. ລາຍງານການຄົ້ນຄວ້າຮ່າງແຜນການລົງທຶນຂອງລັດ ປະ ຈຳປີ 2022, ເຊິ່ງກອງປະຊຸມ ໄດ້ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນການລົງທຶນຂອງລັດ ປະຈຳປີ 2022 ແລະ ໄດ້ຊີ້ນຳໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງສົມທົບກັບກະຊວງການເງິນ ແລະ ຂະແໜງການກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ປັບປຸງຄືນເນື້ອໃນຈຳນວນໜຶ່ງ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະ ບານ ແນໃສ່ການນຳໃຊ້ງົບປະມານຢ່າງມີປະສິດທິຜົນສູງສຸດ ໂດຍສະເພາະແມ່ນກ່ຽວກັບ ໂຄງການແກ້ໄຂຜົນກະທົບຈາກໄພພິບັດ ແລະ ໃຫ້ຄົ້ນຄວ້າແຈ້ງການນຳໃຊ້ເງິນເກີນແຜນ ເພື່ອໃຫ້ຂະແໜງການ ແລະ ທ້ອງ ຖິ່ນຈັດຕັ້ງປະຕິບັດ ຖືກຕາມເປົ້າໝາຍ ແລະ ເປັນເອກະພາບ. ພາຍຫຼັງປັບປຸງສຳເລັດແລ້ວ ໃຫ້ລາຍງານຄືນລັດຖະບານ ເພື່ອນໍາສົ່ງໃຫ້ສະພາແຫ່ງຊາດ ພິຈາລະນາຮັບຮອງ.
3. ຮ່າງກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ);
4. ຮ່າງດຳລັດວ່າດ້ວຍການຄຸ້ມຄອງການຄ້າຂາຍຊະນິດພັນ ສັດນໍ້າ, ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນ ລະຫວ່າງຊາດ;
5. ຮ່າງດຳລັດວ່າດ້ວຍ ສະຖາບັນການເງິນຈຸລະພາກ (ສະບັບປັບປຸງ);
6. ຮ່າງຍຸດທະສາດການພັດທະນາຕະຫຼາດທຶນ ຂອງ ສປປ ລາວ (2021-2030) ແລະ ວິໄສທັດຮອດປີ 2035 ສະບັບປັບປຸງ;
7. ຮ່າງຍຸດທະສາດ ການພັດທະນາການບິນພົນລະເຮືອນ 2021-2025 ວິໄສທັດຮອດ 2030.
ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງນິຕິກຳທັງ 5 ສະບັບ ທີ່ໄດ້ກ່າວມານັ້ນ ແລະ ໄດ້ຊີ້ນໍາໃຫ້ຄະນະຮັບຜິດຊອບຮ່າງນິຕິກໍາດັ່ງກ່າວ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ນຳໄປປັບປຸງຕື່ມຕາມການປະກອບຄຳເຫັນ ຂອງບັນດາທ່ານສະມາຊິກລັດຖະບານ ພ້ອມທັງຮຽບຮຽງຄືນ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.
ສຳລັບຮ່າງກົດໝາຍ, ພາຍຫຼັງປັບປຸງສໍາເລັດແລ້ວ ສົ່ງໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະ ມົນຕີ ເພື່ອສະເໜີຄະນະປະຈໍາສະພາແຫ່ງຊາດ ພິຈາລະນາຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX. ສ່ວນຮ່າງດໍາລັດ ແລະ ຮ່າງຍຸດທະສາດ ພາຍຫຼັງປັບປຸງສໍາເລັດແລ້ວ ນຳໄປຜ່ານທ່ານຮອງນາຍົກທີ່ຮັບຜິດຊອບຊີ້ນຳວຽກດັ່ງກ່າວ ກ່ອນສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາລົງນາມປະກາດໃຊ້ຕາມລະບຽບການ.
8. ການສ້າງລະບົບຄຸ້ມຄອງຕົວຕົນທາງ ດີຈິຕອນ (DIGITAL ID), ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາການສ້າງລະບົບ ດັ່ງກ່າວ, ມອບໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຄືນ ຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ແລະ ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອໃຫ້ລະບົບ ສາມາດຮອງຮັບການເຊື່ອມຈອດກັບບັນດາປະເທດໃກ້ຄຽງ ແລະ ສາກົນໄດ້ ແລະ ຮັບປະກັນຄວາມປອດໄພ, ໂປ່ງໃສ, ວ່ອງໄວ ແລະ ການກໍານົດໜ້າວຽກຂອງຂະແໜງການໃນແຕ່ລະໄລຍະ ກໍໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ. ນອກນັ້ນ ກໍໃຫ້ກວດກາຄືນບັນດານິຕິກໍາ ທີ່ໄດ້ປະກາດນໍາໃຊ້ໃນໄລຍະຜ່ານມາ ເພື່ອໃຫ້ສອດຄ່ອງກົມກຽວກັນ.
ພາຍຫຼັງປັບປຸງສໍາເລັດແລ້ວ, ໃຫ້ສົມທົບກັບຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະເໜີທ່ານນາຍົກລັດ ຖະມົນຕີ ພິຈາລະນາລົງນາມປະກາດໃຊ້ຕາມລະບຽບການ.
9. ຮ່າງແຜນຄຸ້ມຄອງອ່າງຮັບນໍ້າ, ນໍ້າອູ, ນໍ້າງື່ມ ແລະ ນໍ້າເທີນ-ນໍ້າກະດິງ, ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນຄຸ້ມຄອງອ່າງຮັບນໍ້າ ສະບັບດັ່ງກ່າວ ໂດຍມອບໃຫ້ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຄືນບາງເນື້ອໃນ, ບາງປະໂຫຍກ ແລະ ບາງຄຳສັບໃຫ້ຈະແຈ້ງ, ຄົບຖ້ວນ, ຮັດກຸມ, ສາມາດຈັດຕັ້ງປະຕິບັດ ແລະ ຄຸ້ມຄອງໄດ້ຢ່າງມີປະສິດທິຜົນ ໂດຍສະເພາະແມ່ນກົນໄກປະສານງານ, ການແບ່ງຄວາມຮັບຜິດຊອບ ທີ່ກຳນົດໃນແຜນງານຕ່າງໆ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ. ພາຍຫຼັງປັບປຸງສໍາເລັດແລ້ວ ໃຫ້ນຳໄປຜ່ານທ່ານ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານ ດັ່ງກ່າວ ມີຄຳເຫັນ ແລະ ສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາລົງນາມປະກາດໃຊ້ຕາມລະບຽບການ.
– ພໍ່ແມ່ ພີ່ນ້ອງຊາວລາວ ໃນທົ່ວປະເທດ ບັນດາທ່ານຜູ້ຊົມ, ຜູ້ຟັງ ທີ່ນັບຖື ແລະ ຮັກແພງ,
ສໍາລັບແຜນວຽກຈຸດສຸມ ປະຈຳເດືອນມີນາ ນີ້, ລັດຖະບານ ຈະໄດ້ສືບຕໍ່ສຸມໃສ່ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທໍາຫຼາຍຂຶ້້ນ ໂດຍສະເພາະແມ່ນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການນຳໃຊ້ລົດລັດ, ການແກ້ໄຂລົດທີ່ນຳໃຊ້ບໍ່ຖືກຕ້ອງຕາມກົດໝາຍ, ການແກ້ໄຂຄວາມຫຍຸ້ງຍາກໃນການດຳເນີນທຸລະກິດ, ການຂຸດຄົ້ນແຮ່ທາດ, ການສົ່ງອອກສິນຄ້າຢູ່ດ່ານຊາຍແດນ ແລະ ບັນຫາທີ່ດິນ ໄປຄຽງຄູ່ກັບການດຳເນີນມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ດັ່ງນີ້:
1) ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ສືບຕໍ່ປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າ ໂດຍສົມທົບແໜ້ນໃນການເຄື່ອນໄຫວຂອງກຳລັງທຸກຂັ້ນ ກັບການມີສ່ວນຮ່ວມຂອງປະຊາຊົນ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ລວມທັງການປ້ອງກັນສະຖານທີ່ສຳຄັນຕ່າງໆ ທັງເພີ່ມຄວາມເອົາໃຈໃສ່ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາຫຼາຍຂຶ້ນ.
2) ຂົງເຂດເສດຖະກິດ
– ສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປີ 2022 ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢ່າງແຂງແຮງ ແລະ ໄດ້ຮັບຜົນດີກວ່າເກົ່າ, ໃນນີ້ ເລັ່ງທວງໃຫ້ມີການຫັນເປັນວຽກລະອຽດ ຂອງແຕ່ລະຂະແໜງການ ໃຫ້ມີຄວາມຊັດເຈນ, ມີຄາດໝາຍເວລາ ເພື່ອກຽມສະຫຼຸບໃນເດືອນມີນາ 2022 ໃຫ້ໄດ້ຮັບຜົນດີກວ່າເກົ່າ;
– ເອົາໃຈໃສ່ ແກ້ໄຂສິ່ງກີດຂວາງຕ່າງໆ ໃຫ້ແກ່ການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ມີການຫັນປ່ຽນຢ່າງຈະແຈ້ງ ແລະ ມີປະສິດທິຜົນສູງຂຶ້ນ, ເລັ່ງຈັດຕັ້ງປະຕິບັດບັນດາໂຄງການແຮ່ທາດ, ການເຮັດທົດລອງທຸລະກິດ ດີຈີຕອນ ແລະ ບັນດາໂຄງການທີ່ລັດຖະບານ ໄດ້ອະນຸຍາດໃຫ້ເຮັດທົດລອງໄປແລ້ວນັ້ນ ໃຫ້ມີຄວາມຄືບໜ້າ ແລະ ມີປະສິດທິຜົນ;
– ສືບຕໍ່ປະຕິບັດມາດຕະການຄຸ້ມຄອງການຈັດເກັບລາຍຮັບພາສີ, ອາກອນ ແລະ ຄ່າບໍລິການຕ່າງໆ ຕາມທິດຫັນເປັນທັນສະໄໝ. ສືບຕໍ່ປະຕິບັດຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ທີ່ນໍາເຂົ້າ ແລະ ນໍາໃຊ້ ຍານພາຫະນະທຸກປະເພດແບບບໍ່ຖືກຕ້ອງ ໃຫ້ສໍາເລັດ ລວມທັງເລັ່ງຜັນຂະຫຍາຍນິຕິກຳວ່າດ້ວຍການນຳໃຊ້ລົດລັດ ໃນຂອບເຂດທົ່ວປະເທດໃຫ້ເປັນຮູບປະທຳ ແລະ ສົ່ງເສີມການນໍາໃຊ້ລົດໄຟຟ້າ.
– ເພີ່ມທະວີຄວາມເອົາໃຈໃສ່ໃນການສົ່ງເສີມການຜະລິດ, ການປຸງແຕ່ງ, ການຄ້າ, ການບໍລິການ ແລະ ການທ່ອງທ່ຽວ ປິ່ນອ້ອມແລວທາງເສດຖະກິດລົດໄຟລາວ-ຈີນ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ; ສືບຕໍ່ພົວພັນ ແລະ ປຶກສາຫາລືກັບປະເທດໃກ້ຄຽງ ເພື່ອສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກສິນຄ້າ ໃຫ້ດີຂຶ້ນ;
– ເພີ່ມຄວາມເອົາໃຈໃສ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ ແລະ ອັດຕາແລກປ່ຽນເໜັງຕີງ ໃນລະດັບທີ່ກໍານົດໄວ້ ຕິດພັນກັບການເອົາໃຈໃສ່ຄຸ້ມຄອງການເຄື່ອນ ໄຫວຂອງທະນາຄານທຸລະກິດ, ສະຖາບັນການເງິນ ປະຕິບັດມາດຕະການຕາມກົດໝາຍ, ລະບຽບການ ແລະ ຕາມແຜນທີ່ໄດ້ກຳນົດໄວ້.
– ສືບຕໍ່ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ລາຄານໍ້າມັນ ຢ່າງເຂັ້ມງວດ ພ້ອມທັງຊຸກຍູ້, ສົ່ງເສີມການຜະລິດ ແລະ ສົ່ງເສີມການຊົມໃຊ້ສິນຄ້າພາຍໃນ ໃຫ້ຫຼາຍຂຶ້ນ;
– ສືບຕໍ່ປັບປຸງແກ້ໄຂກົນໄກການຂຶ້ນທະບຽນ ແລະ ອອກໃບຕາດິນ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມສະດວກວ່ອງໄວ ແລະ ຮັບປະກັນຄວາມຖືກຕ້ອງ.
– ສືບຕໍ່ປັບປຸງ ແລະ ຍົກສູງຄຸນນະພາບການບໍລິການຜູ້ໂດຍສານທາງລົດໄຟ ແລະ ການບໍລິການຂົນສົ່ງສິນຄ້າ ໃຫ້ສະດວກ, ວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນ.
3) ຂົງເຂດວັດທະນະທຳ-ສັງຄົມ.
– ສືບຕໍ່ເປີດການຮຽນ-ການສອນ ໃນສະຖານການສຶກສາ ແລະ ປຸກລະດົມນັກຮຽນ-ນັກສຶກສາ ຕາມເກນອາຍຸ ທີ່ກະຊວງສາທາລະນະສຸກ ກຳນົດ ໃຫ້ໄປຮັບການສັກວັກຊີນ ໃຫ້ຫຼາຍຂຶ້ນ; ພ້ອມທັງ ປັບປຸງວັດຈະນານຸກົມ ພາສາລາວ ໃຫ້ສຳເລັດ.
– ສືບຕໍ່ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ປັບປຸງແກ້ໄຂຂັ້ນຂອດໃນການຂໍອະນຸມັດເຂົ້າ-ອອກປະເທດ ຂອງນັກລົງທຶນ, ວິຊາການ, ນັກທ່ອງທ່ຽວ ແລະ ເປົ້າໝາຍອື່ນໆ ຢູ່ປະເທດເຮົາໃຫ້ດີຂຶ້ນ ເພື່ອຟື້ນຟູເສດຖະກິດຂອງປະເທດ;
– ສຸມໃສ່ຕະລຸມບອນການສັກວັກຊິນ ຕາມແຈ້ງການ ເລກທີ 221/ຫສນຍ ລົງວັນທີ 18 ກຸມພາ 2022 ໃຫ້ສຳເລັດດີ, ຜະລິດຢາປົວພະຍາດໂຄວິດ-19 ໃຫ້ພຽງພໍ;
– ສືບຕໍ່ເອົາໃຈໃສ່ຊຸກຍູ້ການປະຕິບັດພາລະບົດບາດ ຂອງຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕິດພັນກັບການສືບຕໍ່ກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ອນຮັບເອົານັກທ່ອງທ່ຽວເຂົ້າມາປະເທດ ໃຫ້ບັນລຸຕາມແຜນການ ແລະ ໄດ້ຮັບຜົນດີ;
– ສືບຕໍ່ຕິດຕາມເຝົ້າລະວັງການລະບາດພະຍາດລະດູການ ເພື່ອສະໜອງຂໍ້ມູນຂ່າວສານ ແລະ ກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຮັບມືໃຫ້ທັນສະພາບການ.
4) ຂົງເຂດການປົກຄອງ ແລະ ຍຸຕິທໍາ.
– ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ຂອງບັນດາຮ່າງກົດໝາຍສ້າງໃໝ່ ແລະ ຮ່າງກົດໝາຍສະບັບປັບປຸງ ທີ່ຂະແໜງການຕົນຮັບຜິດຊອບ ຕາມແຜນການສ້າງ ແລະ ປັບປຸງກົດໝາຍ ປະຈໍາປີ 2022 ຂອງສະພາແຫ່ງຊາດ ເພື່ອໃຫ້ທັນນໍາສະເໜີກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາຕາມແຜນທີ່ວາງໄວ້.
– ສືບຕໍ່ສຸມໃສ່ແກ້ໄຂບັນຫາຕ່າງໆ ທີ່ພົວພັນເຖິງຂໍ້ຂັດແຍ່ງໃນສັງຄົມ ລວມທັງການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານ ແລະ ອື່ນໆ ໃຫ້ໄດ້ຮັບຜົນດີກວ່າເກົ່າ;
– ສືບຕໍ່ສຸມໃສ່ກະກຽມ ແລະ ດຳເນີນກອງປະຊຸມທົ່ວປະເທດ ເພື່ອສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ລວງເລິກ ໃນໄລຍະ ປີ 2016-2020 ແລະ ວາງທິດທາງ 2021-2025.
– ປັບປຸງແບບແຜນລົງເຄື່ອນໄຫວວຽກງານຢູ່ທ້ອງຖິ່ນຂອງ ນາຍົກ-ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ບັນດາກະຊວງ ໂດຍການລົງເຜີຍແຜ່ບັນດານິຕິກຳ ຂອງລັດຖະບານ ໃຫ້ເຂົ້າໃຈແລະ ການແກ້ໄຂວຽກຕົວຈິງ ຢູ່ທ້ອງຖິ່ນ.
– ວຽກງານການຕ່າງປະເທດ.
– ສືບຕໍ່ຕິດຕາມສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໄຈຢ່າງເລິກເຊິ່ງ ກ່ຽວກັບ ຄວາມສ່ຽງ ແລະ ທ່າອ່ຽງຂອງຜົນກະທົບທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ທີ່ມີຕໍ່ປະເທດເຮົາ ທັງມີມາດຕະການຮັບມືທີ່ເປັນລະບົບຮັດກຸມ ແລະ ທັນການ.
– ສືບຕໍ່ຜັນຂະຫຍາຍຜົນສໍາເລັດການເຄື່ອນໄຫວຢ້ຽມຢາມ ສສ.ຫວຽດນາມ ແລະ ກອງປະຊຸມ ແປງເປັນ ຄະນະກຳມາທິການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ. ຫວຽດນາມ ຄັ້ງທີ 44 ແລະ ຈັດຕັ້ງປະຕິບັດຜົນຂອງການພົບປະລະຫວ່າງ ການນໍາ ພັກ-ລັດ ເຮົາ ກັບບັນດາປະເທດເພື່ອນມິດ ໃຫ້ຖືກຕ້ອງ-ທັນການ ແລະ ໄດ້ຮັບຜົນດີ.
ເພື່ອເຮັດໃຫ້ແຜນວຽກຈຸດສຸມ ໃນເດືອນມີນາ 2022 ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຕົວຈິງ, ກອງປະຊຸມ ໄດ້ມອບ ໃຫ້ບັນດາສະມາຊິກລັດຖະບານ ຕະຫຼອດຮອດອົງການປົກຄອງທ້ອງຖິ່ນ ຫັນເປັນແຜນປະຕິບັດລະອຽດ ທີ່ສອດຄ່ອງກັບເງື່ອນໄຂຄວາມສາມາດຕົວຈິງ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນເປັນຢ່າງດີ.
ຂ່າວ,ພາບ: ກົມປະຊາສຳພັນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
May be an image of 5 people and indoor