ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສປປ ລາວ ໄດ້ຕິດຕາມຢ່າງໃກ້ຊິດ ແລະ ສະແດງຄວາມເປັນຫວ່ງ ຕໍ່ສະພາບການຢູ່ຊ່ອງແຄບ ໄຕ້ຫວັນ, ລວມທັງການກະທຳທີ່ເປັນການຍຸແຍ່ ຊຶ່ງອາດຈະນຳໄປສູ່ຄວາມເຄັ່ງຕຶງ ໃນພາກພື້ນ.
ສປປ ລາວເວລາໃດກໍ່ຖືວ່າສັນຕິພາບ ແລະ ສະຖຽນລະພາບຢູ່ທຸກພາກພື້ນໃນໂລກ ລວມທັງພາກພື້ນອາຊີ-ປາຊີຟິກ ເປັນເງື່ອງໄຂຕັດສິນ ແລະ ພື້ນຖານຕົ້ນຕໍ ໃຫ້ແກ່ການຮ່ວມມື ແລະການພັດທະນາຂອງບັນດາປະເທດໃນພາກພື້ນແລະໃນໂລກ.
ສປປ ລາວ ຢືນຢັນຄືນນະໂຍບາຍອັນສະເໝີຕົ້ນສະເໝີປາຍ ຂອງຕົນໃນການສະໜັບສະໜູນນະໂຍບາຍຈີນດຽວ ແລະຖືວ່າໄຕ້ຫວັນເປັນສ່ວນໜຶ່ງທີ່ຕັດແຍກອອກບໍ່ໄດ້ ຂອງ ສປ ຈີນ, ຄັດຄ້ານທຸກເຈດຈຳນົງທີ່ມຸ່ງຫວັງສ້າງສະຖານະການເພື່ອສ້າງ ສອງປະເທດຈີນ ຫຼື ໜຶ່ງ ຈີນ, ໜຶ່ງໄຕ້ຫວັນ. ສປປ ລາວຢໍ້າຄືນການສະໜັບສະໜູນນະໂຍບາຍຂອງລັດຖະບານ ສປ ຈີນ ໃນການທ້ອນໂຮມປະເທດຊາດໂດຍສັນຕິວິທີ.
ไม่มีคำอธิบายรูปภาพ