ວັນທີ 8 ກັນຍາ ແມ່ນວັນສາກົນແຫ່ງການຮູ້ໜັງສື (International Literacy Day) ປີນີ້ພາຍໃຕ້ຄໍາຂວັນ “ການຮຽນຮູ້ໜັງສືເພື່ອການຟື້ນຟູໂດຍຖືເອົາຄົນເປັນໃຈກາງ: ຫຼຸດຜ່ອນຄວາມແຕກໂຕນທາງດ້ານດິຈິຕອນ
ຄວາມເປັນມາ: ນັບແຕ່ປີ 1967 ເປັນຕົ້ນມາ, ໃນທຸກປີ ການສະເຫຼີມສະຫຼອງວັນສາກົນແຫ່ງການຮຽນຮູ້ໜັງສື ໄດ້ຈັດຂື້ນໃນທົ່ວໂລກ ເພື່ອເຕືອນໃຈໃຫ້ຜູ້ຄົນໄດ້ຮັບຮູ້ເຖິງຄວາມສໍາຄັນຂອງການຮູ້ໜັງສື ເຊິ່ງຖືວ່າເປັນບັນຫາສໍາຄັນທີ່ກ່ຽວຂ້ອງກັບກຽດສັກສີ ແລະ ສິດທິມະນຸດ ແລະຍັງເປັນການຊຸກຍູ້ໃຫ້ວາລະແຫ່ງການຮູ້ໜັງສື ກ້າວໄປສູ່ການຮຽນຮູ້ທີ່ຫຼາກຫຼາຍ ແລະ ການເປັນສັງຄົມທີ່ມີຄວາມຍືນຍົງ, ເຖິງແມ່ນວ່າຈະມີຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະດັ່ງກ່າວ ແຕ່ກໍ່ຍັງປະເຊີນໜ້າກັບສິ່ງທ້າທາຍດ້ານຮຽນຮູ້ໜັງສື ເປັນຕົ້ນແມ່ນໃນປະຈຸບັນຍັງມີກຸ່ມເປົ້າໝາຍໄວໜຸ່ມ ແລະ ຜູ້ໃຫຍ່ ຢ່າງໜ້ອຍ 773 ລ້ານຄົນ ໃນທົ່ວໂລກ ທີ່ຍັງບໍ່ມີທັກສະການຮູ້ໜັງສືຂັ້ນພື້ນຖານ.
ເນື້ອໃນສໍາລັບການສະເຫຼີມສະຫຼອງວັນສາກົນແຫ່ງການຮຽນຮູ້ໜັງສື ປະຈຳປີ 2021 : ວັນສາກົນແຫ່ງການຮຽນຮູ້ໜັງສື ປີ 2001 ໄດ້ຈັດສະເຫຼີມສະຫຼອງພາຍໃຕ້ຄໍາຂວັນ “ການຮຽນຮູ້ໜັງສືເພື່ອການຟື້ນຟູ ໂດຍຖືເອົາຄົນເປັນໃຈກາງ: ຫຼຸດຜ່ອນຄວາມແຕກໂຕນດ້ານດິຈິຕອນ” ສະພາບວິກິດໂຄວິດ-19 ໄດ້ເຮັດໃຫ້ການຮຽນຮູ້ໜັງສື ຂອງເດັກນ້ອຍ, ໄວໜຸ່ມ ແລະ ຜູ້ໃຫຍ່ ຢູ່ສະງັກໃນວົງກວ້າງ ເຊິ່ງເປັນຄັ້ງປະຫວັດການທີ່ບໍ່ເຄີຍເກີດຂື້ນມາກ່ອນ ເຊິ່ງເຫດການດັ່ງກ່າວນີ້ຍັງໄດ້ເພີ່ມທະວີໃຫ້ສະພາບຄວາມບໍ່ເທົ່າທຽມກັນ ຕໍ່ກັບໂອກາດໃນການເຂົ້າເຖິງການສຶກສາຂັ້ນພື້ນຖານ ທີ່ມີຢູ່ແລ້ວຫຼາຍຂື້ນຕື່ມອີກ; ພ້ອມທັງຍັງໄດ້ສົ່ງຜົນກະທົບຢ່າງກະຈັດກະຈາຍເປັນວົງກວ້າງ ຕໍ່ໄວໜຸ່ມ ແລະ ຜູ້ໃຫຍ່ ທີ່ບໍ່ຮູ້ໜັງສື ປະມານ 773 ລ້ານຄົນ ໃນທົ່ວໂລກ.
ສະພາບການສຶກສາຂອງໄວໜຸ່ມ ແລະ ຜູ້ໃຫຍ່ ໄດ້ຖຶກຕັດຂາດອອກຈາກແຜນການແກ້ໄຂກັບວິກິດການລະດັບຊາດເບື້ອງຕົ້ນ ຫຼາຍໆແຜນ; ເຊິ່ງໃນຂະນະດຽວກັນໂຄງການດ້ານການສຶກສາຈຳນວນຫຼາຍ ໄດ້ຖຶກບັງຄັບໃຫ້ຢຸດການດໍາເນີນກິດຈະກໍາໃນຮູບແບບປົກກະຕິ. ໃນໄລຍະທີ່ເກີດວິກິດການລະດັບໂລກ, ກໍ່ໄດ້ເກີດມີແຮງກະຕຸ້ນໃນການພະຍາຍາມຄົ້ນຫາວິທີທາງເລືອກຕ່າງໆ ເພື່ອຮັບປະກັນໃຫ້ເກີດຄວາມຕໍ່ເນື່ອງທາງດ້ານການສຶກສາ, ລວມທັງຮູບແບບການສຶກສາທາງໄກ ແລະ ທີ່ມັກພົບພໍ້ຫຼາຍກໍ່ຄືໃນຮູບແບບການປະສົມປະສານການຮຽນຮູ້ດ້ວຍຕົນເອງ. ແຕ່ເຖິງຢ່າງໃດກໍ່ຕາມ, ໂອກາດໃນການເຂົ້າເຖິງການສຶກສານັ້ນ ກໍຍັງບໍ່ສາມາດສະໜອງໃຫ້ໄດ້ຢ່າງເທົ່າທຽມກັນ. ເຊິ່ງການປ່ຽນແປງຢ່າງໄວວາສູ່ການການສຶກສາທາງໄກນັ້ນ (ຮູບແບບການຮຽນຮູ້ທາງໄກ) ຍິ່ງເປັນຕົວບົ່ງຊີ້ໃຫ້ເຫັນເຖີງຄວາມແຕກຕ່າງກັນທາງດ້ານດິຈີຕອນ ເປັນຕົ້ນດ້ານການເຊື່ອມໂຍງ, ດ້ານໂຄງລ່າງພື້ນຖານ ແລະ ຄວາມອາດສາມາດໃນການເຂົ້າເຖິງດ້ານເຕັກໂນໂລຊີ ຕະຫຼອດຮອດຄວາມແຕກໂຕນກັນດ້ານການບໍລິການຕ່າງໆ ເຊັ່ນ: ການເຂົ້າເຖິງລະບົບໄຟຟ້າ ເຊິ່ງທັງໝົດທີ່ກ່າວມານັ້ນຄືຂໍ້ຈໍາກັດດ້ານທາງເລືອກຂອງການຮຽນຮູ້.
ເຖີງຢ່າງໃດກໍ່ຕາມ, ການແຜ່ລະບາດຂອງພະຍາດດັ່ງກ່າວກໍ່ຄືສິ່ງສັນຍານເຕືອນໃຫ້ເຫັນເຖິງຄວາມສໍາຄັນຂອງການຮຽນຮູ້ໜັງສື. ນອກເໜືອຈາກຄວາມສໍາຄັນທີ່ໄດ້ກ່າວມານັ້ນ ມັນຍັງໝາຍເຖິງສິດທິໃນດ້ານການສຶກສາ, ສ້າງ
ຄວາມເຂັ້ມແຂງໃຫ້ໃຜຜູ້ໜື່ງອ່ານອອກຂຽນໄດ້ ແລະ ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າ ດ້ວຍການສົ່ງເສີມຄວາມອາດສາມາດຂອງເຂົາເຈົ້າໃຫ້ມີທາງເລືອກໃນການດໍາລົງຊີວິດຢ່າງຜາສຸກ ເຊິ່ງນີ້ກໍ່ຄືຕົວຂັບເຄື່ອນໄປສູ່ການພັດທະນາແບບຍືນຍົງ. ການຮຽນຮູ້ໜັງສື ກໍຄືພາກສ່ວນໜຶ່ງທີ່ສຳຄັນຂອງການສຶກສາ ແລະ ການຮຽນຮູ້ຕະຫຼອດຊີວິດ ທີ່ຖືວ່າເປັນຫຼັກຖານດ້ານມະນຸດສາດ ຕາມທີ່ໄດ້ກຳນົດໄວ້ໃນເປົ້າໝາຍການພັດທະນາແບບຍືນຍົງ (ເປົ້າໝາຍ 4) ສະນັ້ນ, ການຮຽນຮູ້ໜັງສື ໝາຍເຖີງສູນກາງ ທີ່ຖືເອົາມະນຸດເຮົາເປັນໃຈກາງໃນການຟື້ນຕົວຈາກສະພາບວິກິດຂອງເຊື້ອພະຍາດCOVID-19.
ວັນສາກົນແຫ່ງການຮຽນຮູ້ໜັງສື ປະຈຳປີ 2021 ຈະໄດ້ມີການສໍາຫຼວດເບິ່ງວ່າການຮູ້ໜັງສືສາມາດຊ່ວຍໃຫ້ການສ້າງພື້ນຖານທີ່ໝັ້ນຄົງ ສໍາລັບການຟື້ນຟູທີ່ມີມະນຸດເປັນໃຈກາງໄດ້ຄືແນວໃດ, ໂດຍສະເພາະແມ່ນການສຸມໃສ່ເປັນພິເສດຕໍ່ການປະສົມປະສານກັນລະຫວ່າງ ການຮູ້ໜັງສື ແລະ ທັກສະດ້ານດິຈີຕອນທີ່ຈຳເປັນ ສໍາລັບກຸ່ມເປົ້າໝາຍໄວໜຸ່ມ ແລະ ຜູ້ໃຫຍ່ທີ່ບໍ່ຮູ້ໜັງສື. ນອກຈາກນັ້ນ, ຍັງຈະມີການສຳຫຼວດເພີ່ມອີກເຖີງພາບລວມ ແລະ ຄວາມໝາຍຂອງການຮຽນຮູ້ໜັງສືໂດຍນໍາໃຊ້ເຕັກໂນໂລຊີ ເພື່ອຮັບປະກັນວ່າຈະບໍ່ມີໃຜຖຶກປະຖີ້ມໄວ້ເບື້ອງຫຼັງ. ໃນວາລະຄັ້ງນີ້, ວັນສາກົນແຫ່ງການຮຽນຮູ້ໜັງສື ປະຈຳປີ 2021 ຄັ້ງນີ້ ຖືວ່າເປັນໂອກາດດີທີ່ຈະໄດ້ທົບທວນຄືນເຖິງຮູບແບບການຮຽນ-ການສອນໃນອະນາຄົດ ແລະ ລວມທັງສະພາບບັນຫາການລະບາດພະຍາດດັ່ງກ່າວ ໃນທົ່ວໂລກ.