ວັນທີ່ 12 ເມສາ 2021 ນີ້ ທ່ານ ນາງ ແກ້ວລາ ມະນີຈິດ ຄະນະປະຈຳ ເລຂາ ທິການສະພາປະຊາຊົນແຂວງຫຼວງພະບາງ ໄດ້ຖະແຫຼງຂ່າວ ຜົນສຳເລັດ ການດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ່ II ໃນລະຫວ່າງ ວັນທີ່ 7-8 ເມສາ 2021 ທ່ານກ່າວວ່າ: ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ່ II ໄດ້ດຳເນີນຂື້ນເປັນເວລາ 2 ວັນເຕັມ ໂດຍມີການນຳຂອງແຂວງ, ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ແລະສະມາຊິກສະພາປະຊາຊົນແຂວງ, ຕະຫຼອດຮອດ ຫົວຫນ້າ-ຮອງພະແນກການ, ອົງການຈັດຕັ້ງມະຫາຊົນຂອງແຂວງ ເຂົ້າຮ່ວມ. ວາລະກອງປະຊຸມ ໄດ້ມີການຄົ້ນຄ້ວາ ແລະພິຈາລະນາ-ຮັບຮອງເອົາບັນຫາສຳຄັນພື້ນຖານຂອງແຂວງ ເປັນຕົ້ນ ຮັບຮອງເອົາການເລືອກຕັ້ງປະທານ, ຮອງປະທານ, ກຳມະການ ແລະຄະນະປະຈຳສະພາປະຊາຊົນແຂວງ ຊຸດທີ່ II, ຮັບຮອງເອົາໂຄງປະກອບການຈັດຕັ້ງ ຂອງສະພາປະຊາຊົນແຂວງ ເປັນຕົ້ນ ເລືອກຕັ້ງປະທານຄະນະກໍາມະການ, ເລຂາທິການ, ຮອງປະທານຄະນະກຳມະການ ຂອງສະພາປະຊາຊົນແຂວງ ຊຸດທີ່ II, ຮັບຮອງເອົາການແຕ່ງຕັ້ງ ຮອງເຈົ້າແຂວງເພີີີ່ມເຕີມ ຈຳນວນ 1 ທ່ານ, ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2016-2020), ແຜນການ 5 ປີ (2021-2025) ຂອງອົງການປົກຄອງແຂວງ, ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວຽກງານ 5 ປີ (2016-2020) ແລະທິດທາງ ແຜນການ 5 ປີ (2021-2025) ຂອງອົງການໄອຍາການປະຊາຊົນແຂວງ ແລະສານປະຊາຊົນແຂວງ, ຮັບຮອງເອົາທິດທາງການເຄື່ອນໄຫວວຽກງານ 5 ປີ ຕໍ່ໜ້າ 2021-2025 ຂອງສະພາປະຊາຊົນແຂວງ ຊຸດທີ່ II, ກອງປະຊຸມຄັ້ງນີ້ ສະພາປະຊາຊົນແຂວງ ໄດ້ສະເໜີໃຫ້ພະແນກການກ່ຽວຂ້ອງຂອງແຂວງ ເປັນຕົ້ນ ຮອງເຈົ້າແຂວງ, ພະແນກການເງີນແຂວງ, ອົງການໄອຍາການປະຊາຊົນແຂວງ, ສານປະຊາຊົນແຂວງ ແລະພະແນກພາຍໃນແຂວງ ຂື້ນຈີ້ແຈງບັນຫາທີ່ພົບເຫັນ ໃນໄລຍະການເຄື່ອນໄຫວວຽກງານທີ່ຕົນຮັບຜິດຊອບ ຕໍ່ຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນແຂວງ ເພື່ອນຳໄປປັບປຸງແກ້ໄຂໃຫ້ດີຂື້ນ, ທ່ານ ນາງ ແກ້ວລາ ມິນີຈິດ ກ່າວຕື່ມວ່າ: ໃນວາລະການດຳເນີນກອງປະຊຸມ ໄດ້ມີປະຊາຊົນໃຊ້ສິດປະຊາທິປະໄຕຂອງຕົນ ສະເໜີຄຳເຫັນ ຜ່ານໂທລະສັບສາຍດ່ວຍ ໝາຍເລກ 071 156 ຈຳນວນ 1 ສາຍ ທີ່ພົວພັນເຖີງດຳລັດ 272 ຂອງນາຍົກລັດຖະມົນຕີ ລົງວັນທີ່ 19 ກັນຍາ ປີ 2005 ວ່າດ້ວຍການປະຕິບັດນະໂຍບາຍ ຕໍ່ຜູ້ມີບຸນຄຸນຕໍ່ຜູ້ທີ່ມີຜົນງານ ແລະຄຸນງາມຄວາມດີ ໃນພາລະກິດການປະຕິວັດຊາດ-ປະຊາທິປະໄຕ ເຊີ່ງກອງເລຂາກອງປະຊຸມ ຈະສັງລວມບັນຫາຮ່ວມກັບພາກສ່ວນກ່ຽວຂ້ອງ ພ້ອມກັນແກ້ໄຂໃຫ້ສອດຄ່ອງກັບກົດໝາຍ ແລະລະບຽບການທີ່ວາງໄວ້.
ຂ່າວ: ອາພຸດເດດ ບຸບຜາ, ພາບ: ສະພາປະຊາຊົນແຂວງ
Loading...