ວັນທີ 31 ມັງກອນ 2021 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຫຼວງພະບາງ ທ່ານ ນາງ ແກ້ວລາ ມະນີຈິດ ຄະນະປະຈຳ ເລຂາ ທິການສະພາປະຊາຊົນແຂວງຫຼວງພະບາງ ໄດ້ຖະແຫຼງຂ່າວຜົນສໍາເລັດກອງປະຊຸມ ສະໄໝສາ ມັນ ເທື່ອທີ 2 ຂອງສະພາປະຊາ ຊົນແຂວງ ຊຸດທີ II ເຊິ່ງດໍາເນີນໃນລະຫວ່າງວັນທີ 25-27 ມັງ ກອນ 2022 ຢູ່ສະໂມສອນໃຫຍ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີ ທ່ານ ຄໍາຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍອາດີດພະນັກງານການນໍາຂັ້ນແຂວງ, ອາດີດສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 6, ສະມາຊິກສະພາປະຊາຊົນແຂວງ, ຜູ້ຕາງໜ້າພະແນກການ-ອົງການ ເຂົ້າຮ່ວມ. ທ່ານ ນາງ ແກ້ວລາ ມະນີຈິດ ກ່າວວ່າ: ກອງປະຊຸມ ຄັ້ງນີ້ ໄດ້ມີການພິຈາລະນາ ແລະຮັບຮອງເອົາບັນດາວຽກງານທີ່ສໍາຄັນພື້ນຖານຂອງແຂວງ ເປັນຕົ້ນ ພິຈາລະນາ ແລະຮັບຮອງເອົາການເລືອກຕັ້ງ ທ່ານ ອຸ່ນ ດວງມະນີ ເປັນສະມາຊິກ ສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງນານ; ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ແລະແຜນງົບປະມານຂອງອົງການປົກຄອງແຂວງ ປະຈໍາປີ 2020 ແລະທິດທາງ ປະຈໍາປີ 2022; ຮັບຮອງເອົາບົດລາຍ ງານ ຂອງພະແນກແຜນການ ແລະ ການລົງທຶນແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ປະຈຳປີ 2020 ແລະທິດທາງແຜນການປະຈຳປີ 2022; ຮັບຮອງເອົາບົດລາຍງານ ຂອງພະແນກການເງິນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານ ຂອງແຂວງ ປະຈຳປີ 2021 ແລະທິດທາງແຜນການ ປະຈຳປີ 2022; ຮັບຮອງເອົາບົດລາຍງານ ຂອງອົງການກວດສອບ ປະຈໍາພາກເໜືອ ກ່ຽວກັບການເຄື່ອນໄຫວວຽກງານ ປະຈໍາປີ 2021, ທິດທາງແຜນການເຄື່ອນໄຫວ ປະຈຳປີ 2022 ແລະຜົນການກວດສອບ ບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດ ແຜນງົບປະມານຂອງແຂວງຫຼວງພະບາງ ປະຈຳປີ 2020 ແລະເອກະສານລາຍງານການເງິນລັດວິສາຫະກິດ ນໍ້າປະປາແຂວງຫຼວງພະບາງ ປະຈຳປີ 2020; ພິຈາລະນາ ແລະຮັບຮອງເອົານິຕິກຳ ຂັ້ນແຂວງ ຈຳນວນ 4 ສະບັບ ຄື: ຂໍ້ຕົກລົງວ່າດ້ວຍ ການກໍານົດຄິດໄລ່ຄ່າຫົວໜ່ວຍການທົດແທນຄ່າເສຍຫາຍ ໃຫ້ແກ່ປະຊາຊົນທີ່ ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງ ທີ່ມີຄວາມສ່ຽງໄພພິບັດນ້ໍາຖ້ວມ ຢູ່ເຂດເທດສະບານ ນະຄອນ-ຫຼວງພະບາງ ຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງ; ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງການປູກຫຍ້າລ້ຽງສັດ ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ; ຂໍ້ຕົກລົງວ່າດ້ວຍ ການສ້າງເຂດ ແລະ ກຳນົດລາຄາປະເມີນທີ່ດິນ 8 ເມືອງ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ; ຂໍ້ຕົກລົງວ່າດ້ວຍ ການຈັດສັນທີ່ດິນ, ຄຸ້ມຄອງຊັບພະ ຍາກອນ ທຳມະຊາດ ແລະ ສິ່ງແວດ ລ້ອມ ຂອງພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງ; ພ້ອມທັງ ໄດ້ຮັບຟັງບົດລາຍງານ ຂອງຄະນະສະເພາະກິດຂັ້ນແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະຄວບຄຸມການແຜ່ລະບາດ ຂອງພະຍາດ ໂຄວິດ-19 ປະຈໍາປີ 2021, ທິດທາງ ປະຈຳປີ 2022 ແລະແຜນຮັບມືກັບການເປີດການທ່ອງທ່ຽວສີຂຽວ; ຮັບຟັງບົດລາຍງານ ຂອງກອງບັນຊາການປ້ອງກັນຄວາມສະຫງົບແຂວງ ກ່ຽວກັບແຜນການກະກຽມ ການຈັດຕັ້ງປະຕິບັດວງລະເຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງຫຼວງພະບາງ; ຮັບຮອງເອົາບົດລາຍງານ ຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິ ບັດວຽກງານ ປະຈຳປີ 202 1 ແລະ ທິດທາງແຜນການປະຈໍາປີ 2022; ຮັບຮອງເອົາບົດລາຍງານ ຂອງສານປະຊາຊົນແຂວງ ກ່ຽວ ກັບການຈັດຕັ້ງປະຕິບັດວຽກງານປະຈຳປີ 202 1 ແລະ ທິດທາງແຜນການ ປະຈຳປີ 2022; ຮັບ ຮອງເອົາບົດລາຍງານ ຂອງຄະນະປະຈຳ ສະພາປະຊາຊົນແຂວງ ກ່ຽວກັບການ ຈັດຕັ້ງປະຕິບັດວຽກງານ ປະຈຳປີ 202 ແລະ ທິດທາງແຜນການປະຈໍາປີ 2022 ຂອງສະພາປະຊາຊົນແຂວງ; ໄດ້ຮັບຟັງການປະກອບຄຳເຫັນ ຂອງແນວລາວສ້າງຊາດແຂວງ ຕໍ່ການຈັດຕັ້ງປະຕິບັດວຽກງານປະຈຳປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ຂອງສະພາປະຊາ ຊົນແຂວງ ຊຸດທີ II. ໃນວາລະດຳເນີນກອງປະຊຸມ ອົງການປົກຄອງແຂວງ ໄດ້ຊີ້ແຈງບາງບັນຫາ ຕໍ່ກັບຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນແຂວງ ກ່ຽວກັບບັນຫາຂອງສັງຄົມ, ພ້ອມນີ້ ໄດ້ຮັບການປະກອບຄໍາຄິດ, ຄຳເຫັນ ແລະຄໍາສະເໜີ ຂອງປະຊາຊົນບັນດາເຜົ່າ ຜ່ານໂທລະສັບສາຍດ່ວນ ຈຳນວນ 13 ສາຍ, ມີ 17 ເລື່ອງ. ເຊິ່ງພົວພັນເຖິງການຄຸ້ມຄອງບໍລິຫານລັດ, ການພັດທະນາເສດຖະ ກິດ-ສັງ ຄົມ, ການພັດທະນາທີ່ມີຜົນກະທົບຕໍ່ສັງຄົມ ແລະສິ່ງແວດ ລ້ອມ ເຊີ່ງຄະນະຮັບຜິດຊອບກອງປະຊຸມ ຈະໄດ້ສັງລວມ ເພື່ອສົ່ງໃຫ້ບັນດາຄະນະກຳມະການຂອງສະພາປະຊາຊົນແຂວງ ປະ ສານສົມທົບ ກັບ ບັນດາພະແນກການແລະ ອົງການທີ່ກ່ຽວຂ້ອງຄົ້ນຄວ້າແກ້ໄຂ ໃຫ້ຖືກຕ້ອງຕາມນິຕິກໍາ ແລະກົດໝາຍ ທັງສອດ ຄ່ອງກັບສະພາບຄວາມເປັນຈິງ.
ໂອກາດນີ້ ທ່ານ ນາງ ແກ້ວລາ ມະນີຈິດ ໄດ້ຮຽກຮ້ອງໃຫ້ພາກ ສ່ວນກ່ຽວຂ້ອງ ພ້ອມກັນສືບຕໍ່ນຳເອົາຜົນສໍາເລັດຂອງກອງປະຊຸມ ໄປຈັດຕັ້ງປະຕິບັດ ແລະຜັນຂະ ຫຍາຍເຂົ້າສູ່ວຽກງານຕົວຈິງ ເພື່ອປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະສ້າງສາພັດ ທະນາປະເທດຊາດ ກໍຄືພັດທະ ນາແຂວງຫຼວງພະບາງ ໃຫ້ຈະ ເລີນກ້າວຂຶ້ນໄປ.
ຂ່າວ: ອຸ່ນເຮືອນ ສີລັດຕະນະ