ຄໍາເກີດ ເປັນເມືອງພູດອຍຂອງແຂວງບໍລິຄໍາໄຊ ທີ່ມີເສັ້ນທາງເລກ 8 A ຜ່ານໄປສູ່ປະເທດຫວຽດນາມ. ປະຊາຊົນພາຍໃນເມືອງສ່ວນຫຼາຍມີອາຊີບການປູກຝັງ-ລ້ຽງສັດເປັນແຫຼ່ງລາຍຮັບສໍາຄັນຂອງຄອບຄົວ, ໂດຍອີງໃສ່ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງວາງອອກ, ບວກກັບຈຸດພິເສດ, ທ່າແຮງ, ໂອກາດ, ມູນເຊື້ອຄວາມດຸໝັ່ນຂະຫຍັນພຽນຂອງປະຊາຊົນພາຍໃນເມືອງ ເຮັດໃຫ້ຫລາຍຄອບຄົວຢຶດຖືອາຊີບການປູກ-ການລ້ຽງເປັນອາຊີບຕົ້ນຕໍ ໂດຍອີງໃສ່ທ່າແຮງທີ່ເໝາະສົມຂອງຄອບຄົວຕົົນເອງ ເພື່ອຄໍ້າປະກັນສະບຽງອາຫານໃນລະດັບຄອບຄົວ ແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ກ້າວໄປສູ່ລົບລ້າງຄວາມທຸກຍາກ.
ຄອບຄົວ ນາງຮິບ ພະມີໄຊ ປັດຈຸບັນຢູ່ບ້ານດອນຊາດ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ແມ່ນຄອບຄົວໜຶ່ງທີ່ໄດ້ຢຶດຖືເອົາການກະສິກໍາ ເປັນແຫຼ່ງລາຍຮັບຕົ້ນຕໍຂອງຄອບຄົວ ເຊັ່ນ: ປູກມັນຕົ້ນ, ລ້ຽງງົວ ແລະ ເຮັດນາ. ແຕ່ຍ້ອນເຫັນວ່າການລ້ຽງແບ້ອາດເປັນອີກທ່າແຮງໜຶ່ງໃນການສ້າງລາຍຮັບໃຫ້ແກ່ຄອບຄົວເພາະວ່າແບ້ກິນອາຫານໜ້ອຍ, ແຜ່ພັນດີ, ໄດ້ຂາຍໄວ, ຄວາມຕ້ອງການຂອງຕະຫຼາດເພີ່ມຂຶ້ນ, ໄດ້ລາຄາດີ ແລະ ມີພໍ່ຄ້າມາເລາະຊື້ປົກກະຕິແຕ່ບໍ່ມີແບ້ຂາຍໃຫ້ຢ່າງພຽງພໍ ຈຶ່ງເຮັດໃຫ້ເກີດມີແຮງຈູງໃຈຢາກທົດລອງລ້ຽງແບ້.
ນາງ ຮິບ ພະມີໄຊ ເວົ້າໃຫ້ຟັງວ່າ: ໃນເບື້ອງຕົ້ນໄດ້ຮັບເອົາແບ້ຈໍານວນ 4 ໂຕ ໃນນັ້ນແບ້ແມ່ 3 ໂຕ ແລະແບ້ຜູ້ 1 ໂຕ ຈາກຄອບຄົວພໍ່ເຖົ້າມາລ້ຽງເພື່ອປັນລູກກັນເລີ່ມແຕ່ປີ 2017. ຜ່ານການລ້ຽງແບ້ໄດ້ໜຶ່ງປີຈໍານວນແບ້ໄດ້ເພີ່ມຂຶ້ນ ແລະເຫັນວ່າມີຄວາມເປັນໄປໄດ້ທີ່ຈະເພີ່ມຈໍານວນແບ້ຂຶ້ນຕື່ມ ຈຶ່ງຕັດສິນໃຈຊື້ແບ້ແມ່ເຂົ້າມາຕື່ມອີກ 9 ໂຕ ລວມແບ້ທີ່ມີທັງໝົດ25 ໂຕ ມາຮອດທ້າຍປີ 2020 ມີແບ້ທັງໝົດ 58 ໂຕ, ແຕ່ບັນຫາທີ່ພົບໃນໄລຍະນັ້ນແມ່ນບໍ່ມີທົ່ງຫຍ້າ, ປ່ອຍແບ້ໄປຕາມທໍາມະຊາດ, ຄອກແບ້ຕໍ່າບໍ່ຖືກຕາມເຕັກນິກ, ການຮັກສາສຸຂະພາບແບ້ບໍ່ໄດ້ດີເທົ່າທີ່ຄວນ, ບໍ່ໄດ້ໃຫ້ກ້ອນແຮ່ທາດ, ບໍ່ໄດ້ມີການຄັດເລືອກພໍ່ແມ່ພັນ ປັດໄຈສໍາຄັນແມ່ນບໍ່ທັນມີບົດຮຽນໃນການລ້ຽງ ແລະຮັກສາສຸຂະພາບແບ້ ເຮັດໃຫ້ແບ້ນ້ອຍເກີດມາບໍ່ແຂງແຮງ, ຖອກທ້ອງ, ແບ້ຕາຟາງ(ບໍ່ເຫັນຮຸ່ງ) ທ້ອງເບັງ, ເປັນໄອ ແລະອື່ນໆທີ່ບໍ່ສາມາດແກ້ໄຂໄດ້ເຮັດໃຫ້ອັດຕາການຕາຍຂອງແບ້ສູງ ຈຶ່ງເຮັດໃຫ້ປະສິດທິພາບຂອງການລ້ຽງແບ້ໃນໄລຍະນັ້ນບໍ່ໄດ້ດີເທົ່າທີ່ຄວນ.
ມາຮອດຕົ້ນປີ 2021 ມີໂຄງການຄົ້ນຄວ້າ ແລະ ສົ່ງເສີມການລ້ຽງແບ້ ຈາກຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບກົມສົ່ງເສີມກະສິກໍາ ແລະສະຫະກອນ ແລະຫ້ອງການກະສິກໍາ ແລະປ່າໄມ້ ເມືອງຄໍາເກີດ ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມາຈາກ ອົງການພັດທະນາສາກົນປະເທດສະວີເດັນ (ຊີດາ Sida) ພາຍໃຕ້ແຜນງານຄໍ້າປະກັນສະບຽງອາຫານ 2030 ຫຼື ອາກະໂຣໂຟຊີ (AgroFOSE 2030) ໄດ້ລົງໄປຈັດຕັ້ງກຸ່ມລ້ຽງແບ້ ແລະໃຫ້ຄວາມຮູ້ໂດຍການຝຶກອົບຮົມພື້ນ ຖານເຕັກນິກການລ້ຽງ, ການປູກຫຍ້າ, ການຮັກສາສຸຂະພາບແບ້ ແລະການເຮັດກ້ອນແຮ່ທາດ ເຮັດໃຫ້ຄອບຄົວ ນາງ ຮິບ ມີຄວາມສົນໃຈ ແລະສະໝັກໃຈເຂົ້າຮ່ວມການຝຶກອົບຮົມ ພ້ອມດຽວກັນນັ້ນຜູ້ກ່ຽວຍັງໄດ້ຖືກແຕ່ງຕັ້ງເປັນຄະນະກຸ່ມອີກດ້ວຍ.
ພາຍຫຼັງໄດ້ເຂົ້າຮ່ວມການຝຶກອົບຮົມສໍາເລັດ ໂດຍສົມທຽບໃສ່ການລ້ຽງແບ້ທີ່ຜ່ານມາເຫັນວ່າຄອບຄົວນາງ ຮິບ ຕ້ອງໄດ້ປັບປຸງ ແລະປ່ຽນແປງໃນຫຼາຍດ້ານ ເພື່ອໃຫ້ຖືກຕ້ອງຕາມເຕັກນິກ ເຊິ່ງນາງ ຮິບ ແລະຄອບຄົວບໍ່ໄດ້ລັ່ງເລໃຈ ຈຶ່ງຕັດສິນໃຈແກ້ໄຂດ່ວນເປັນຕົ້ນການປຸກຄອກແບ້ໃໝ່ ໃຫ້ມີຄວາມສູງຈາກໜ້າດິນປະມານ 1,50 ແມັດ ແລະຂະໜາດຄອກໃຫ້ມີຄວາມເໝາະສົມກັບຈໍານວນແບ້ຄືສະເລ່ຍແບ້ 1 ໂຕຕໍ່ເນື້ອທີ່ 1 ຕາແມັດ, ຈັດຄອກໃຫ້ມີຄອກເກີດລູກ, ຄອກພໍ່ພັນ, ປັບປຸງພື້ນຄອກຈາກເຄີຍໃຊ້ໄມ້ແປ້ນປ່ຽນມາເປັນນໍາໃຊ້ໄມ້ດີ້ວ, ເພື່ອໃຫ້ອາຈົມແບ້ຕົກລົງສູ່ພື້ນ(ບໍ່ໃຫ້ອາຈົມຄ້າງຢູ່ໃນຄອກ) ອະນາໄມຄອກ ແລະຂ້າເຊື້ອຄອກໂດຍການຫວ່ານປູນຂາວເປັນປົກກະຕິ,ໄດ້ສ້າງທົ່ງຫຍ້າ 2 ໄລ່ໂດຍໄດ້ຮັບການສະໜັບສະໜູນແກ່ນຫຍ້າຈາກໂຄງການ, ໄດ້ສັກຢາບໍາລຸງໃຫ້ແບ້ນ້ອຍ ແລະແບ້ແມ່ພັນ, ຂ້າແມ່ກາຝາກໃຫ້ແບ້, ມີການຊື້ພໍ່ພັນເຂົ້າມາປ່ຽນແທນ,ໄດ້ຄັດເລືອກແມ່ພັນໂຕທີ່ລ້ຽງລູກດີ ແລະຮູບຮ່າງໃຫຍ່ ເອົາໃຈໃສ່ເບີ່ງແຍງເວລາແບ້ເກີດລູກໃຫ້ດີໃນໄລຍະສອງອາທິດເພື່ອໃຫ້ແບ້ນ້ອຍແຂງແຮງ, ເວລາລະດູໜາວ ຫຼື ມີລົມພັດແຮງກໍຕ້ອງໄດ້ຊື້ຜ້າມາອ້ອມຄອກເພື່ອບັງລົມບໍ່ໃຫ້ເຂົ້າໄປໃນຄອກແບ້ຫຼາຍ. ເວລາຜ່ານໄປ 3 ເດືອນເຫັນວ່າແບ້ມີສຸຂະພາບແຂງແຮງ, ຕຸ້ຍດີ, ຂົນກ້ຽງເຫຼືອມ ແລະບໍ່ມີບັນຫາຄືກັບເວລາທີ່ບໍ່ທັນໄດ້ຮັບການຝຶກອົບຮົມ.
ຍ້ອນຄວາມດຸໝັ່ນຂະຫຍັນພຽນ ແລະມີຄວາມຮັກມັກໃນການລ້ຽງແບ້ ນາງ ຮິບ ໄດ້ເອົາໃຈໃສ່ຕິດຕາມ, ເບິ່ງແຍງແບ້ ແລະປະຕິບັດຕາມເຕັກນິກທຸກຢ່າງ ເຮັດໃຫ້ຈໍານວນແບ້ເພີ່ມຂຶ້ນ ແລະໄດ້ຂາຍແບ້ອອກແຕ່ລະໄລຍະ ເຊິ່ງມີລາຍຮັບຈາກການລ້ຽງແບ້ ນັບແຕ່ປີ 2021 ເປັນຕົ້ນມາຮອດເດືອນ 4 /2024 ໄດ້ຂາຍແບ້ທັງໝົດ 107 ໂຕ ຄິດເປັນເງິນ 108,000,000 ກີບ(ໜຶ່ງຮ້ອຍແປດລ້ານກີບ) ນອກຈາກນັ້ນຍັງໄດ້ບໍລິໂພກພາຍໃນຄອບຄົວອີກຈໍານວນ 25 ໂຕ ເຊິ່ງສະແດງໃຫ້ເຫັນຜົນໄດ້ຮັບຂອງການນໍາໃຊ້ເຕັກນິກໃໝ່ເຂົ້າໃນການລ້ຽງແບ້.
ພໍ່ພຽງແຕ່ເທົ່ານັ້ນ ຍ້ອນມີຄວາມຕັ້ງໃຈຢາກເອົາການລ້ຽງແບ້ເປັນແຫຼ່ງລາຍຮັບທີ່ສໍາຄັນຕົ້ນຕໍ ບວກໃສ່ກັບທ່າແຮງດ້ານອາຫານທີ່ມີໃນທ້ອງຖິ່ນ ແລະໂອກາດດ້ານການຕະຫຼາດທີ່ຕ້ອງການ. ຄອບຄົວ ນາງ ຮິບ ຈຶ່ງນໍາໃຊ້ທຶນທີ່ທ້ອນໂຮມມາໄດ້ຈາກການຂາຍແບ້ໃນແຕ່ລະປີສ້າງຮົ້ວອ້ອມພື້ນທີ່ລ້ຽງແບ້ຈໍານວນ 4 ເຮັກຕາສໍາເລັດ ແລະໄດ້ປູກຫຍ້າຫຼາຍຊະນິດຈໍານວນ 15 ໄລ່ ເພື່ອຮັບປະກັນໃຫ້ມີອາຫານສໍາລັບແບ້ຢ່າງພຽງພໍ. ນອກຈາກນັ້ນ, ຍັງໄດ້ນໍາໃຊ້ໃບມັນຕົ້ນທີ່ມີຢ່າງຫຼວງຫຼາຍໃນເຂດດັ່ງກ່າວມາເຮັດໃບມັນຕົ້ນແຫ້ງ, ໃບມັນຕົ້ນໝັກເປັນອາຫານເສີມ ເພື່ອແກ້ໄຂການຂາດແຄນອາຫານຂອງແບ້ໃນລະດູແລ້ງ ແລະ ໃນປີ 2023 ຜ່ານມາສາມາດເຮັດໃບມັນຕົ້ນບົ່ມໄດ້ 1,200 ກິໂລ.
ຢ່າງໃດກໍຕາມ ຄອບຄົວ ນາງ ຮິບ ຍັງພົບບັນຫາໂດຍສະເພາະຍັງຂາດແຮງງານເພາະວ່າໃນຄອບຄົວມີແຕ່ຜົວ, ເມຍ ແລະລູກນ້ອຍໜຶ່ງຄົນ ວຽກການລ້ຽງແບ້ສ່ວນໃຫຍ່ຈຶ່ງເປັນພາລະຂອງເມຍຕ້ອງຮັບຜິດຊອບ, ສ່ວນຜູ້ເປັນຜົວແມ່ນເປັນພະນັກງານລັດ ຈຶ່ງມີເວລາຈໍາກັດແຕ່ໄດ້ນໍາໃຊ້ເວລາຕອນເລີກວຽກ ແລະວັນເສົາອາທິດຊ່ວຍວຽກຄອບຄົວ, ຍັງບໍ່ທັນມີລະບົບນໍ້າຮັບໃຊ້ຫົດທົ່ງຫຍ້າຢ່າງພຽງພໍ ຈຶ່ງເປັນສາເຫດໜຶ່ງທີ່ຍັງບໍ່ທັນສາມາດພັດທະນາການລ້ຽງແບ້ໄປສູ່ລະບົບຟາມໄດ້ເທື່ອ ແຕ່ຈະພະຍາຍາມສ້າງເປັນຟາມໃຫ້ໄດ້ໃນອະນາຄົດ.
ຜ່ານຈາກຂະບວນການຮຽນຮູ້ທິດສະດີຈາກການເຂົ້າຮ່ວມຝຶກອົບຮົມ ແລະນໍາໃຊ້ເຂົ້າສູ່ພາກປະຕິບັດຕົວຈິງ, ການລົງຕິດຕາມ ແລະແນະນໍາຢ່າງປົກກະຕິຂອງວິຊາການລ້ຽງສັດ ຈາກຫ້ອງການກະສິກໍາ ແລະປ່າໄມ້ເມືອງຄໍາເກີດ ເຮັດໃຫ້ຄອບຄົວນາງ ຮິບ ລ້ຽງແບ້ຖືກຕ້ອງຕາມເຕັກນິກ, ມີປະສິດທິຜົນດີ, ມີລາຍຮັບທີ່ເພີ່ງພໍໃຈ. ຍ້ອນແນວນັ້ນກຸ່ມລ້ຽງແບ້ບ້ານດອນຊາດ ແລະໂຄງການຄົ້ນຄວ້າ ແລະສົ່ງເສີມການລ້ຽງແບ້ຈຶ່ງຮັບຮອງວ່າ ຄອບຄົວນາງ ຮິບ ພະມີໄຊ ເປັນຄອບຄົວ “ ກ້າປັບປຸງ, ກ້າປ່ຽນແປງ, ກ້າເຮັດສິ່ງໃໝ໋ໆ ເພື່ອການລ້ຽງແບ້ໃຫ້ດີກວ່າເກົ່າ ແລະມີຜົນກໍາໄລ ”, ເປັນຄອບຄົວຕົວແບບ ເປັນບ່ອນຮຽນຮູ້ ແລະແລກປ່ຽນບົດຮຽນໃຫ້ແກ່ຊາວກະສິກອນຜູ້ທີ່ສົນໃຈຢາກພັດທະນາການລ້ຽງແບ້ ແລະທີ່ຜ່ານມາກໍໄດ້ມີຫຼາຍພາກສ່ວນໄດ້ໄປຢ້ຽມຢາມ ຖອດຖອນບົດຮຽນຜົນສໍາເລັດຕົວຈິງຂອງການລ້ຽງແບ້ ເພື່ອນໍາໄປເປັນບົດຮຽນໃນຂັ້ນຕໍ່ໄປ.
ຖ້າທ່ານໃດສົນໃຈບົດຮຽນໃນການລ້ຽງແບ້ເຂດພູດອຍ ສາມາດໂທລະສັບພົວພັນໄດ້ ທ່ານອິນຕາ ຈັນທະວົງ 020 91221338, ນາງ ຮິບ 0307746929, 02052205744.