ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທະນາຄານແຫ່ງ ສປປລາວ ໄດ້ອອກຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາຂອງທະນາຄານທຸລະກິດ ແລະຮ້ານແລກປ່ຽນເງິນຕາຕົວແທນ ສະບັບເລກທີ 449 ລົງວັນທີ 14 ມິຖຸນາ 2022 ເພື່ອປ່ຽນແທນສະບັບເກົ່າວ່າດ້ວຍການຊື້-ຂາຍເງິນຕາກັບມວນຊົນຂອງທະນາຄານທຸລະກິດ ແລະຮ້ານແລກປ່ຽນເງິນຕາ ສະບັບເລກທີ 109 ລົງວັນທີ 1 ກຸມພາ 2019.
ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ, ຫົວ ໜ້າກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປລາວ ແຈ້ງໃຫ້ຮູ້ໃນພິທີຖະແຫລງຂ່າວຕໍ່ສື່ມວນຊົນໃນມື້ວານນີ້ວ່າ: ຂໍ້ຕົກລົງສະບັບນີ້ປະກອບມີ 10 ມາດຕານໍາໃຊ້ເພື່ອຜັນຂະຫຍາຍເນື້ອໃນຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດຂອງລາວ, ຄຸ້ມຄອງການບໍລິການແລກປ່ຽນເງິນຕາຂອງທະນາ ຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແນໃສ່ເຮັດໃຫ້ການດຸ່ນດ່ຽງລະຫວ່າງຄວາມຕ້ອງການ ກັບການສະໜອງເງິນຕາຕ່າງປະເທດໃນສັງຄົມສອດຄ່ອງກັບກົດໝາຍ ແລະລະບຽບການກ່ຽວຂ້ອງຂອງລາວ, ແທດເໝາະກັບສະພາບເສດຖະກິດ ແລະປະກອບສ່ວນໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດ.
ຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາຂອງທະນາຄານທຸລະກິດ ແລະຮ້ານແລກປ່ຽນເງິນຕາຕົວແທນ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ, ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນທີ່ໄດ້ຮັບອະນຸຍາດບໍລິການແລກປ່ຽນເງິນຕາຢູ່ ລາວ ແລະສາມາດຂາຍເງິນຕາຕ່າງປະເທດໃຫ້ບຸກ ຄົນໄດ້ໃນວົງເງິນບໍ່ເກີນ 15.000.000 ກີບຕໍ່ຄົນຕໍ່ວັນ, ຊື່ງລູກຄ້າຕ້ອງລະບຸຈຸດປະສົງໃນການແລກປ່ຽນເງິນຕາຢ່າງຈະແຈ້ງ ພ້ອມທັງສຳເນົາບັດປະຈຳຕົວ ຫຼືສຳມະໂນຄົວ ຫຼືໜັງສືຜ່ານແດນໄວ້ເປັນຫຼັກຖານ, ຮ້ານແລກປ່ຽນເງິນຕາຕົວແທນສາມາດຂາຍເງິນຕາຕ່າງປະເທດໃຫ້ແກ່ບຸກຄົນເທົ່ານັ້ນ ແລະບໍ່ສາມາດຂາຍເງິນ ຕາຕ່າງປະເທດໃຫ້ແກ່ນິຕິບຸກຄົນ; ວົງເງິນສູງສຸດທີ່ສາມາດຂາຍໄດ້ທັງໝົດຕໍ່ວັນບໍ່ເກີນທຶນຈົດທະບຽນ ແລະມີພຽງທະນາຄານທຸລະກິດເທົ່ານັ້ນ ທີ່ສາມາດຂາຍເງິນຕາຕ່າງປະເທດໃຫ້ນິຕິບຸກຄົນ ແລະການຈັດຕັ້ງພາຍໃນ ແລະຕ່າງປະເທດທີ່ມີຈຸດປະສົງເພື່ອຊຳລະສະສາງກັບຕ່າງປະເທດ, ການຂາຍເງິນຕາຕ່າງປະເທດທຸກຄັ້ງ ທະນາຄານທຸລະກິດຕ້ອງໃຫ້ລູກຄ້າປະກອບເອກະສານທີ່ກ່ຽວຂ້ອງຕາມແຕ່ລະເປົ້າໝາຍຢ່າງຖືກຕ້ອງ ແລະຄົບຖ້ວນ ເພື່ອສະເໜີຂໍຊື້ເງິນຕາຕ່າງປະເທດ.
ເງິນຕາຕ່າງປະເທດທີ່ນິຕິບຸກຄົນ ແລະ ການຈັດຕັ້ງ ໄດ້ຈາກການຊື້ນຳທະນາຄານທຸລະກິດ ຕ້ອງໂອນເຂົ້າບັນຊີເງິນຝາກຂອງຕົນ ເພື່ອຊຳລະສະສາງກັບຕ່າງປະເທດ ສອດຄ່ອງຕາມເງື່ອນໄຂທີ່ໄດ້ມີການສະເໜີຂໍຊື້ເງິນຕາຕ່າງປະເທດເທົ່ານັ້ນ.
No photo description available.