ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມເຜີຍແຜ່ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດໄດ້ຈັດຂຶ້ຍໃນຕອນເຊົ້າວັນທີ 30 ພຶດສະພາ 2023 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໂດຍມີ ບັນດາຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຈາກບັນດາກະຊວງ ແລະ ຕາງໜ້າຈາກທະນາຄານທຸລະກິດ ເຂົ້າຮ່ວມ.
ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ໃຫ້ຮູ້ວ່າ : ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ໂດຍຜັນຂະຫຍາຍເນື້ອໃນຈິດໃຈຂອງມະຕິກອງປະຊຸມຂອງສະພາແຫ່ງຊາດ ສະບັບເລກທີ 56/ສພຊ, ລົງວັນທີ 08 ກໍລະກົດ 2022, ມະຕິຂອງລັດຖະບານ ເພື່ອຜັນຂະຫຍາຍເນື້ອໃນວາ ລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ (ປີ 2021 – 2023) ໂດຍສະເພາະວຽກຈຸດສຸມທີ 04 ສ້າງສະເຖຍລະພາບດ້ານເງິນຕາ ຊຶ່ງນະໂຍບາຍດັ່ງກ່າວ ໄດ້ຮັບການຮັບຮອງ ແລະ ເຫັນດີຈາກລັດຖະບານ ຕາມມະຕິຕົກລົງຂອງ ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນ ມີນາ 2023 ແລະ ມອບໃຫ້ ທຫລ ເປັນເຈົ້າການຊີ້ນຳໃນການຈັດຕັ້ງປະຕິບັດ ຕາມແຈ້ງການສະບັບເລກທີ 790/ຫສນຍ ລົງວັນທີ 08 ພຶດສະພາ 2023 ແລະ ເພື່ອຮັບປະກັນຂອດຈັດຕັ້ງປະຕິບັດໂຄງການດັ່ງກ່າວ ເປັນເອກະພາບກັນໃຫ້ມີປະສິດທິຜົນສູງສຸດ ແລະ ໃຫ້ນະໂຍບາຍສິນເຊື່ອ ກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ
ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ມີເປົ້າໝາຍສຸມໃສ່ຂະແໜງການຜະລິດ, ການຄ້າ ແລະ ການບໍລິການ ທີ່ເປັນປາຍແຫຼມ ເພື່ອທົດແທນການນໍາເຂົ້າ – ສົ່ງເສີມການຜະລິດເພື່ອສົ່ງອອກ, ສ້າງວຽກເຮັດງານທຳ ແລະ ປະກອບສ່ວນ ເຂົ້າໃນການຮັກສາສະຖຽນລະພາບມະຫາພາກ ດ້ານການເງິນ-ເງິນຕາ ໃຫ້ເຂັ້ມແຂງ ແລະ ການພັດທະນາເສດຖະກິດ ໃຫ້ມີການຂະຫຍາຍຕົວແບບຍືນຍົງ, ແນໃສ່ສ້າງເງື່ອນໄຂໃຫ້ຫົວໜ່ວຍທຸລະກິດ (ຈຸລະວິສາຫະກິດ, ວິສາ ຫະກິດຂະໜາດນ້ອຍ, ກາງແລະ ວິສາຫະກິດຂະໜາດໃຫຍ່ຈຳນວນໜຶ່ງ) ໃນຂະແໜງບູລິມະສິດຂອງລັດ ສາມາດເຂົ້າຫາແຫຼ່ງທຶນທີ່ມີຕົ້ນທຶນເໝາະສົມໃນການສ້າງ, ຂະຫຍາຍ ແລະ ປັບປຸງຖານການຜະລິດ-ປຸງແຕ່ງ, ບໍລິການການຄ້າຂອງຕົນ ທັງຮັບປະກັນການຜະລິດສະໜອງສະບຽງອາຫານ ແລະ ເຄື່ອງອຸປະໂພກ-ບໍລິໂພກພາຍໃນ.
ຜ່ານການຄົ້ນຄວ້າ ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ໄດ້ແບ່ງອອກເປັນ 2 ນະ ໂຍບາຍ ສະເພາະຄື: ນະໂຍບາຍສິນເຊື່ອ ຖົມຂຸມດອກເບ້ຍ ແລະ ນະໂຍບາຍສິນເຊື່ອ ກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ, ເປົ້າໝາຍຂະແໜງບູລິມະສິດ ທີ່ຈະໄດ້ຮັບນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດນີ້ ຕ້ອງເປັນຂະແໜງການທີ່ຜ່ານການຢັ້ງຢືນຈາກພາກສ່ວນກ່ຽວຂ້ອງຂອງລັດ ເຊັ່ນ: ຂະ ແໜງກະສິກຳ-ປ່າໄມ້: ການປູກຝັງ, ການລ້ຽງສັດ ແລະ ການປຸງແຕ່ງຜະ ລິດຕະພັນກະສິກຳ ທີ່ຄຸ້ມຄອງໂດຍ ຂະແໜງກະສິກຳ-ປ່າໄມ້, ອຸດສາຫະກຳ-ປຸງແຕ່ງ: ປຸງແຕ່ງອາຫານ ແລະ ເຄື່ອງດື່ມ, ເຄມີອຸດສາຫະກຳ ແລະ ເຄື່ອງໃຊ້ປະຈໍາວັນແລະ ເຄື່ອງຫຸ້ມຫໍ່, ບໍລິການ-ທ່ອງທ່ຽວ ແລະ ຫັດຖະກຳ, ການຄ້າ: ທຸລະກິດທີ່ຕິດພັນການສົ່ງອອກເປັນຕົ້ນແມ່ນ ການເກັບຊື້ສິນຄ້າກະສິກໍາ, ການຂົນສົ່ງ-ຄ່ຽນຖ່າຍສິນຄ້າສົ່ງອອກ ແລະ ການຄ້າ-ການບໍລິການ ປິ່ນອ້ອມ.