ທະນາຄານໂລກ ຊີ້ການຟື້ນຟູເສດຖະກິດຢູ່ພາກພື້ນອາຊີຕາເວັນອອກ ແລະ ປາ ຊີຟິກ ໄດ້ຖືກຈໍາກັດຈາກບັນຫາການແຜ່ລະບາດຂອງພະຍາດໂຄ ວິດ-19 ສາຍພັນເດວຕ້າ ເປັນຜົນເຮັດໃຫ້ຄົວເຮືອນ ແລະ ວິສາຫະກິດ ຍັງຄົງສືບຕໍ່ຜະເຊີນສະພາບຄວາມຫຍຸ້ງຍາກ ເຊິ່ງໜ້າຈະເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດຊ້າລົງ.
ນອກນັ້ນ, ທະຄານໂລກຍັງປັບຫຼຸດການຂະຫຍາຍຕົວຂອງເສດຖະກິດ ສປປ ລາວ ໃນປີ 2021 ຈາກ 4,0% ຂອງການຄາດໃນເດືອນເມສາ ມາເປັນ 2,2% ຈາກການຄາດຄະເນຄັ້ງຫຼ້າສຸດ (ເດືອນກັນຍາ) ຈາກຜົນກະທົບຂອງບັນຫາການແຜ່ລະ ບາດຂອງພະຍາດໂຄວິດ-19 ຮອບໃໝ່. ແຕ່ປີ 2022 ທະນາຄານໂລກຄາດວ່າເສດຖະກິດ ຈະຂະຫຍາຍຕົວ4,5% ເພີ່ມຂຶ້ນຈາກ4,0% ຂອງການຄາດຄະເນໃນເດືອນເມສາ.
ທ່ານ ມານູແອວລາ ເຟີໂຣ (Manuela Ferro) ຮອງປະທານທະນາຄານໂລກ ທີ່ີຮັບຜິດຊອບພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ກ່າວວ່າ: ບັນຫາການລະບາດຂອງພະຍາດໂຄວິດ-19 ທີ່ທົ່ວໂລກກໍາລັງພົບຄວາມຫຍຸ້ງຍາກ, ແຕ່ກໍລະນີການຕິດເຊື້ອທີ່ເພີ່ມສູງຂຶ້ນໃນປີ 2021 ໄດ້ເຮັດໃຫ້ໂອກາດຂະຫຍາຍຕົວຂອງເສດຖະກິດພາກພື້ນນີ້ຫຼຸດລົງ. ຢ່າງໃດກໍຕາມ, ພາກພື້ນນີ້ ເຄີຍຜ່ານພົ້ນວິກິດຕ່າງໆໃນໄລຍະຜ່ານມາໄດ້ຢ່າງເຂັ້ມແຂງມາກ່ອນ, ສະນັ້ນ ດ້ວຍນະໂຍບາຍທີ່ຖືກຕ້ອງ, ພາກພື້ນນີ້ ຈະສາມາດຟື້ນຕົວໄດ້ອີກຄັ້ງ.
ອີງຕາມຂໍ້ສະຫລຸບໃນບົດລາຍງານດັ່ງກ່າວ ເຫັນວ່າ: ຄວາມເສຍຫາຍທີ່ເກີດຈາກການເພີ່ມຂຶ້ນ ແລະ ການສືບຕໍ່ລະ ບາດຂອງພະຍາດໂຄວິດ-19 ມີຄວາມເປັນໄປໄດ້ສູງທີ່ຈະກະທົບຕໍ່ການຂະ ຫຍາຍຕົວທາງດ້ານເສດຖະກິດ ແລະ ເຮັດໃຫ້ຄວາມບໍ່ສະເໝີພາບໃນສັງຄົມເພີ່ມສູງຂຶ້ນໃນໄລຍະຍາວ. ຄວາມຫຼົ້ມເຫຼວຂອງບັນດາວິສາຫະກິດທີ່ສາມາດດໍາເນີນທຸລະກິດໄດ້ ຫາກບໍ່ຜະເຊີນກັບສະພາບເງື່ອນໄຂປັດຈຸບັນ ເປັນຜົນເຮັດໃຫ້ເກີດການສູນເສຍຊັບສິນທີ່ມີຄຸນຄ່າ.
ສ່ວນວິສາຫະກິດທີ່ຢູ່ລອດກໍພາກັນເລື່ອນ ການລົງທຶນໃສ່ການຜະລິດ. ສໍາລັບວິສາຫະກິດຂະໜາດນ້ອຍ ແມ່ນພາກສ່ວນທີ່ຖືກກະທົບໜັກທີ່ສຸດ. ຂະນະທີ່, ວິສາຫະກິດຫຼາຍແຫ່ງຜະເຊີນຄວາມຫຍຸ້ງຍາກ, ວິສາຫະກິດຂະໜາດໃຫຍ່ໜ້າຈະຜະເຊີນກັບການຫຼຸດລົງຂອງຍອດຂາຍ ຫຼື ລາຍໄດ້ ແລະ ເປັນໄປໄດ້ສູງທີ່ເຂົາເຈົ້າຈະໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ.
ທ່ານ ອາດິດຢາ ມັດທູ (Aaditya Mattoo) ຫົວໜ້ານັກເສດຖະສາດ ທະນາຄານໂລກປະຈໍາພາກພື້ນອາຊີຕາເວັນອອກແລະປາຊີຟິກ ກ່າວວ່າ: “ການເລັ່ງສັກວັກແຊັງ ແລະ ການກວດຫາເຊື້ອ ເພື່ອຄວບຄຸມການຕິດຕໍ່ຂອງພະຍາດໂຄວິດ-19 ຈະສາ ມາດຟື້ນຟູກິດຈະກໍາເສດຖະກິດໃຫ້ແກ່ບັນດາປະເທດ ທີ່ກໍາລັງຜະເຊີນສະພາບຄວາມຫຍຸ້ງຍາກທາງເສດຖະກິດໄດ້ໄວສຸດພາຍໃນ 6 ເດືອນຕົ້ນປີຂອງປີ 2022 ແລະ ສາມາດເຮັດໃຫ້ອັດຕາການຂະຫຍາຍຕົວຂອງເຂດຖະກິດ ເພີ່ມເປັນສອງທົບໄດ້ໃນປີໜ້າ”. ພ້ອມນີ້ ທ່ານຍັງໄດ້ກ່າວຕື່ມອີກ່ວາ: ແຕ່ໃນໄລຍະຍາວ, ມີພຽງແຕ່ການປະຕິຮູບລວງເລິກເທົ່ານັ້ນ ທີ່ຈະສາມາດປ້ອງກັນບໍ່ໃຫ້ເກີດສະພາບເສດຖະກິດຂະຫຍາຍຕົວຊ້າ ແລະ ບໍ່ໃຫ້ຄວາມສະເໝີພາບໃນສັງຄົມເພີ່ມຂຶ້ນ, ເຊິ່ງເປັນຮູບການປະສົມປະສານການປະຕິຮູບແກ້ໄຂບັນຫາສອງສົ້ນ ທີ່ຍັງບໍ່ທັນປະກົດໃຫ້ເຫັນເທື່ອຢູ່ໃນພາກພື້ນນີ້”.
ຢ່າງໃດກໍຕາມ, ພາກພື້ນດັ່ງກ່າວ ຍັງຈະຕ້ອງເພີ່ມຄວາມພະຍາຍາມຢ່າງເອົາຈິງເອົາຈັງໃນສີ່ດ້ານ ເພື່ອແກ້ໄຂພະຍາດໂຄວິດ-19 ໃນໄລຍະຍາວຄື:
1). ແກ້ໄຂບັນຫາຄວາມລັງເລບໍ່ໄປສັກວັກແຊັງ ແລະ ແກ້ທຸກຂໍ້ຈໍາກັດດ້ານຄວາມສາມາດກະຈາຍວັກແຊັງໃຫ້ທົ່ວເຖິງ ເພື່ອປ້ອງກັນບໍ່ໃຫ້ເກີດສະພາບທີ່ບໍ່ສາມາດເພີ່ມຂອບເຂດການປົກຄຸມຂອງການສັກວັກແຊັງໄດ້;
2). ປັບປຸງການກວດຫາເຊື້ອ, ການຕິດຕາມ, ແລະ ການແຍກດ່ຽວ ເພື່ອຄວບຄຸມການຕິດເຊື້ອ;
3). ເພີ່ມການຜະລິດວັກແຊັງພາຍໃນພາກພື້ນ ເພື່ອຫຼຸດຜ່ອນການເອື່ອຍອີງໃສ່ການນໍາເຂົ້າວັກແຊັງຈາກພາກພື້ນອື່ນ;
4). ສ້າງຄວາມເຂັ້ມແຂງໃຫ້ລະບົບສາທາ ເພື່ອໃຫ້ສາມາດຮັບມືກັບການສືບຕໍ່ຂອງພະຍາດດັ່ງກ່າວ. ຈໍາເປັນຕ້ອງມີການຊ່ວຍ ເຫຼືອສາກົນ ເພື່ອສະໜັບສະໜູນຄວາມພະຍາຍາມພາຍໃນຂອງປະເທດ ໃນທັງສີ່ຂົງເຂດທີ່ໄດ້ກ່າວມານັ້ນ, ເວົ້າສະເພາະການຊ່ວຍເຫຼືອສາກົນໃຫ້ບັນດາປະເທດທີ່ມີຄວາມສາມາດຈໍາກັດ.
ບົດລາຍງານສະບັບນີ້, ໄດ້ລະບຸການເລັ່ງໝູນໃຊ້ເຕັກໂນໂລຊີ ໃນຖານະເປັນວິທີທາງແກ້ໄຂວິກິດດັ່ງກ່າວ ເຊິ່ງຈະເປັນການຊ່ວຍກະຕຸ້ນຜະລິດຕະພາບ, ເຮັດໃຫ້ທຸກຄົນເຂົ້າເຖິງການສຶກສາຮຽນຮູ້ ແລະ ຊ່ວຍຫັນປ່ຽນບັນດາການຈັດຕັ້ງຂອງລັດ. ນອກຈາກນີ້ແລ້ວ, ຍັງຈໍາເປັນຕ້ອງມີການປະຕິຮູບສົມທົບອື່ນໆປະກອບສ່ວນຊ່ວຍຍູ້ໜູນກັນໄປ. ການຊ່ວຍວິສາຫະກິດໃຫ້ມີທັກສະຄວາມສາມາດໝູນໃຊ້ເຕັກໂນໂລຊີໃນການດໍາເນີນທຸລະກິດຂອງເຂົາເຈົ້າ ຕ້ອງໄປຄຽງຄູ່ກັບການເປີດກວ້າງນະໂຍບາຍດ້ານການຄ້າ, ການລົງທຶນ, ແລະ ການສົ່ງເສີມການແຂ່ງຂັນທີ່ຈະສ້າງຄວາມເຂັ້ມແຂງໃຫ້ແຮງຈູງໃຈສໍາລັບວິສາຫະກິດຕ່າງໆ ໃຫ້ພາກັນໝູນໃຊ້ເຕັກໂນໂລຊີໃໝ່ໆ.
ພ້ອມນັ້ນ, ການຈັດຕັ້ງປະຕິບັດການປະຕິຮູບທີ່ແກ່ຍາວມາດົນໃນຂະແໜງສຶກສາ ເພື່ອປັບປຸງຄຸນນະພາບການສອນ ແລະ ຄວາມສອດຄ່ອງຂອງຫຼັກສູດການຮຽນການສອນ ຍັງຈະສາມາດຮັບປະກັນໃຫ້ຄົນໃນວົງກວ້າງສາມາດໄດ້ຮັບຜົນປະໂຫຍດຈາກເຕັກໂນໂລຊີໃໝ່ໆທີ່ຮັບໃຊ້ຂົງເຂດການຮຽນການສອນ.
————————————-
ຮຽບຮຽງຈາກ: [ເສດຖະກິດ-ການຄ້າ]
ພາບປະກອບ: (LaoVietBank)

