ໃນວັນທີ 23 ມີິນາ 2023 , ທີ່ແຂວງຫຼວງພະບາງ ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈຳກັດ ສາຂາຫຼວງພະບາງກໍ່ໄດ້ຈັດງານສົມມະນາຄຸນລູກຄ້າ ແລະ ສະ ເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 10 ປີ ຂອງ ສາຂາ ຂຶ້ນ ທີ່ພັດຕະຄານລ້ານຊ້າງ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ.
ເຂົ້າຮ່ວມງານສະເຫຼີມສະຫຼອງຄົບຮອບວັນສ້າງຕັ້ງໃນຄັ້ງນີ້ ມີບັນດາຕາງຫນ້າການນຳແຂວງ ແລະ ນະຄອນຫຼວງພະບາງໂດຍແມ່ນ ທ່ານນາງ ສີລິພອນ ສຸພັນທອງ – ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ແຂວງຫຼວງພະບາງ; ທ່ານ ວຽງທອງ ຫັດສະຈັນ ຄະນະປະຈຳພັກແຂວງ, ເລຂາພັກນະຄອນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເຂົ້າຮ່ວມ. ຕາງຫນ້າຝ່າຍທະນາຄານແຫ່ງ ສປປ ລາວ ສາຂາ ພາກເຫນືອ ປະຈຳແຂວງຫຼວງພະບາງ ແມ່ນ ທ່ານນາງ ພຸດດາວັນ ສິຣິສົມບັດ ຮອງຫົວຫນ້າທະນາຄານ ແຫ່ງ ສປປ ລາວ ສາຂາ ພາກເຫນືອ ປະຈຳແຂວງຫຼວງພະບາງ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ. ສ່ວນຕາງຫນ້າຝ່າຍ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳແຂວງຫຼວງພະບາງ ມີ ທ່ານ ຫງວຽນ ຮຸຍ ຮຸ່ງ ໃຫ້ກຽດເຂົ້າຮ່ວມ. ແລະ ທາງ ທະນາ ຄານ ຮ່ວມທຸລະກິດ ລາວ – ຫວຽດ ກໍ່ມີທ່ານ ຫງວຽນດຶກວູ໋ ຜູ້ອຳນວຍການໃຫຍ່ ພ້ອມດ້ວຍບັນດາຄະນະຜູ້ອຳນວຍການ, ຫົວຫນ້າຂອງບັນດາສາຂາ, ພະແນກ ແລະ ພະນັກງານທັງຫມົດຂອງສາຂາຫຼວງພະບາງເອງກໍ່ໄດ້ເຂົ້າຮ່ວມໃນພິທີ.
ໃນພິທີ, ທ່ານ ດິງຮຸ່ງ – ຫົວຫນ້າສາຂາ ຫຼວງພະບາງ ໄດ້ມີການສະຫຼຸບຄືນບັນດາຜົນງານ ການເຄື່ອນໄຫວ ຂອງ ສາຂາ ຜ່ານບັນດາ ຮູບພາບທີ່ພົ້ນເດັ່ນ ໃນຕະຫຼອດໄລຍະ 10 ປີ ຂອງການສ້າງຕັ້ງ ແລະ ການພັດທະນາ, ບັນດາຜົນງານທີ່ຍາດມາໄດ້ຂອງສາຂາ ແລະ ບັນດາເປົ້າຫມາຍທິດທາງ ຂອງ ສາຂາພາກເຫນືອໃນຕໍ່ຫນ້າ.
ຮັບຮູ້ໄດ້ບັນດາຄວາມພະຍາຍາມໃນຕະຫຼອດ 10 ປີ ຜ່ານມາ, ກັບບັນດາຜົນງານທີ່ຍາດມາໄດ້ຂອງ LaoVietBank ສາຂາ ຫຼວງພະບາງ ອຳນາດການປົກຄອງແຂວງຫຼວງພະບາງກໍ່ໄດ້ມອບໃບຍ້ອງຍໍໃຫ້ກັບສາຂາທີ່ມີຜົນງານດີເດັ່ນໃນການປະຕິບັດຫນ້າທີ່ວຽກງານວິຊາສະເພາະຕະຫຼອດໄລຍະ 10 ປີ (2013 – 2023); ໄດ້ຮັບໃບຍ້ອງຍໍຈາກກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາແຂວງ ຫຼວງພະບາງ ວ່າເປັນພາກສ່ວນທີ່ພົ້ນເດັ່ນໃນວຽກເຊື່ອມຕໍ່ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ – ລາວ ແລະ ໄດ້ຮັບໃບຍ້ອງຍໍຈາກ LaoVietBank ສຳນັກງານໃຫຍ່ວ່າເປັນຫົວຫນ່ວຍທີ່ປະກອບສ່ວນຢ່າງຕັ້ງຫນ້າຕະຫຼອດໄລຍະເວລາ 10 ປີເຂົ້າໃນການພັດທະນາ ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈຳກັດ.



