ວັນທີ 15 ສິງຫາ 2022, ວາລະສານ Global Banking & Finance Review (GBAF) ໄດ້ໃຫ້ກຽດມອບລາງວັນ Best Retail Bank Lao 2022 (ທະນາຄານສຳລັບລູກຄ້າລາຍຍ່ອຍທີ່ດີທີ່ສຸດໃນລາວ ປະຈຳປີ 2022) ໃຫ້ກັບທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈໍາກັດ (LaoVietBank). ນີ້ແມ່ນປີທຳອິດ ທີ່ LaoVietBank ເປັນທະນາຄານ ຫນຶ່ງດຽວໃນລາວທີ່ໄດ້ຮັບກຽດຮັບລາງວັນນີ້.
ວາລະສານ GBAF ກໍ່ໄດ້ຕີລາຄາສູງ ເຖິງຄວາມພະຍາຍາມ ຂອງ LaoVietBank ໃນການພັດທະນາລະບົບທະນາຄານ ສຳລັບລູກຄ້າລາຍຍ່ອຍ ຂອງ LaoVietBank ໃນໄລຍະທີ່ຜ່ານມາ. ເຊິ່ງລາງວັນດັ່ງກ່າວເປັນການຮັບຮູ້ເຖິງຄວາມພະຍາຍາມຂອງທະນາຄານ LaoVietBank ດ້ວຍການວາງທິດທາງໃນການນຳເອົາຜະລິດຕະພັນ ແລະ ການບໍລິການທະນາຄານທີ່ສະດວກ, ທັນສະໄໝ, ສະຫນິດສະຫນົມ, ເປັນມືອາຊີບ ແລະ ຈິງໃຈ ໃນການບໍລິການລູກຄ້າ.
Loading...