ໃນຕອນເຊົ້າວັນທີ 04 ກຸມພາ 2022 ນີ້. ບໍລິ ສັດ ທະວີຊັບ ເອັກເພຣດສ໌ ຈໍາກັດ ຫຼື ຊື່ຫຍໍ້ພາສາອັງກິດ THAVIXPRESS ໄດ້ເປີດ ທຸລະກິດຂົນສົ່ງດ່ວນ ຢ່າງເປັນທາງການ.
ຜູ້ບໍລິຫານບໍລິສັດ ທະວີຊັບ ເອັກເພຣດສ໌ ຈໍາກັດ ເປີດເຜີຍວ່າ: ເຫດຜົນທີ່ເປີດບໍລິສັດຂົນສົ່ງຍ້ອນເຫັນວ່າ: ເປັນໂອກາດທາງທຸລະກິດ ໂດຍສະເພາະໃນຊ່ວງການລະ ບາດຂອງພະຍາດໂຄວິດ-19 ເຊິ່ງເປັນໂອກາດໃຫ້ການຂົນສົ່ງສິນຄ້າມີການຂະຫຍາຍໂຕຫຼາຍຂຶ້ນ ຍ້ອນປະຊາຊົນບໍ່ສາມາດເດີນທາງໄປມາຫາສູ່ກັນໄດ້ສະດວກຄືເມື່ອກ່ອນ ທັງເປັນຊ່ອງທາງໜຶ່ງໃນການຊ່ວຍກະຈາຍສິນຄ້າໄປໃນທົ່ວປະເທດ, ທັງເປັນການຊ່ວຍສົ່ງເສີມສິນ ຄ້າຂອງລາວໄປຍັງປະເທດເພື່ອນບ້ານຫຼາຍຂຶ້ນ; ໂດຍສະເພາະແມ່ນການບໍລິການຂົນສົ່ງສິນຄ້າລາວ-ໄທ-ລາວ, ລາວ-ຫວຽດ-ລາວ, ລາວ-ຈີນ-ລາວ.
ຂະນະດຽວກັນ, ພວກເຮົາກໍມີທຸລະກິດໃນດ້ານທີ່ປຶກສາດ້ານການລົງທຶນ ແລະ ການຕະຫຼາດມາກ່ອນ ຈຶ່ງເຮັດໃຫ້ພວກເຮົາມີເຄືອຂ່າຍໃນດ້ານທຸລະກິດ ແລະ ການຄ້າໃນປະ ເທດເພື່ອນບ້ານ, ຈຶ່ງຖືເອົາໂອກາດດັ່ງກ່າວນີ້ ມາເປັນການສ້າງຖານລູກຄ້າ. ນອກນັ້ນ, ກໍຍັງມີກຸ່ມລູກຄ້າທີ່ເປັນສະຕາດອັບ ທີ່ຢາກເຮັດທຸລະກິດສ່ວນຕົວ ພວກເຮົາກໍໃຫ້ການສະໜັບສະໜູນເຕັມທີ່ ເຊັ່ນ: ມີບໍລິການໃຫ້ເຊົ່າສາງສິນຄ້າຟຣີໃນໄລຍະ 3 ເດືອນທຳອິດ, ມີທີມ PR, ທີມງານ Social Media ໄວ້ຊ່ອຍດັນການຂາຍຂອງຄູ່ຄ້າທີ່ມາຮ່ວມຝາກສົ່ງເຄື່ອງນໍາເຮົາ ແລະ ໂປຣໂມຊັນອື່ນໆ.
ສໍາລັບແຮງບັນດານໃຈໃນການສ້າງຕັ້ງບໍລິສັດຂຶ້ນມາ: ກໍຍ້ອນໄດ້ເຫັນໂອກາດທາງທຸລະກິດຂົນສົ່ງທີ່ມີໂອກາດເຕີບໂຕໃນອະນາຄົດ, ພວກເຮົາຈຶ່ງໄດ້ມີການສຶກສາຕະຫຼາດຢ່າງຈິງຈັງ ໂດຍມີການທົດລອງເປີດໃຫ້ບໍລິການຂົນສົ່ງສິນຄ້າຈາກໄທມາລາວ ໂດຍສະ ເພາະແມ່ນລູກຄ້າທີ່ສັ່ງຊື້ສິນຄ້າອອນລາຍ, ຜ່ານເວັບໄຊ Taobao.com, Alibaba, ROBINSON, Shopee, Watsons, Lazada ແລະ ອື່ນໆ ເຊິ່ງເປັນສິນຄ້າດີລາຄາເໝາະສົມຫາກທຽບໃສ່ກັບສິນຄ້າທີ່ມີຢູ່ພາຍໃນ ເຊັ່ນ: ເສື້ອຜ້າ, ເຄື່ອງສໍາອາງ, ອາໄຫຼ່ລົດຈັກ-ລົດໃຫຍ່, ເຄື່ອງຮັບໃຊ້ຄົວເຮືອນ, ເຄື່ອງຮັບໃຊ້ຫ້ອງການ, ສິນຄ້າອຸປະໂພກ-ບໍລິໂພກອື່ນໆ.
ຜູ້ບໍລິຫານຂອງບໍລິສັດຍັງໃຫ້ຮູ້ອີກວ່າ: ປີ 2022 ນີ້ ເປັນປີທີ່ພວກເຮົາເປີດໂຕຢ່າງເປັນທາງການ ແລະ ມີແຜນຈະເປີດຕົວແທນບໍລິການເພື່ອໃຫ້ຄວບຄຸມຢູ່ແຕ່ລະແຂວງ, ເມືອງ ແລະ ເຂດຈຸດສຸມບ້ານໃຫຍ່ໃນທົ່ວປະເທດ. ຄຽງຄູ່ກັນນັ້ນ, ເປົ້າໝາຍຫຼັກກໍເພື່ອພັດທະນາບໍລິສັດໃຫ້ເປັນຫຼາຍກວ່າການຂົນສົ່ງ, ທີ່ເປັນຜູ້ຢູ່ເບື້ອງຫຼັງ ແລະ ເພື່ອສະໜັບສະໜູນບັນດາຜູ້ປະກອບການ SME ໃຫ້ສາມາດຂະຫຍາຍຕະຫຼາດໃຫ້ໄດ້ຫຼາຍຂຶ້ນ, ງ່າຍຂຶ້ນ ແລະ ສະດວກຂຶ້ນ. ພາຍໃຕ້ຄຳຂວັນທີ່ວ່າ: “ບໍລິການດ້ວຍໃຈ ວ່ອງໄວຢ່າງເສືອ”.
ບໍລິສັດ ທະວີຊັບ ເອັກເພຣດສ໌ ຈໍາກັດ ມີສໍານັກງານໃຫຍ່ ຕັ້ງຢູ່ຖະໜົນອາຊຽນ, ບ້ານສີດຳດວນ, ເມືອງຈັນທະບູລີ, ນະຄອນຫຼວງ.
ທ່ານສາມາດຕິດຕໍ່ສອບຖາມຂໍ້ມູນ ແລະ ໃຊ້ບໍລິການໄດ້ທີ່ເບີ 020-88544168 ຫຼື Facebook page: ທະວີຊັບເອັກເພຣດສ໌ Thavi Xpress.

