ໃນວັນທີ 26 ພຶດສະພາ 2021 ນີ້, ກອງບັນຊາການທະ ຫານແຂວງຊຽງຂວາງ ໄດ້ຈັດພິທີປະກາດການ ແຕ່ງຕັ້ງຂັ້ນຄະນະຫ້ອງ, ພະແນກການ ແລະ ກົມກອງໃນກໍາລັງທ້ອງຖິ່ນຂື້ນກັບ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງ, ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພົນຈັດຕະວາ ຂັນທອງ ວົງອໍາຄາ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາກົມກອງ, ພະແນກການ ແລະ ພະນັກງານທີ່ໄດ້ຮັບການແຕ່ງຕັ້ງໃໝ່ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ວັນຕາ ສອນລິດທິເດດ, ຮອງຫົວໜ້າຫ້ອງການເມືອງ ໄດ້ຂື້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງເຕັກນິກ, ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວສະບັບປັບປຸງໃນພາກທີ 2 ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ-ຍົກຍ້າຍນາຍທະຫານ, ອີງຕາມທິດທາງປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ກະຊວງປ້ອງກັນປະເທດຕົກລົງ ແຕ່ງຕັ້ງສະຫາຍ ພັນໂທ ວົງພອນ ກ່ອງພາວັນ, ເປັນຮອງຫ້ອງເຕັກນິກ, ກອງບັນຊາການທະຫານແຂວງຊຽງຂວາງ, ແຕ່ງຕັ້ງສະຫາຍ ພັນໂທ ຄໍາຈັນ ໂຄດເມືອງຊຽງ, ເປັນຫົວໜ້າພະແນກຊາຍແດນ, ສະຫາຍພັນຕີ ແສງອາລຸນ ດວງພະຈັນ ເປັນຮອງພະແນກຊາຍແດນ, ນໍາສົ່ງສະຫາຍ ພັນໂທ ທະນູໄລ ຊໍເລຊາ ໄປຮັບໜ້າທີ່ຢູ່ຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ຖອນສະຫາຍ ພັນໂທ ສຸລິວັນ ມະຫາໄຊ, ໄປຮັບໜ້າທີ່ຢູ່ກອງບັນຊາການທະຫານແຂວງຊຽງຂວາງ, ແຕ່ງຕັ້ງສະຫາຍ ພັນໂທ ຄອນໄຊ ໄຊແສງແກ້ວ ເປັນຫົວໜ້າພະແນກຈັດຕັ້ງພັກ, ແຕ່ງຕັ້ງສະຫາຍ ພັນໂທ ສຸລິວັນ ມະຫາໄຊ ເປັນຫົວໜ້າພະແນກແຜນທີ່, ແຕ່ງຕັ້ງ ສະຫາຍພັນໂທ ສີໄພ ສີພັນທອງ ເປັນຫົວໜ້າພະແນກຄຸ້ມຄອງອາວຸດ-ກະສູນ, ສະຫາຍພັນຕີ ຄໍາສິງ ສິນພະວົງ ເປັນຮອງພະແນກ ບໍລິຫານ-ສັງລວມຫ້ອງເຕັກນິກ, ສະຫາຍ ພັນຕີ ຕຸ້ຍ ຄໍາດີ ເປັນຮອງພະແນກຄຸ້ມຄອງອາວຸດ-ກະສູນ, ສະຫາຍພັນຕີ ບຸນທະວີ ສີຫານົນ ເປັນຮອງພະແນກເຕັກນິກເຫຼົ່າຮົບ, ແຕ່ງຕັ້ງ ສະຫາຍ ພັນໂທ ວິໄລສຸກ ແກ້ວຄໍາມ່ວນ ເປັນຫົວໜ້າການທະຫານ ກອງພັນ 258, ສະຫາຍ ພັນຕີ ກູ້ຊາດ ແກ້ວປັນຍາ ເປັນຮອງການທະຫານ ກອງພັນ 258, ສະຫາຍ ພັນຕີ ບີຄໍາ ໄຊຍະສູງ ເປັນຮອງການທະຫານ ກອງພັນປັດໃຈ, ສະຫາຍ ພັນໂທ ຄໍາມອນ ສອນພັນໄຊ ເປັນຫົວໜ້າການທະຫານ ກອງພັນ 257, ສະຫາຍ ພັນຕີ ສົມບູນ ສໍສຸບັນ ເປັນຮອງການທະຫານ ກອງພັນ 257, ແລະ ຍົກຍ້າຍ ສະຫາຍ ພັນໂທ ຄໍາພາ ເພັດສະໄໝ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງເສນາທິການ. ນອກນີ້ກໍ່ຍັງໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງຊຽງຂວາງ ວ່າດ້ວຍການແຕ່ງຕັ້ງພະນັກງານນໍາພາ-ບັນຊາ ຢູ່ບັນດາກອງຮ້ອຍຕ່າງໆ ທີຂື້ນກັບກອງພັນ 257, ກອງພັນ 258 ແລະ ກອງພັນປັດໃຈ ອີກດ້ວຍ. ໃນໂອກາດເຂົ້າຮ່ວມພິທີໃນຄັ້ງນີ້ ສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງ ໄດ້ໂອລົມ ແລະ ໃຫ້ທິດຊີ້ນໍາ ຕໍ່ພະນັກງານທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ທີ່ພັກ-ລັດຂັ້ນເທິງ ແລະ ການຈັດຕັ້ງມອບໝາຍໃຫ້, ສຶບຕໍ່ປັບປຸງແບບແຜກໍ່ສ້າງກົມກອງ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ເຮັດວຽກເປັນໝູ່ຄະນະ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເພີ່ມທະວີຄວາມສາມັກຄີພາຍໃນ ໃຫ້ແໜ້ນແຟ້ນ ພາຍນອກໃຫ້ກ້ວງຂວງ, ເອົາໃຈໃສ່ປະຕິບັດຕາມຂໍ້ກໍານົດ ກົດລະບຽບຂອງກະຊວງປ້ອງກັນປະເທດ ແລະ ຂັ້ນເທິງວາງອອກຢ່າງເຂັ້ມງວດ. ຂ່າວຍັງໃຫ້ຮູ້ອີກວ່າ: ໃນວັນທີ 26 ພຶດສະພາ 2021 ນີ້ ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ສະຫຼຸບຖອດຖອນບົດຮຽນ ການປະຕິບັດວຽກງານຄວບຄຸມ ແລະ ຕ້ານພະຍາດໂຄວິດ-19 ໃນໄລຍະຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຂັນທອງ ວົງອໍາຄາ ເລຂາຄະນະພັກ, ຫົວໜ້າການເມືອງ, ກອງບັນຊາການທະຫານແຂວງຊຽງຂວາງ, ມີບັນດາສະຫາຍຄະນະພັກ ຄະນະບັນຊາອົງການ 5 ຫ້ອງ ແລະ ກົມກອງຂື້ນກັບເຂົ້າຮ່ວມ. ສະຫາຍ ພັນໂທ ພົມມີ ໄຊຍະຈິດ, ຮອງຫົວໜ້າຫ້ອງພາລາທິການ, ຄະນະສະເພາະກິດຂັ້ນກອງບັນຊາການທະຫານແຂວງໄດ້ຍົກໃຫ້ເຫັນ ການຈັດຕັ້ງປະຕິບັດຄວບຄຸມ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄຍະຜ່ານມາ. ເຊິ່ງກົມກອງໄດ້ຈັດຕັ້ງຈຸດກວດ ຢູ່ປະຕູທາງເຂົ້າ-ອອກຂອງກົມກອງ ເພື່ອວັດແທກອຸນຫະພູມໃຫ້ແກ່ພະນັກງານ-ນັກຮົບ ເປັນປະຈໍາ, ຈັດຕັ້ງຜັດປ່ຽນຈຸປະຈໍາການ, ຈັດຕັ້ງສູນກັກກັນ ເຊິ່ງກໍານົດເອົາສະຖານທີ່ກອງພັນທີ 2 ເປັນບ່ອນກັກຕົວ. ເຊິ່ງໃນໄລຍະຜ່ານມາໄດ້ກັກຕົວຕິດຕາມອາການ ຂອງພະນັກງານທີ່ມີຄວາມສ່ຽງ ໄດ້ໄປເຂົ້າຮ່ວມການຊ້ອມຮົບ ລາວ- ຫວຽດນາມ ຢູ່ບ້ານແປນ ເປັນເວລາ 14 ວັນ ເຫັນໄດ້ວ່າບໍ່ມີອາການໃດໆ ພະນັກງານທຸກຄົນມີສຸຂະພາບສົມບູນ ແລະ ແຂງແຮງດີ, ສຶກສາອົບຮົມໃຫ້ພະນັກງານທີ່ປະຈໍາການ ແລະ ພະນັກ ງານ-ນັກຮົບ ທີ່ກໍາລັງປະຕິບັດໜ້າທີ່ ຢູ່ເຂດຫ່າງໄກສອກຫຼີກ ໃຫ້ໄດ້ຮັບການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19, ຄຽງຄູ່ກັນນັ້ນຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ກໍ່ຈະໄດ້ພ້ອມກັນເອົາໃຈໃສ່ຊີ້ນໍາ-ນໍາພາ, ສຶກສາ-ອົບ ຮົມໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງຂອງຕົນ ໃຫ້ປະຕິບັດຕາມທິດຊີ້ນໍາຂອງກົມໃຫຍ່ພະລາທິການກອງ ທັບ ກ່ຽວກັບການກຸ້ມຕົນເອງ-ເພິ່ງຕົນເອງ, ໂດຍຫັນເຂົ້າສູ່ການເພີ່ມພູນປູກຝັງ-ລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງຕົນ ເພື່ອຫຼີກລ່ຽງການຈັດຊື້ເຄື່ອງອຸປະໂພກ-ບໍລິໂພກ ຢູ່ທ້ອງຕະຫຼາດ ທີ່ມີກຸ່ມຄົນແອອັດ ແລະ ແໜ້ນໜາອີກດ້ວຍ.
ໂດຍ: ແສງມະນີ ພາພັນເດດ
