ທັດສະນະຂອງຂ້ອຍກ່ຽວກັບມິດຕະພາບລາວ-ຈີນ

ເພັດ​ສະ​ໝອນ ພົມ​ມຸ​ນິ

(ນັກສຶກສາລາວຮຽນຢູ່ປະເທດຈີນ)

 

ຂ້ອຍຊື່ ເພັດສະໝອນ, ຊື່ຈີນແມ່ນ Yina, ຈີນແລະລາວໄດ້ສ້າງຕັ້ງສາຍພົວພັນ ທາງການທູດຢ່າງເປັນທາງການໃນວັນທີ 25 ເມສາ 1961, ໃນຖານະເປັນສ່ວນໜຶ່ງຂອງ ສາຍພົວພັນທາງການທູດລາວ-ຈີນ, ລັດຖະບານຈີນໄດ້ໃຫ້ທືນດ້ານການສຶກສາແກ່ນັກສຶກສາ ລາວໄປຮຽນຢູ່ຈີນ, ແລະຂ້ອຍກໍ່ເປັນໜຶ່ງໃນຜູ້ໂຊກດີ. ຂ້ອຍໄດ້ໄປປະເທດຈີນໃນປີ 2017 ເພື່ອ ສຶກສາລະດັບປະລິນຍາໂທດ້ານການຄ້າລະຫວ່າງປະເທດຢູ່ມະຫາວິທະຍາໄລຊຽງໄຮ. ໃນ ໄລຍະການສຶກສາຂອງຂ້ອຍ,ຂ້ອຍຮູ້ວ່າລາວແລະຈີນມີລະບົບການເມືອງແລະວັດທະນະທຳທີ່ ຄ້າຍຄືກັນ,ແລະສອງປະເທດໄດ້ລົງເລິກການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າແລະ ການລົງທຶນ.ດັ່ງນັ້ນ,ຂ້າພະເຈົ້າຈຶ່ງໄດ້ຮັບແຮງບັນດານໃຈແລະເລີ່ມຕົ້ນສຶກສາການພົວພັນທາງດ້ານເສດຖະກິດລະຫວ່າງລາວ – ຈີນ.

 

ໃນໄລຍະ 60 ປີທີ່ຜ່ານມາ, ການລົງທືນຂອງຈີນໃນລາວມີການເພີ່ມຂື້ນຢ່າງຕໍ່ເນື່ອງ, ໂດຍສະເພາະໃນຂົງເຂດພື້ນຖານໂຄງລ່າງ, ເຊິ່ງເປັນສິ່ງທີ່ສໍາຄັນທີ່ສຸດໃນປະເທດຂອງຂ້ອຍ. ປະຈຸບັນນີ້ ພື້ນຖານໂຄງລ່າງໃນປະເທດຂອງຂ້ອຍໄດ້ມີການພັດທະນາຢ່າງຫຼວງຫຼາຍ, ໂດຍສະ ເພາະແມ່ນຖະຫນົນຫົນທາງ,ໂຮງຮຽນແລະໂຮງໜໍ.ໂຄງການລົດໄຟລາວ-ຈີນຊືີ່ງເປັນຫນຶ່ງໃນ ບັນດາໂຄງການທີ່ໃຫຍ່ທີ່ສຸດໄດ້ຖືເປັນສັນຍາລັກປະຫວັດສາດຂອງສາຍພົວພັນທາງການທູດ ລະຫວ່າງສອງປະເທດ.ໂຄງການນີ້ຈະຫັນປ່ຽນປະເທດລາວຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ເຊື່ອມໂຍງກັບພາກພື້ນ ແລະເພີ່ມການຄ້າລະຫວ່າງສອງປະເທດ.ໂຄງການນີ້ ບໍ່ພຽງ ແຕ່ນໍາເອົາການຄ້າແລະການລົງທຶນເທົ່ານັ້ນ, ແຕ່ຍັງຈະນໍາຜູ້ຄົນສອງປະເທດໃຫ້ໃກ້ຊິດ ກັນ ແລະ ພ້ອມທັງລົດຄ່າໃຊ້ຈ່າຍໃນການຂົນສົ່ງລະຫວ່າງສອງປະເທດ. ຄວາມຝັນຂອງຂ້ອຍ ແມ່ນການລໍຖ້າລົດໄຟເປິດ​ໃຫ້ບໍລິການ, ຂ້ອຍຈະໄດ້ນັ່ງລົດໄຟກັບໄປປະເທດລາວ, ແລະຂ້ອຍ ຈະພາໝູ່ເພື່ອນຂອງຂ້ອຍ​ໄປທ່ຽວຊຽງໄຮ້ ບ່ອນທີ່ຂ້ອຍອາໄສຢູ່.

ຈີນບໍ່ພຽງແຕ່ເປັນນັກລົງທືນທີ່ໃຫ່ຍທີ່ສຸດ ແລະຄູ່ຮ່ວມມືທາງດ້ານການຄ້າກັບລາວເທົ່ານັ້ນ, ແຕ່ຍັງເປັນຜູ້ໃຫ້ທຶນທີ່ໃຫຍ່ທີ່ສຸດຕໍ່ປະເທດ​ລາວ. ຈີນກໍານົດຕົວຢ່າງທີ່ດີໃນການຕໍ່ສູ້ກັບຄວາມ ທຸກຍາກ. ໃນເວລາບໍ່ຮອດ 50 ປີ, ປະຊາກອນກໍສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ. ຄວາມສໍາເລັດຂອງຈີນໃນການຫຼຸດພົ້ນອອກຈາກຄວາມທຸກຍາກ ບໍ່ພຽງແຕ່ນໍາເອົາຊີວິດທີ່ດີໃຫ້ ກັບປະຊາຊົນຕົນເອງ, ແຕ່ຍັງໄດ້ນໍາເອົາຄວາມຫວັງມາໃຫ້ປະຊາຊົນໃນບັນດາປະເທດທີ່ກໍາລັງ ພັດທະນາ. ໃນສະພາບການນີ້, ຈີນໄດ້ເປີດໂຄງການຫຼຸດຜ່ອນຄວາມທຸກຍາກໃນປະເທດລາວ, ເພື່ອສະຫນອງໄຟຟ້າ, ລະບົບນ້ໍາປະປາ, ສ້າງຕັ້ງສຸກສາລາ ແລະຕິດຕັ້ງເຄື່ອງຮັບ​ສັນ​ຍານ​ດາວ​ທຽມດີຈີຕອນໃຫ້ 400 ຄອບຄົວໃນທົ່ວປະເທດ. ນີ້ແມ່ນຕົວຢ່າງໜຶ່ງງຂອງສາຍພົວພັນ ທາງການທູດທີ່ເຂັ້ມແຂງຂອງ ລາວ – ຈີນ. ຂ້າພະເຈົ້າເຊື່ອວ່າການຮ່ວມມືນີ້ຈະມີການປະກອບ ສ່ວນຫຼວງຫຼາຍໃຫ້ແກ່ປະເທດຂອງຂ້ອຍໃນການຕໍ່ສູ້ກັບຄວາມທຸກຍາກ, ເພື່ອຊ່ວຍໃຫ້ປະເທດ ລາວຫຼູດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2026.

ເມື່ອບໍ່ດົນມານີ້, ຈີນໄດ້ໃຫ້ການການຊ່ວຍເຫຼືອວັກຊີນຂອງຈີນກັບຫລາຍໆປະເທດໃນໂລກ. ຈີນຍັງໄດ້ບໍລິຈາກວັກຊີນໃຫ້ແກ່ລາວເພື່ອຊ່ວຍຄົນລາວຕໍ່ສູ້ກັບການລະບາດ​ຂອງ​ພະ​ຍາດ​ໂຄ ວິດ-19.ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຕໍ່ກັບລັດຖະບານຈີນທີ່ແບ່ງປັນວັກຊີນໃຫ້ກັບປະ ເທດຂອງຂ້ອຍ, ເພື່ອໃຫ້ຄົນລາວມີໂອກາດໄດ້ຮັບການສັກຢາວັກຊີນ. ຈີນບໍ່ພຽງແຕ່ເປັນປະເທດ ທໍາອິດທີ່ບໍລິຈາກວັກຊີນໃຫ້ປະເທດລາວ, ແຕ່ຍັງໄດ້ສົ່ງຜູ້ຊ່ຽວຊານດ້ານການແພດແລະ ອຸປະກອນທາງການແພດໃຫ້ແກ່ລາວໃນໄລຍະທໍາອິດຂອງການລະບາດພະຍາດໂຄວິດ-19. ນອກຈາກນັ້ນປະຊາຊົນສອງຊາດຍັງໄດ້​ໃຫ້ການຊ່ວຍເຫຼືອເຊີ່ງກັນແລະກັນ。

ຊີວິດຂອງຂ້ອຍໃນລະຫ່ວາງເປັນນັກສືກສາຂອງມະຫາວິທະຍາໄລຊຽງໄຮແມ່ນມີຄວາມ ສະດວກສະບາຍດີ. ຂ້າພະເຈົ້າໄດ້ຮຽນຮູ້ຫຼາຍຢ່າງຈາກອາຈານແລະເພື່ອນຮ່ວມຫ້ອງຮຽນ. ຊີວິດການສືກສາຂອງຂ້ອຍບໍ່ພຽງແຕ່ກ່ຽວກັບຄວາມເປັນເລີດທາງດ້ານວິຊາການເທົ່ານັ້ນ, ຂ້າພະເຈົ້າຍັງໄດ້ຮຽນຮູ້ກ່ຽວກັບວັດທະນະທໍາ, ເສດຖະກິດ,ການເມືອງຂອງຈີນຫຼາຍຂື້ນ. ນອກຈາກນັ້ນພາສາຈີນຂອງຂ້ອຍຍັງມີການພັດທະນາຂື້ນຫຼາຍໃນປີນີ້. ໃນລະຫວ່າງການ ລະບາດຂອງພະຍາດໂຄວິດ-19, ໂຮງຮຽນມີການດູແລເອົາໃຈໃສ່ເປັນຢ່າງດີ ດັ່ງນັ້ນຂ້ອຍຮູ້ສຶກ ອົບອຸ່ນ ແລະຂ້ອຍຢາກບອກວ່າຈີນເປັນປະເທດທີ່ປອດໄພ, ເປັນມິດກັບສິ່ງແວດລ້ອມ, ແລະ ເປັນບ້ານເກີດເມືອງນອນທີສອງຂອງຂ້ອຍ.

ປະສົບການການສືກສາໃນປະເທດຈີນເຮັດໃຫ້ຂ້ອຍຮູ້ວ່າຂ້ອຍຢາກສຶກສາປະລິນຍາເອກ ໃນປະເທດຈີນ.ຂ້ອຍເຊື່ອວ່າການສຶກສາຕໍ່ໄປໃນຂົງເຂດເສດຖະກິດແລະການຄ້າຈະເສີມສ້າງ ຄວາມຮູ້ແລະທັກສະຂອງຂ້ອຍທີ່ຂ້ອຍຢາກໃຊ້ເພື່ອສົ່ງເສີມການຄ້າແລະການຮ່ວມມືລະຫວ່າງ ປະເທດຊາດ​ຂອງ​ຂ້ອຍກັບຈີນ.

Loading...