ຄູອາຈານ ແລະ ນັກຮຽນຈາກໂຮງຮຽນປະຖົມ ດອກງີ້ວຄໍາ ແລະ ໂຮງຮຽນ ມສ ຕົ້ນເຜີ້ງ, ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ຫລາຍກວ່າ 300 ຄົນ ໄດ້ເຂົ້າຮ່ວມການທັດ ສະນະສຶກສາຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ໃນຕອນ ເຊົ້າວັນທີ 25 ມິຖຸນາ 2023 ນີ້, ພາຍຫລັງສໍາເລັດການເຂົ້າຮ່ວມແລກປ່ຽນບົດຮຽນກ່ຽວກັບການສຶກສາ ຕ້ານຢາເສບຕິດໃຫ້ແກ່ຊາວຫນຸ່ມຫລາຍປະເທດ ເຊີ່ງເປັນກິດຈະກໍາໜຶ່ງທີ່ເຂດເສດ ຖະກິດພິເສດດັ່ງກ່າວຈັດຂຶ້ນໃນໂອກາດສະເຫລີມສະຫລອງວັນສາກົນຕ້ານຢາເສບ ຕິດ ວັນທີ 26 ມິຖຸນາ ຄົບຮອບ 36 ປີ.
ຄະນະຄູອາຈານ ແລະ ນັກຮຽນທັງໝົດ ໄດ້ເຂົ້າຮ່ວມພິທີຕ້ອນຮັບເຮືອລາດຕະ ເວນປະຕິບັດກົດໝາຍຮ່ວມກັນ 4 ປະເພດ ຄື: ລາວ, ຈີນ, ໄທ ແລະ ມຽນມາ ຢູ່ດ່ານສາກົນສາມຫລ່ຽມຄໍາ, ຈາກນັ້ນ ໄດ້ໄປທັດສະນະສຶກສາຢູ່ເຂດດອນຊາວ ເພື່ອຢ້ຽມຊົມຫໍວາງສະແດງວັດທະນະທໍາ, ຫໍພິພິດຕະພັນຢາເສບຕິດ, ຈໍາລອງນາງເທບທິດາຕ້ານຢາເສບຕິດ ແລະ ອື່ນໆ ພາຍໃນເຂດດອນຊາວທີ່ຂຶ້ນກັບເຂດເສດຖະກິດພິເສດສາມຫລ່ຽມຄໍາ.
ອາຈານ ສູນທອນ ວຽງສີມາ, ຜູ້ອໍານວຍການໂຮງຮຽນ ມສ ຕົ້ນເຜີ້ງ ໃຫ້ສໍາພາດວ່າ: ຈຸດປະສົງການນໍາພານັກຮຽນມາທັດສະນະສຶກສາໃນຄັ້ງນີ້ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ຜົນຮ້າຍ ກໍຄື ຜົນກະທົບທີ່ຈະຕາມມາຖ້າຫາກໄປພົວພັນກັບສິ່ງເສບຕິດ, ທັງຜົນຮ້າຍທີ່ຈະເກີດຂຶ້ນກັບຕົນເອງ, ຄອບ ຄົວ ແລະ ສັງຄົມ, ພ້ອມທັງຮູ້ໄດ້ວິທີປ້ອງ ກັນຕົນເອງຈາກຢາເສບຕິດຊະນິດຕ່າງໆ. ປັດຈຸບັນ, ໂຮງຮຽນ ມສ ຕົ້ນເຜີ້ງ ມີນັກ ຮຽນທັງໝົດ 1.134 ຄົນ, ເຊີ່ງໃນໄລຍະຜ່ານມາ ມີນັກຮຽນໃນໂຮງຮຽນຈໍານວນໜຶ່ງພົວພັນກັບສິ່ງເສບຕິດ, ແຕ່ຍ້ອນທາງໂຮງຮຽນໄດ້ມີວິທີແກ້ໄຂດ້ວຍການຈັດຕັ້ງປະ ຕິບັດມາດຕະການຕ່າງໆ ຢ່າງເຂັ້ມງວດ ເຮັດໃຫ້ສາມາດແກ້ໄຂບັນຫາທີ່ເກີດຂຶ້ນໃນໂຮງຮຽນໄດ້ເປັນຢ່າງດີ ແລະ ເຮັດໃຫ້ໂຮງຮຽນໄດ້ຮັບການປະກາດເປັນໂຮງຮຽນປອດຢາເສບຕິດມາໄດ້ 3 ປີແລ້ວ.
ສ່ວນ ນາງ ຫັດສີນາ ດາລາເພັງ ແລະ ນາງ ຈິນດາ ແກ້ວນາລີ, ເຊີ່ງທັງສອງເປັນນັກຮຽນ ຊັ້ນ ມ7 ຈາກໂຮງ ຮຽນ ມສ ຕົ້ນເຜີ້ງ ຕ່າງໄດ້ສະແດງຄວາມຮູ້ສຶກດີໃຈທີ່ໄດ້ເຂົ້າຮ່ວມການທັດສະນະສຶກສາຄັ້ງນີ້ ເພາະໄດ້ຮຽນຮູ້ເພີ່ມຕື່ມຫລາຍຢ່າງກ່ຽວກັວຜົນຮ້າຍຂອງຢາເສບຕິດທີ່ນໍາເອົາແຕ່ຜົນເສຍມາໃຫ້ຕົນເອງ ແລະ ຜິດຕໍ່ກົດໝາຍ, ພ້ອມນີ້ ທັງສອງຄົນໄດ້ແນະນໍາໝູ່ເພື່ອນ ກໍຄື ເຍົາວະຊົນ ແລະ ຊາວໜຸ່ມທຸກຄົນໃຫ້ຕັ້ງໃຈສຶກສາຮໍ່າຮຽນ, ຢ່າຄິດລອງ ຫລື ຢາກຮູ້ຢາກເຫັນກ່ຽວກັບຢ່າເສບຕິດ ເພາະອາດຈະເຮັດໃຫ້ຕົນເອງກາຍເປັນຄົນຕິດຢາເສບຕິດ ເຊີ່ງຈະສ້າງຄວາມທຸກໃຈໃຫ້ພໍ່ແມ່ ແລະ ຍາດພີ່ນ້ອງຂອງຕົນ.
Cr: BT





