ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຈາກການລາຍງານຂ່າວຂອງບໍລິສັດທາງລົດໄຟລາວ-ຈີນໃຫ້ຮູ້ວ່າ : ໃນວັນທີ 15 ມີນານີ້ທາງລົດໄຟລາວ-ຈີນຈະເປີດນຳໃຊ້ລະບົບຂາຍປີ້ອອນລາຍ LCR Ticket ຢ່າງເປັນທາງການ, ເຊິ່ງຈະເປັນການຍົກລະດັບບາດກ້າວໃນການໃຫ້ຂໍ້ມູນຂ່າວ ສານຂອງການຂົນສົ່ງໂດຍສານທາງລົດໄຟລາວ-ຈີນ, ເຮັດໃຫ້ການເດີນທາງຂອງຜູ້ໂດຍສານໃຫ້ສະດວກສະບາຍ ແລະ ມີປະສິດທິພາບຍິ່ງຂຶ້ນ ອັນເປັນຂີດໝາຍວ່າທາງລົດໄຟລາວ-ຈີນ ໄດ້ກ້າວເຂົ້າສູ່ຍຸກແຫ່ງການຂາຍປີ້ອອນລາຍຢ່າງເປັນທາງການ.
ຜູ້ຮັບຜິດຊອບຂອງບໍລິສັດທາງລົດໄຟລາວ-ຈີນຍັງໄດ້ໃຫ້ຮູ້ຕື່ມວ່າ: ນັບຕັ້ງແຕ່ເປີດດຳເນີນການທາງລົດໄຟລາວຈີນໃນວັນທີ 3 ທັນວາ 2021 ເປັນຕົ້ນມາ, ບໍລິສັດທາງລົດໄຟລາວ-ຈີນ ບໍ່ຢຸດທີ່ຈະພັດທະນາການບໍລິການ, ດຳເນີນການແລ່ນລົດໄຟ EMU “ຂະບວນລ້ານຊ້າງ” ແລະ ລົດໄຟທຳມະດາ ດ້ວຍຄວາມປອດໄພ ແລະ ມີຄຸນນະພາບ, ໃນມໍ່ໆມານີ້ຈຳນວນຂົນສົ່ງຜູ້ໂດຍສານສູງສຸດຕໍ່ມື້ກໍໄດ້ທະລຸເຖິງ 10,000 ເທື່ອຄົນ ສະແດງໃຫ້ເຫັນເຖິງປະລິມານການຂົນສົ່ງຜູ້ໂດຍສານທີ່ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.
ປະຈຸບັນ, ຊ່ອງທາງການຊື້ປີ້ຂອງຜູ້ໂດຍສານແມ່ນສາມາດຊື້ຢູ່ປ່ອງບໍລິການຂາຍປີ້ທີ່ສະຖານີ ແລະ ຈຸດຂາຍປີ້ລົດໄຟໃນເມືອງ, ສະນັ້ນ ເພື່ອຍົກລະດັບປະ ສົບການການຊື້ປີ້ຂອງຜູ້ໂດຍສານຕື່ມອີກ, ບໍລິສັດທາງລົດໄຟລາວ-ຈີນໄດ້ມອບໃຫ້ບໍລິສັດ CARS ທີ່ຂຶ້ນກັບກຸ່ມລັດວິສາ ຫະກິດລົດໄຟແຫ່ງຊາດຈີນ China Railway ພັດທະນາລະບົບ APP ຊື້ປີ້ອອນລາຍໃຫ້ແກ່ທາງລົດໄຟລາວ-ຈີນ. ຜ່ານການພັດທະນາລະບົບ, ທົດສອບການປະຕິບັດການ, ປະເມີນຄວາມປອດໄພ, ເຝິກອົບຮົມພະນັກງານ, ປະຈຸບັນລະບົບໄດ້ບັນລຸເງື່ອນໄຂພ້ອມທີ່ຈະໃຊ້ງານໄດ້ແລ້ວ.
ລາຍງານຍັງໄດ້ໃຫ້ຮູ້ວ່າ: ລະບົບ APP ຊື້ປີ້ອອນລາຍທາງລົດໄຟ ແມ່ນອີງໃສ່ເຕັກໂນໂລຊີທີ່ກ້າວໜ້າ ແລະ ຂັ້ນສູງຂອງລະ ບົບລົດໄຟຈີນ, ໃນການອອກແບບປະສົມປະສານກັບລັກສະນະວັດທະ ນະທຳ, ກົດໝາຍ ແລະ ລະບຽບການຂອງລາວ, ຄຳນຶງເຖິງຟັງຊັ່ນຫຼາກຫຼາຍເພຶ່ອຕອບສະໜອງຕໍ່ຄວາມຕ້ອງການຂອງຜູ້ໃຊ້, ຮອງຮັບໄດ້ສາມພາສາຄື: ລາວ, ຈີນ ແລະ ອັງກິດ, ເປັນ APP ທີ່ສາມາດໃຫ້ຜູ້ໃຊ້ລົງທະບຽນຊື່ແທ້, ກວດເບິ່ງປີ້ທີ່ຍັງເຫຼືອ, ຄົ້ນຫາຖ້ຽວລົດ, ຈ່າຍເງິນອອນລາຍ, ເຮັດທຸລະກຳປ່ຽນແປງຂໍ້ມູນຫນ້າປີ້, ຂໍ້ ມູນຂ່າວສານ ແລະ ອື່ນໆ. ສຳລັບຜູ້ໂດຍ ສານທຸກທ່ານທີ່ເປັນຄົນລາວນໍາໃຊ້ບັດປະຈໍາໂຕ ຫຼື ຖ້າເປັນຜູ້ໂດຍສານຕ່າງປະເທດໃຫ້ນຳໃຊ້ໜັງສືຜ່ານແດນທີ່ຍັງມີຜົນບັງຄັບໃຊ້ ເພື່ອລົງທະບຽນໃຫ້ນຳໃຊ້ຊື່ແທ້, ຫຼັງຈາກລົງທະບຽນຂໍ້ມູນແທ້ໃນລະບົບແລ້ວ, ທ່ານສາມາດກວດເບິ່ງຂໍ້ມູນປີ້ທີ່ຍັງເຫຼືອຂອງທາງລົດໄຟລາວ-ຈີນໄດ້ຕະຫຼອດເວລາ ແລະ ຊື້ປີ້ຜ່ານທາງລະບົບໄດ້ ໂດຍຮອງຮັບການຊຳລະຜ່ານ VISA, UnionPay, WeChat, Alipay ແລະ ວິທີການຊໍາລະອື່ນໆທັງພາຍໃນ ແລະ ຕ່າງປະເທດ. ເມື່ອເວລາຈະຂຶ້ນລົດໄຟ, ຜູ້ໂດຍສານຕ້ອງຖືບັດປະຈໍາຕົວ ຫຼື ໜັງສືຜ່ານແດນທີ່ໃຊ້ໃນເວລາຊື້ປີ້ເພື່ອແຈ້ງເຂົ້າສະຖານີໂດຍການສະແກນລະຫັດ QR ທີ່ສ້າງຂຶ້ນໂດຍລະບົບຂາຍປີ້ ຫຼື ໄປທີ່ປ່ອງບໍລິການຂາຍປີ້ຂອງສະຖານີເພື່ອແລກ ປ່ຽນເອົາປີ້ທີ່ເປັນແບບເຈ້ຍແລ້ວກວດປີ້ເຂົ້າສະຖານີ.
ພາຍຫຼັງທີ່ APP ຂາຍປີ້ອອນລາຍຂອງທາງລົດໄຟລາວ-ຈີນໄດ້ຖືກນຳໃຊ້ແລ້ວ,ຜູ້ໂດຍສານສາມາດຊື້ປີ້ຜ່ານທາງອອນລາຍໄດ້ໂດຍບໍ່ຕ້ອງອອກຈາກບ້ານ ກໍສາມາດດຳເນີນທຸລະກຳການຊື້ປີ້,ປ່ຽນແປງຂໍ້ມູນຫນ້າປີ້ ແລະ ຈັດວາງແຜນການເດີນທາງໄດ້ຢ່າງສະດວກສະບາຍ. APP ຂາຍປີ້ລົດໄຟອອນລາຍນີ້ ແມ່ນການຍົກລະດັບຄຸນນະພາບການບໍລິການຂົນສົ່ງຜູ້ໂດຍ ສານທາງລົດໄຟລາວ-ຈີນ, ປັບປຸງປະສົບ ການການເດີນທາງຂອງຜູ້ໂດຍສານ, ຊຸກ ຍູ້ການພັດທະນາເສດຖະກິດການທ່ອງ ທ່ຽວຕາມເສັ້ນທາງລົດໄຟ. ໃນຕໍ່ໜ້າ ບໍລິສັດລົດໄຟລາວ-ຈີນ ຍັງຈະສືບຕໍ່ເປີດກ້ວາງຮັບຟັງຄຳແນະນຳຂອງປະຊາຊົນ ເພື່ອນຳມາປັບປຸງ ແລະ ພັດທະນາ APP ຕາມການສະເໜີຂອງຜູ້ໂດຍສານສ່ວນ ໃຫຍ່, ອັດເດດຟັງຊັ່ນລະບົບຕ່າງໆໃຫ້ມີຄຸນນະພາບສູງ ແລະ ອຳນວຍຄວາມສະດວກໃນການນຳໃຊ້ຫຼາຍຂຶ້ນ.
LCR Ticket APP ຈະເປີດນຳໃຊ້ຢ່າງເປັນທາງການໃນວັນທີ 15 ມີນານີ້, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດສາມາດດາວໂຫລດ APP ໄດ້ແລ້ວໃນລະບົບປະຕິບັດການ Apple Store ຫຼື Android. ກ່ຽວກັບລາຍລະອຽດການນຳໃຊ້ LCR Ticket APP, ຜູ້ໂດຍສານສາມາດສອບຖາມກັບພະນັກງານທາງລົດໄຟແຕ່ລະສະຖານີ ຫຼື ເບີ່ງຂັ້ນຕອນການໂຫຼດ, ຕິດຕັ້ງ ແລະ ຂັ້ນຕອນການນຳຊັ້ນຕ່າງໆ ໄດ້ທີ່ Facebook page: Laos-China Railway Company Limited ຂອງບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ.