ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມທາບທາມຄວາມໄວ້ວາງໃຈການນໍາພາລວມ ແລະ ບຸກຄົນ ຄະນະບໍລິຫານງານພັກແຂວງຫົວພັນ ກາງສະ ໄໝທີ X ໄດ້ຈັດຂຶ້ນວັນທີ 12 ມິຖຸນາ 2023, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ສປປ ລາວ, ສະຫາຍ ວັນໄຊ ແພງຊຸມມາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫົວພັນ, ມີບັນດາສະຫາຍການນໍາຂັ້ນສູນກາງ, ຄະນະບໍລິຫານງານພັກແຂວງ, ຄະນະບໍລິຫານງານພັກເມືອງ 10 ເມືອງທົ່ວແຂວງ ແລະ ຄະນະຮາກຖານພັກ, ໜ່ວຍພັກອ້ອມຂ້າງແຂວງ ເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້, ໄດ້ເຊື່ອມຊຶມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກ ທີ 268/ຄລສພ, ລົງວັນທີ 20/01/2023 ວ່າດ້ວຍການດໍາເນີນກອງປະຊຸມຄົບຄະ ນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ, ມາດຖານຄະນະບໍລິຫານງານພັກແຂວງ, ສິດ ແລະ ໜ້າທີ່ ຂອງຄະ ນະບໍລິຫານງານພັກແຂວງ ແລະ ບັນດາທ່ານຜູ້ແທນກອງປະຊຸມ ໄດ້ໃຊ້ສິດລົງຄະແນນສຽງໃສ່ບົດທາບທາມຫາງສຽງ ຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນໍາພາລວມ, ບຸກຄົນຄະນະບໍລິຫານງານພັກແຂວງຫົວ ພັນ ກາງສະໄໝທີ X, ເປັນການຕີລາຄາທົບທວນຄືນເຖິງໝາກຜົນ ຂອງການນໍາພາລວມ ແລະ ບຸກຄົນຄະນະບໍລິຫານງານພັກແຂວງ ໃນໄລຍະສອງປີເຄິ່ງຜ່ານມາ ໂດຍເລັ່ງໃສ່ຍົກສູງຄວາມສາມາດນຳພາ ແລະ ລັກສະນະນໍາໜ້າ ຂອງຄະນະພັກທຸກຂັ້ນ ເພື່ອກວດກາຄວາມຮັບຜິດຊອບດ້ານການເມືອງ ຂອງບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ ຕໍ່ການນຳພາລວມ ແລະ ຄວາມຮັບຜິດຊອບ ຂອງບຸກຄົນໃນຄະນະພັກຕາມການແບ່ງຄວາມຮັບຜິດຊອບ, ຊອກໃຫ້ເຫັນດ້ານຕັ້ງໜ້າ ທີ່ຈະເສີມຂະຫຍາຍ ແລະ ເຫັນໄດ້ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ, ເປັນຂໍ້ມູນພື້ນຖານທີ່ສຳຄັນໃນການເບິ່ງບັນຫາຂອງການຈັດຕັ້ງໃຫ້ສະຫາຍຄະນະພັກທຸກຂັ້ນ, ເປັນບ່ອນອີງໃນການປັບປຸງປົວແປງກໍ່ສ້າງຕົນເອງ, ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກໃຫ້ສູງຂຶ້ນ ແລະ ເສີມຂະ ຫຍາຍຄວາມເປັນແບບເປັນຢ່າງນໍາໜ້າ ຂອງບັນດາສະຫາຍຄະນະພັກ ໃຫ້ກາຍ ເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ເປັນກໍາລັງແຮງສັງລວມໃນການຈັດຕັ້ງປະ ຕິບັດໜ້າທີ່ວຽກງານທີ່ພັກ ແລະ ປະຊາຊົນມອບໝາຍ ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍວາງໄວ້ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງວາງອອກ ໃຫ້ປະກົດຜົນເປັນຈິງ.
ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄຳເຫັນຕໍ່ກອງປະຊຸມ ໂດຍໄດ້ຮຽກ ຮ້ອງໃຫ້ບັນດາຜູ້ແທນກອງປະຊຸມ ເຊີດຊູຄວາມຮັບຜິດຊອບຂອງຕົນ ເຂົ້າໃນການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານພັກແຂວງ ຢ່າງພາວະວິໄສ ຖືກຕ້ອງຕາມຄວາມເປັນຈີງ ແລະ ຢຶດໝັ້ນຕາມຫລັກການ, ກົດລະບຽບ ແລະ ທັດສະນະ ຂອງພັກຢ່າງຖືກຕ້ອງ. ທີ່ສຳຄັນແມ່ນຕ້ອງຫລີກລ້ຽງການມີທັດ ສະນະອະຄະຕິສ່ວນຕົວ ເພື່ອເປັນການໂຈມຕີບຸກຄົນໃດບຸກຄົນໜຶ່ງ ຫລື ຕໍ່ການຈັດຕັ້ງໃດໜຶ່ງຕໍ່ການນຳພາລວມ ໂດຍບໍ່ມີການວິເຄາະວິໄຈໄຕ່ຕອງຖີ່ຖ້ວນ ທີ່ຈະພາໃຫ້ບຸກຄົນ ຫລື ການຈັດຕັ້ງນັ້ນໆມີການເສືອມເສຍ, ແຕ່ໃນທີ່ນີ້ ບໍ່ໝາຍຄວາມວ່າຈະບໍ່ໃຫ້ມີການຕຳນິສົ່ງຂ່າວນັ້ນບໍ່ແມ່ນແຕ່ການຕຳນິສົ່ງຂ່າວ ຕ້ອງມີລັກສະນະທີ່ສ້າງສັນ ຮັບປະກັນເຮັດໃຫ້ບຸກຄົນ, ຄະ ນະພັກດັ່ງກ່າວໄດ້ຮັບຮູ້ ແລະ ພ້ອມກັນນັ້ນ ສະຫາຍທີ່ຖືກຕຳນິສົ່ງຂ່າວກໍໃຫ້ນຳເອົາຄໍາຕໍານິສົ່ງຂ່າວໄປພິຈະລະນາ ເພື່ອເປັນບົດຮຽນ ແລະ ປັບປຸງປົວແປງຕົນ ເອງ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ.
ໂອກາດດຽວກັນນີ້, ຍັງໄດ້ປະດັບຫລຽນ ໄຊແຮງງານຊັ້ນ I ໃຫ້ການນຳແຂວງ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນຂະບວນ ການແຂ່ງຂັນຮັກຊາດ, ສ້າງບ້ານພັດທະ ນາ ແລະ ການຜົນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກທົ່ວແຂວງຫົວພັນ ໄລຍະ 5 ປີ 2016-2020 ຕື່ມອີກ.
ຂ່າວ-ພາບ: ໄອແກ້ວ